ລ້ານຊ້າງ ສ້າງປະຫວັດສາດໜ້າໃໝ່ ຜ່ານເຂົ້າຮອບຮອງ ຫຼັງບຸກສະເໝີ ຢາດານາບອນ 3-3 ເຕະບານ ໂຕໂຢຕ້າ ແມ່ຂອງ ຄລັບ 2

ເມື່ອວັນທີ 27 ທັນວາ ຜ່ານມາ ທີ່ສະໜາມມັນດາເລ ທີຣີ ເມືອງມັນດາເລ ປະເທດມຽນມາ ໄດ້ມີການແຂ່ງຂັນເຕະບານ ໂຕໂຢຕ້າ ແມ່ຂອງ ຄັບ ແຊ໋ມປ້ຽນຊິບ 2016 ຮອບທໍາອິດນັດສຸດທ້າຍ ລະຫວ່າງ ສະໂມສອນ ລ້ານຊ້າງ ຢູໄນເຕັດ ທີມອັນດັບ 1 ຂອງກຸ່ມ ທີ່ນັດນີ້ຂໍພຽງ 1 ຄະແນນ ກໍ່ຜ່ານສູ່ຮອບຕໍ່ໄປໄດ້ ພົບກັບ ເຈົ້າຖິ່ນ ສະໂມສອນ ຢາດານາບອນ ທີ່ມີ 1 ຄະແນນ ຫຼັງສະເໝີກັບ ສະໂມສອນ SHB ດານັງ 2-2 ປະຕູ ແລະ ຢ່າງໜ້ອຍນັດນີ້ ຕ້ອງຊະນະຢ່າງດຽວ ຈຶ່ງຈະເຂົ້າຮອບຕໍ່ໄປໄດ້.
ເລີ່ມເກມເຄິ່ງເວລາທຳອິດ ລ້ານຊ້າງ ຢູໄນເຕັດ ໄດ້ປະຕູອອກນໍາຢ່າງໄວວາໃນຈັງຫວະທີ່ ລັດສະໝີ ພະຈັນທາ ລາກບານມາແຕ່ເບື້ອງຂວາ ກ່ອນທີ່ຈະເປີດບານເຂົ້າມາໜ້າປະຕູໃຫ້ ມະໂນລົມ ພົມສຸວັນ ແຕ່ຖືກ ກອງຫຼັງຢາດານາບອນ ໃສ່ຫົວສະກັດບານ ແຕ່ບັງເອີນສະກັດບານພາດ ບານປ່ຽນທາງເຂົ້າມາໜ້າປະຕູ ພໍດີກັບຈັງຫວະ ທີ່ ມະໂນລົມ ພົມສຸວັນ ແລ່ນບຽດກອງຫຼັງມາ ກ່ອນທີ່ຈະຫຼຸດເຂົ້າໄປຍິງດ້ວຍຕີນຊ້າຍ ບານສວນທາງຜູ້ຮັກສາປະຕູ ຢາດານາບອນ ເຂົ້າໄປຢ່າງສວຍງາມ ໃນນາທີໆ 10 ແລະ ອີກ 3 ນາທີິຖັດມາ ລັດສະໝີ ພະຈັນທາ ໄດ້ລາກບານມາແຕ່ເບື້ອງຂວາ ກ່ອນທີ່ຈະກົດດ້ວຍຊ້າຍເຕັມຂໍ້ ໃນນອກເຂດ 18 ແມັດ ບານພຸງເຂົ້າເສົາໜຶ່ງໄປຢ່າງສວຍງາມ ຊ່ວຍໃຫ້ ລ້ານຊ້າງ ຢູໄນເຕັດ ໜີຫ່າງເປັນ 2-0 ປະຕູ. ຈາກນັ້ນ ໃນນາທີໆ 21 Yan Paing ກໍ່ມາໂໝ່ງໃຫ້ກັບ ຢາດານາບອນ ໄລ່ຂຶ້ນມາເປັນ 1-2 ປະຕູ ຈົບເກມເຄິ່ງເວລາທຳອິດ ລ້ານຊ້າງ ຢູໄນເຕັດ ອອກນຳໄປກ່ອນ 2-1 ປະຕູ.
ເຂົ້າສູ່ເຄິ່ງເວລາທີ 2 ກາຍເປັນ ລ້ານຊ້າງ ຢູໄນເຕັດ ຫຼິ້ນໄດ້ດີກວ່າ ແລະ ຕໍ່ເກມໄດ້ເໜືອນກວ່າ ແຕ່ກໍ່ຍັງເຮັດຫຍັງບໍ່ໄດ້ ຈົນມາເຖິງທ້າຍເກມ ລ້ານຊ້າງ ຢູໄນເຕັດ ສາມາດໜີຫ່າງເປັນ 3-1 ປະຕູ ຈາກຈັງຫວະ ລູກເຕະມູມເບື້ອງຊ້າຍຂອງ ມະໂນລົມ ພົມສຸວັນ ແຕ່ຖືກກອງຫຼັງ ຢາດານາບອນ ສະກັດບານອອກຈາກເຂດໂທດ ກ່ອນທີ່ນັກເຕະ ລ້ານຊ້າງ ຢູໄນເຕັດ ຈະເຕະບານເຂົ້າມາໜ້າປະຕູອີກຄັ້ງ ບານສົນລະມົນໄລຍະໜຶ່ງ ກ່ອນທີ່ ມິດສະດາ ຈະໄລ່ກົດດັນກອງຫຼັງ ຢາດານາບອນ ທີ່ຄອງບານຢູ່ໜ້າປະຕູ ແລະ ໄລ່ສະກັດບານໃຫ້ເຂົ້າມາທາງ ສຸກອາພອນ ວົງຈຽງຄຳ ທີ່ຢືນຢູ່ເຂດຈຸດໂທດ ກ່ອນທີ່ຈະຈັບບານຈັງຫວະໜຶ່ງ ແລ້ວເລືອກຍິງໄປເສົາ 2 ບານໄຫຼເຂົ້າປະຕູໄປຢ່າງສວຍງາມ ໃນນາທີໆ 83. ຫຼັງຈາກນັ້ນ, ເບິ່ງຄືວ່າຈະເກມຈົບແລ້ວ ແຕ່ເຈົ້າບ້ານ ຢາດານາບອນ ກໍ່ມາເລັ່ງເຄື່ອນເປີດເກມບຸກເຂົ້າໃສ່ ຈົນມາໄດ້ 2 ປະຕູລວດພາຍໃນ 5 ນາທີສຸດທ້າຍຈາກການຍິງຂອງ William ແລະ Wada Yuya ໄລ່ມາເປັນ 3-3 ປະຕູ ສຸດທ້າຍ ເຮັດໄດ້ພຽງເທົ່ານັ້ນ ຈົບເກມ 90 ນາທີ ລ້ານຊ້າງ ຢູໄນເຕັດ ເຮັດໄດ້ຕາມຄາດ ບຸກສະເໝີ ຢາດານາບອນ ເຖິງຖິ່ນໄປແບບສຸດມ່ວນ 3-3 ປະຕູ ສ້າງປະຫວັດສາດໜ້າໃໝ່ໃຫ້ແກ່ວົງການເຕະບານລາວ ຜ່ານເຂົ້າຮອບຮອງຊະນະເລີດ ຫຼື ຮອບ 2 ໄດ້ສໍາເລັດ ໄປພົບກັບ ສະໂມສອນ ເບືອງ ເກັດ ອັງກໍ ຮອງແຊ໋ມເກົ່າໂຕໂຢຕ້າ ແມ່ຂອງ ຄັບ 2015 ທີ່ຢືນລໍຖ້າ ໃນວັນທີ 31 ທັນວາ 2016 ທີ່ປະເທດກຳປູເຈ້ຍ.
ຂະນະທີ່ ຫຼັງຈົບເກມ ທ່ານ ພັນທະຈິດ ອິນທິລາດ ປະທານສະໂມສອນ ລ້ານຊ້າງ ຢູໄນເຕັດ ໄດ້ກ່າວຊົມເຊີຍ ແລະ ໃຫ້ກຳລັງໃຈຄະນະຄູເຝິກ ແລະ ນັກກິລາທັງໝົດ ໃນການສ້າງປະຫວັດສາດ ຄັ້ງ
ນີ້ ພ້ອມທັງເນັ້ນໃຫ້ພະຍາຍາມເອົາຊະນະ ສະໂມສອນ ເບືອງເກັດ ອັງກໍ ໃຫ້ໄດ້ ເພື່ອຈະໄດ້ເຂົ້າຊີງຊະນະເລີດກັບສະໂມສອນ ບູຣີຣຳ ຢູໄນເຕັດ. ນອກຈາກນັ້ນ, ທ່ານຍັງໄດ້ໃຫ້ຄະນະນຳທັບນັກກິລາລ້ານຊ້າງ ຢູໄນເຕັດ ປ່ຽນຖ້ຽວບິນດ່ວນຈາກມາປະເທດລາວ ໃຫ້ບິນຕົງໄປທີີ່ປະເທດກຳປູເຈຍເລີຍ ເພື່ອພັກຜ່ອນຢູ່ທີ່ນັ້ນ ແລະ ກະກຽມລົງສະໜາມນັດຕໍ່ໄປ ໃນວັນທີ 31 ທັນວານີ້.
ສຳລັບ ຜົນງານໃນການແຂ່ງຂັນຄັ້ງນີ້ ລ້ານຊ້າງ ຢູໄນເຕັດ ແມ່ນເປັນອັນດັບ 1 ຂອງກຸ່ມ ໂດຍມີ 4 ຄະແນນ ຈາກການລົງສະໜາມ 2 ນັດ ຊະນະ ສະໂມສອນ SHB ດານັງ 2-1 ປະຕູ ແລະ ສະເໝີ ສະໂມສອນ ຢາດານາບອນ 3-3 ປະຕູ ຜ່ານເຂົ້າສູ່ຮອບຮອງຊະນະເລີດ ໄປພົບກັບ ສະໂມສອນ ເບືອງເກັດ ອັງກໍ ທີມຈາກລີກສູງສຸດຂອງກໍາປູເຈຍ ອະດີດຮອງແຊ໋ມເກົ່າ ໃນວັນທີ 31 ທັນວານີ້, ເຊິ່ງນັດນີ້ຈະແຂ່ງຂັນກັນນັດດຽວ ທີມທີ່ຊະນະຈະໄປຊີງຊະນະເລີດກັບສະໂມສອນ ບູຣີຣຳ ຢູໄນເຕັດ ແຊ໋ມເກົ່າປີ 2015.
ຂໍຂອບໃຈ
ຂໍ້ມູນ : ບ່າວພະເນຈອນ