ນະຄອນຫຼວງວຽງຈັນ ເປີດຂະບວນການເສຍອາກອນແບບວ່ອງໄວ ແລະ ໂປ່ງໃສ

ສ່ວຍສາອາກອນ ປະຈຳນວນນະຄອນຫຼວງວຽງຈັນ ໄດ້ເປີດ 3 ຂັ້ນຕອນໃນການໃຫ້ບໍລິການແບບວ່ອງໄວ ແລະ ໂປ່ງໃສຂອງພະນັກງານ-ລັດຖະກອນສ່ວຍອາກອນນະຄອນຫຼວງວຽງຈັນ, ເພື່ອແນໃສ່ເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານໃນປີ 2018 ໃຫ້ບັນລຸຕາມຕົວເລກແຜນການທີ່ໄດ້ຮັບມອບໝາຍ.
ພິທີເປີດຂະບວນການດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດນີ້ ທີ່ສ່ວຍສາອາກອນ ນະຄອນຫຼວງ ໂດຍການເປັນປະທານຂອງທ່ານ ກົງຄໍາ ສິດທິວໍລະດາ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີທ່ານ ສີລິລາດທົງສິນ ທອງເພັງ ຫົວໜ້າສ່ວຍສາອາກອນປະຈໍານະຄອນຫຼວງວຽງຈັນ, ຕາງໜ້າສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ຂະແໜງການອ້ອມຂ້າງພະແນກການເງິນ, ຫົວໜ່ວຍຫ້າງຮ້ານທຸລະກິດເຂົ້າຮ່ວມ.
ທ່ານຫົວໜ້າສ່ວຍສາອາກອນປະຈໍານະຄອນຫຼວງວຽງຈັນ ກ່າວວ່າ: ເພື່ອປະຕິບັດຕາມທິດຊີ້ນໍາຂອງທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ແລະ ທິດຊີ້ນໍາຂອງທ່ານ ເຈົ້າຄອງນະຄອນຫຼວງວຽງຈັນຕໍ່ວຽກງານພັດທະນາກົງຈັກການຈັດຕັ້ງຂອງສ່ວຍສາອາກອນປະຈໍານະຄອນຫຼວງວຽງຈັນ, ເພື່ອຮັບປະກັນຕໍ່ການປະຕິບັດວຽກງານໃຫ້ມີປະສິດທິຜົນສູງ, ແນໃສ່ປັບປຸງກົນໄກ ແລະ ແບບແຜນວິທີເຮັດວຽກຂອງພະນັກງານໃນຂົງເຂດລັດເວົ້າລວມ, ເວົ້າສະເພາະແມ່ນຂົງເຂດສ່ວຍສາອາກອນໃຫ້ກະທັດຮັດ, ວ່ອງ ໄວ, ໂປ່ງໃສ ແລະ ກວດກາໄດ້ພ້ອມທັງ, ເປັນການຕີຖອຍບັນດາຫາງສຽງທີ່ຈົ່ມວ່າຈາກສັງຄົມຕໍ່ກັບວຽກງານສ່ວຍສາອາກອນໃຫ້ຫຼຸດລົງເທື່ອລະກ້າວ.
ການເປີດໃຫ້ບໍລິການດັ່ງກ່າວ ແນ່ໃສ່ປັບປຸງກົນໄກ ແລະ ແບບແຜນວິທີເຮັດວຽກຂອງພະນັກງານໃນຂົງເຂດລັດເວົ້າລວມ ເວົ້າສະເພາະແມ່ນຂົງເຂດສ່ວຍສາອາກອນໃຫ້ກະທັດລັດ, ວ່ອງໄວ, ໂປ່ງໃສ່ ແລະ ກວດກາສວຍ ຄຽງຄູ່ກັນນີ້, ກໍເພື່ອໃຫ້ພໍ່ແມ່ປະຊາຊົນ, ພະນັກງານລັດຖະກອນ, ທະຫານຕໍາຫຼວດ, ນັກທຸລະກິດ, ຜູ້ປະກອບການທັງບຸກຄົນ ແລະ ນິຕິບຸກຄົນລວມທັງເຈົ້າໜ້າທີ່ຜູ້ທີ່ໃຫ້ບໍລິການຮັບຮູ້ຂັ້ນຕອນຂອງການປະກອບເອກະສານ ຫຼື ຄໍາຕອບ ແລະ ຈໍານວນຄ່າແບບພິມ-ຄ່າບໍລິການທີ່ຈະຕ້ອງໄດ້ຈ່າຍໃນແຕ່ລະເອກະສານຢ່າງລະອຽດຈະແຈ້ງເຊັ່ນ: ວຽກງານບໍລິການອອກເລກປະຈໍາຕົວແກ່ວິສາຫະກິດທີ່ເປີດໃໝ່, ວຽກງານບໍລິການອອກໃບຢັ້ງຢືນການມອບພັນທະອາກອນປະຈໍາປີ, ວຽກງານການບໍລິການດັດແກ້ຂໍ້ມູນ ແລະ ການອອກໃບຢັ້ງຢືນຢຸດຊົ່ວຄາວ ຫຼື ຖາວອນຕາມການສະເໜີຂອງຫົວໜ່ວຍວິສາຫະກິດ ຊຶ່ງສ່ວຍສາອາກອນນະຄອນຫຼວງໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບປະຊາສໍາພັນໃຫ້ການແນະນໍາຂໍ້ມູນແກ່ຜູ້ມາໃຊ້ບໍລິການ ແລະ ຖ້າຫາກມີການຮຽກເກັບຄ່າແບບພິມ-ຄ່າບໍລິການເກີນອັດຕາທີ່ກໍານົດໄວ້ແມ່ນຖືວ່າຜິດຕໍ່ລະບຽບການ ແລະ ສາມາດຮ້ອງຟ້ອງຕໍ່ຂະບວນການຍຸຕິ ທໍາຈຶ່ງເອີ້ນວ່າລະບົບບໍລິການທີ່ໂປ່ງໃສ.
ສຳລັບ 3 ຂັ້ນຕອນໃນການໃຫ້ບໍລິການແບບວ່ອງໄວ ແລະ ໂປ່ງໃສ່ຂອງເຈົ້າໜ້າທີ່ສ່ວຍອາກອນນະຄອນ ຫຼວງວຽງຈັນມີຄື : 1). ວຽກງານບໍລິການອອກເລກປະຈຳຕົວແກ່ວິສາຫະກິດທີ່ເປີດໃໝ່, ໃນນີ້: ຄ່າບໍລິການ ແລະແບບພິມຕ້ອງໄດ້ມອບ 110,000 ກີບ, ກຳນົດເວລາຂອງເຈົ້າໜ້າທີ່ສ່ວຍສາອາກອນຕ້ອງໄດ້ຈັດຕັ້ງປະຕິບັດບໍ່ ໃຫ້ເກີນ 10 ວັນທາງລັດຖະການ, ຖ້າເກີນເຈົ້າໜ້າທີ່ສ່ວຍສາອາກອນຕ້ອງໄດ້ອອກເອກະສານແຈ້ງຄືນຕໍ່ວິສາຫະກິດຢ່າງເປັນລາຍລັກອັກສອນ; 2). ວຽກງານບໍລິການອອກໃບຢັ້ງຢືນການມອບພັນທະອາກອນປະຈຳປີ, ໃນນີ້: ຄ່າບໍລິການ ແລະ ແບບ ພິມທີ່ຕ້ອງໄດ້ມອບ 110,000 ກີບ, ກຳນົດເວລາຈັດຕັ້ງປະຕິບັດບໍ່ເກີນ 10 ວັນ; ແລະ 3). ວຽກງານບໍລິການດັດແກ້ຂໍ້ມູນ ແລະ ການອອກໃບຢັ້ງຢືນຢຸດຊົ່ວຄາວ ຫຼື ຖາວອນ, ໃນນີ້: ຄ່າບໍລິການ ແລະ ແບບພິມທີ່ຕ້ອງມອບ 60,000 ກີບ, ກຳນົດບໍ່ເກີນ 10 ວັນເຊັ່ນກັນ.
ທ່ານ ສີລິລາດທົງສິນ ທອງເພັງ ກ່າວວ່າ: ປັດຈຸບັນພະນັກງານສ່ວຍສາອາກອນ ນະຄອນຫຼວງ ມີທັງໝົດ 526 ທ່ານ, ຍິງ 187 ທ່ານ, ມີຫົວໜ່ວຍວິສາຫະກິດຢູ່ໃນການຄຸ້ມຄອງທັງໝົດ 42,487 ຫົວໜ່ວຍ. ໃນປີ 2018 ສ່ວຍສາອາກອນປະຈຳນະຄອນຫຼວງວຽງຈັນໄດ້ຮັບແຜນຈັດເກັບລາຍຮັບຈຳນວນ 1,146.613 ຕື້ກີບ ທຽບໃສ່ແຜນການສົກປີ 2017 (1,053.20 ຕື້ກີບ) ເພີ່ມຂຶ້ນ 8.86% ເປັນເງິນ 93.413 ຕື້ກີບ, ໃນນັ້ນ: ຂັ້ນນະຄອນຫຼວງຄຸ້ມຄອງເກັບ 806.58 ຕື້ກີບ ກວມ 70.34% ແລະ ຂັ້ນເມືອງຄຸ້ມຄອງເກັບ 340.03 ຕື້ກີບ ກວມ 29.65%, ຜ່ານການ ຈັດຕັ້ງປະຕິບັດຈັດເກັບລາຍຮັບໃນ 6 ເດືອນຕົ້ນປີ 2018 ຮອດວັນທີ 30 ມີຖຸນາ 2018 ສາມາດປະຕິບັດໄດ້ທັງໝົດ 573.55 ຕື້ກີບ ເທົ່າກັບ 50.02% ຂອງແຜນການປີ (1,146.613 ຕື້ກີບ), ທຽບໃສ່ແຜນການ 6 ເດືອນຕົ້ນປີໄດ້ 104.21% ລື່ນໄລຍະດຽວກັນຂອງປີ 2017 ແມ່ນ 179.73 ຕື້ກີບ ຫຼື ເທົ່າກັບ 145.64% ຂອງໄລຍະດຽວກັນ.
ຂໍຂອບໃຈ
ຂໍ້ມູນ : ໜັງສືພິມລາວພັດທະນາ