ການກໍ່ສ້າງທາງລົດໄຟລາວ-ຈີນ ມີຄວາມຄືບໜ້າຢ່າງຕໍ່ເນື່ອງ ສຳເລັດແລ້ວກວ່າ 33%

ສື່ມວນຊົນຈາກ 6 ປະເທດໃນຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄື: ກຳປູເຈຍ, ຈີນ, ລາວ, ໄທ, ມຽນມາ ແລະ ຫວຽດນາມ ຢ້ຽມຊົມຫ້ອງການໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄລຍະສັນຍາທີ 6 ຢູ່ບ້ານ ນາຄູນນ້ອຍ, ເມືອງ ນາຊາຍທອງ, ນະຄອນຫລວງວຽງຈັນ ໃນວັນທີ 3 ກໍລະກົດ 2018 ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ຢວນ ກົວຟູ ຫົວໜ້າຫ້ອງການກຸ່ມ ບໍລິສັດວິສາຫະກິດທາງລົດໄຟເລກ 2 ສປ ຈີນ. ສະເພາະໄລຍະສັນຍາທີ 6 ແຕ່ໂພນໂຮງຫານະຄອນຫຼວງວຽງຈັນ ມີໄລຍະທາງ 65.7 ກິໂລແມັດ. ປັດຈຸບັນ ບໍລິສັດຮັບເໝົາກໍ່ສ້າງພວມເລັ່ງຈັດຕັ້ງປະຕິບັດໜ້າວຽກຕ່າງຯ ຢ່າງຕໍ່ເນື່ອງ ເປັນຕົ້ນ: ການບຸກເບີກແລວທາງ, ສ້າງເສົາຄໍ້າໂຕ T, ສ້າງຂົວ ແລະ ອື່ນຯ.
ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເປັນໂຄງການຮ່ວມມືຂອງສອງລັດຖະບານ ລາວ ແລະ ຈີນ, ໃນນີ້ ລັດຖະບານລາວຖືຫຸ້ນ 30% ແລະ ລັດຖະບານຈີນຖືຫຸ້ນ 70% ມີຈຸດເລີ່ມຕົ້ນແຕ່ບໍ່ເຕັນແຂວງ ຫລວງນ້ຳທາ ຜ່ານແຂວງ ອຸດົມໄຊ, ແຂວງ ຫລວງພະບາງ, ແຂວງ ວຽງຈັນ ຈົນຮອດນະຄອນຫລວງວຽງຈັນ, ລວມຄວາມຍາວທັງໝົດ 414.332 ກິໂລແມັດ, ມີ 32 ສະຖານີ, ເປັນທາງລົດໄຟສາຍດຽວທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າຂົນສົ່ງໂດຍສານ ແລະສິນຄ້າ ດ້ວຍຄວາມໄວສູງ 160 ກິໂລແມັດຕໍ່ຊົ່ວໂມງ.
ພິທີວາງສິລາລືກໂຄງການກໍ່ສ້າງຢ່າງເປັນທາງການຈັດຂຶ້ນໃນວັນທີ 2 ທັນວາ ປີ 2015, ຄາດວ່າການກໍ່ສ້າງຈະໃຫ້ສຳເລັດໃນປີ 2021, ມູນຄ່າການລົງທຶນທັງໝົດເກືອບ 6 ຕື້ໂດລາສະຫະລັດ, ປະກອບມີ 6 ໄລຍະສັນຍາກໍ່ສ້າງ.
ອີງຕາມການລາຍງານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ 8 ໃນວັນທີ 5 ມິຖຸນາ 2018 ໃຫ້ຮູ້ວ່າ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ມາເຖິງເດືອນ ພຶດສະພາ 2018 ມີຄວາມຄືບໜ້າ 33.7% (ລື່ນຄາດໝາຍ 4%).