ເລີດແທ້ເລີດວ່າ! ບຸ້ງກີ ສາວປະເພດສອງຄົນດັງ ດຽວນີ້ງາມຂຶ້ນເປັນກອງ

ບຸ້ງກີ ພິລາວົງ ສາວປະເພດສອງເຈົ້າຂອງສາຍາສາວຄົນນີ້ເຊັກຊີ່ໜ້າຮັກ ຄົນດັງໃນໂລກໂຊຊຽວ ທີ່ຕົກເປັນຂ່າວໂດ່ງດັງຫລາຍເມື່ອປີກາຍກັບການບິນໄກສັນຍະກໍາປັບປ່ຽນຮູບໜ້າໃຫ້ມີຄວາມຄ້າຍຄືກັບດາລາສາວຄົນດັງຈາກປະເທດໄທຢ່າງ ໃໝ່ ດາວິກາ ໂດຍໃຊ້ເງິນເຖິງ 327 ລ້ານກີບໃນການເຮັດສັນຍະກໍາຜ່າຕັດໃຫຍ່ໃນເທື່ອນັ້ນ.
ເຊິ່ງຫລັງຈາກຜ່ານໄປດົນກໍເຫັນໄດ້ວ່າສາວບຸ້ງກີນັ້ນມີການປ່ຽນແປງໄປຫລາຍທັງຫຸ່ນ ທັງຮູບຮ່າງໜ້າຕາທີ່ເປະຂຶ້ນແບບສຸດໆ ແຖມດຽວນີ້ເພິ່ນກໍຍັງງາມຂຶ້ນໄປຫລາຍກວ່າເກົ່າອີກ ທັງເລີດທັງເຊັກຊີ່ແບບສຸດໆເລີຍ.
ມື້ນີ້ພວກເຮົາເລີຍໄດ້ເອົາຮູບພາບປັດຈຸບັນຂອງສາວບຸ້ງກີມາໃຫ້ໄດ້ເບິ່ງນໍາກັນ ມາສ່ອງກັນດີກວ່າວ່າເພິ່ນນັ້ນຈະເລີດຂະໜາດໃດ.
ຂໍຂອບໃຈ