ຕິກ ພິນເຊັສ ນັກຮ້ອງສາວສຸດເຊັກຊີ ກໍາລັງຈະກັບມາ

ເມື່ອເວົ້າເຖິງນັກຮ້ອງສາວສຸດເຊັກຊີໃນວົງການບັນເທີງລາວ ກໍ່ຄົງຈະແມ່ນໃຜໄປບໍ່ໄດ້ນອກຈາກສາວ ຕິກ ພິ້ງເຊັດ ລ່າສຸດສາວ ຕິກ ຈະມາທວງບັນລັງກັບສາຍານາມ ນັກຮ້ອງສາວ ສຸດເຊັກຊີ ຫຼັງຈາກທີ່ຫາຍໜ້າຫາຍຕາໄປດົນ.
ຫລັງຈາກທີ່ຫາງຫາຍວົງການໄປດົນເຕີບ ສາວຕິກກໍໄດ້ໄປພັກຜ່ອນ ແລະ ຊ່ວຍວຽກຄອບຄົວຢູ່ ພູເກັດ ປະເທດໄທ ແຕ່ກໍ່ບໍ່ໄດ້ຢຸດພັດທະນາຕົນເອງ, ບໍ່ໄດ້ອອກຈາກວົງການເພງ ພຽງແຕ່ໄປພັກຜ່ອນຮຽນຮູ້ ພັດທະນາຕົນເອງຕື່ມ ເພື່ອຈະກັບມາເຮັດຜົນງານໃຫ້ດີຂຶ້ນ ແລະ ໄວໆນີ້ ຈະມີຜົນງານເພງໃໝ່ ເປັນເພງພິເສດທີ່ຮ້ອງຮ່ວມກັບ ສາວຕຸ່ນ ດີວ້າ, ເຊິ່ງເປັນເພງທີ່ພິເສດ ແລະສາວຕິກເປັນຄົນແຕ່ງນໍາ ແລະ ເຊື່ອວ່າທຸກຄົນຕ້ອງມັກເພງນີ້ ໂດຍເພງດັ່ງກ່າວຈະຖືກປ່ອຍມາໃຫ້ໄດ້ຮັບຟັງໃນໄວນີ້ແນ່ນອນ ພ້ອມທັງເຊື່ອວ່າຫຼາຍຄົນຈະໃຫ້ໂອກາດ ແລະ ຮັກຕິກຄືເກົ່າ
ຂໍຂອບໃຈ
ຂໍ້ມູນ : Tik Princess Laos