ຈາກສູນສູ່ດາວດວງໃໝ່! ສ່ອງ “ແຈັກ ວົງທອງວິໄລ” ໜຶ່ງໃນຜູ້ເຂົ້າປະກວດ Lao Super Model 2018

ໃນທີ່ສຸດເວທີການປະກວດລາວຊູເປີໂມເດວ 2018 ເຊິ່ງເປັນເວທີທີ່ຄັດເລືອກນາຍແບບ-ນາງແບບໜ້າໃໝ່ເຂົ້າສູ່ວົງການບັນເທີງຂອງເມືອງລາວ ກໍໄດ້ປະກາດຜູ້ເຂົ້າຮອບ 20 ຄົນສຸດທ້າຍຂອງປີນີ້ອອກມາແລ້ວ ຈາກຜູ້ເຂົ້າສະໝັກປະກວດກວ່າ 500 ຄົນ ແລະ ມື້ນີ້ເຮົາໄດ້ເວົ້າລົມກັບ 1 ໃນຜູ້ປະກວດທີ່ໂດດເດັ່ນໜ້າຈັບຕາຂອງເວທີລາວຊູເປີໂມເດວທີ່ໄດ້ເຂົ້າຮອບມາແນະນຳໃຫ້ຮູ້ຈັກກັນ ນັ້ນກໍຄື ແສງລັງສີ ວົງທອງວິໄລ ຫລື ແຈັກ ນັ້ນເອງ.
ແຈັກ ຄືໜຶ່ງໃນຜູ້ເຂົ້າຮອບຂອງກຸ່ມຜູ້ຊາຍທີ່ມີພຽງ 10 ຄົນ ໄດ້ເປີດເຜີຍກັບເຮົາເຊິ່ງກໍພົບວ່າມີຄວາມໜ້າສົນໃຈຢ່າງຫລາຍ ເພາະບໍ່ເຄີຍເດີນແບບ ຫລື ເຮັດວຽກດ້ານນີ້ມາກ່ອນ ແຖມຍັງເຄີຍຕຸ້ຍມີນ້ຳໜັກຫລາຍ 90 ກິໂລ ໂດຍແຮງຜັກດັນໃຫ້ເຂົ້າມາປະກວດເວທີລາວຊູເປີໂມເດວໃນຄັ້ງນີ້ແມ່ນໜຸ່ມແຈັກໄດ້ບອກວ່າ: “ເປັນຄົນທີ່ມັກວົງການບັນເທີງຢູ່ແລ້ວ ໂດຍສະເພາະການເດີນແບບ ເລີຍຢາກເປັນໜຶ່ງໃນນັ້ນ ແຕ່ດ້ວຍຕົ້ນທຶນທັງທາງຮ່າງກາຍ ແລະ ປະສົບການນັບວ່າເປັນສູນເລີຍ ຄືທັງຕຸ້ຍ ແລະ ບໍ່ເຄີຍຜ່ານເວທີການປະກວດຫຍັງມາກ່ອນ ຈຶ່ງເປັນເລື່ອງທ້າທາຍແຈັກຢ່າງຫລາຍ ແຕ່ເມື່ອຮູ້ວ່າເວທີການປະກວດນີ້ຈະເລີ່ມຮັບສະໝັກ ແຈັກເລີຍເລີ່ມຈາກອອກກຳລັງກາຍຫລຸດນ້ຳໜັກຢ່າງໜັກ ແລະ ຄວບຄຸມອາຫານ ຈົນຜ່ານໄປ 3 ເດືອນໝູ່ເພື່ອນເລີ່ມທັກທ້ວງວ່າເປັນຫຍັງຮູບຮ່າງດີຂຶ້ນ ແລະ ເມື່ອຄົບ 9 ເດືອນ ເວທີລາວຊູເປີໂມເດວຂອງປີນີ້ກໍເປີດຮັບສະໝັກ ເຊິ່ງຮູບຮ່າງກໍພ້ອມພໍດີເລີຍເຂົ້າມາປະກວດ ແລະ ເມື່ອຮູ້ວ່າເຂົ້າຮອບກໍຮູ້ສຶກພູູມໃຈໃນໂຕເອງຫລາຍ ທີ່ການພະຍາຍາມທັງໝົດເປັນຜົນສຳເລັດ ແລະ ກໍບອກກັບໂຕເອງວ່າເຮົາຈະຫລິ້ນໆບໍ່ໄດ້ແລ້ວ ເຊິ່ງຕ້ອງພະຍາຍາມຢ່າງໜັກຂຶ້ນໄປອີກ ແລະ ຕ້ອງອອກກຳລັງກາຍເພີ່ມຂຶ້ນ ເພາະທຸກຄົົນທີ່ເຂົ້າຮອບມີຮູບຮ່າງໜ້າຕາເບິ່ງດີກັນທຸກຄົນເລີຍ ແຕ່ເຮົາມີຜິວເຂັ້ມບໍ່ຂາວຄືຄົນອື່ນ ເຮົາກໍຕ້ອງເອົາບ່ອນນີ້ໃຫ້ກາຍເປັນຈຸດເດັ່ນ ເພາະທຸກມື້ນີ້ຄົນຜິວເຂັ້ມກໍເລີ່ມໄດ້ຮັບຄວາມສົນໃຈຫລາຍຂຶ້ນ ທີ່ສຳຄັນເຮົາຕ້ອງເຮັດໃຫ້ກຳມະການ ແລະ ຄົນເບິ່ງຍອມຮັບໂຕຕົນຂອງເຮົາໃຫ້ໄດ້ ນັ້ນຖືວ່າແຈັກໄດ້ເຮັດສຳເລັດແລ້ວ ແລະຕອນນີ້ກໍພ້ອມຫລາຍ ແຕ່ຍອມຮັບວ່າກ່ອນໜ້າເຂົ້າປະກວດຢ້ານອ້າຍໂຕ້ ເອັກຕຣີມ ເພາະອ້າຍລາວຄ່ອນຂ້າງຮ້າຍ ແຕ່ເມື່ອເຂົ້າມາກໍພົບວ່າອ້າຍລາວໃຈດີກວ່າທີ່ຄິດ ແລະ ຮູ້ວ່າທີ່ບາງເທື່ອອ້າຍເພິ່ນຮ້າຍກໍເພາະຕ້ອງການໃຫ້ເຮົາພັດທະນາໂຕເອງ ຈຶ່ງເບິ່ງວ່າເປັນເລື່ອງທີ່ດີຫລາຍໆ ເຊິ່ງເມື່ອເຂົ້າຮອບມາແລ້ວແຈັກກໍຕ້ອງເຮັດໃຫ້ດີທີ່ສຸດ ຈະພັດທະນາໂຕເອງຕະຫລອດເວລາໃຫ້ເປັນນາຍແບບທີ່ດີ ແລະ ຈະສູ້ເພື່ອໃຫ້ເປັນ 1 ໃນ 3 ລາວຊູເປີໂມເດວປີນີ້ໃຫ້ໄດ້”
ຫຼັງໄດ້ເຫັນຄວາມພະຍາຍາມຂອງແຈັກແລ້ວກໍອົດເອົາໃຈຊ່ວຍບໍ່ໄດ້ ເຊິ່ງຕອນນີ້ເວທີລາວຊູເປີໂມເດວປີ 2018 ກໍໄດ້ເລີ່ມອອກອາກາດແລ້ວ ທຸກຄົນຢ່າລືມໃຫ້ກຳລັງໃຈໜຸ່ມແຈັກກັນແດ່ເດີ້.
ຂໍຂອບໃຈ