ອໍຮ່າມາເຕັມ "ມິມີ່ ພູຊັບ" ຮ່ວມເປັນກໍາມະການໃນເວທີລະດັບສາກົນ Mister National Universe 2018

ອີກໜຶ່ງບົດບາດຂອງ ມິມີ່ ພູນຊັບ ພົນໂຍທາ ເຈົ້າຂອງມຸງກຸດ Miss International Laos 2017 ແລະ ຜູ້ເຂົ້າຮອບ 8 ຄົນສຸດທ້າຍຂອງ Miss International 2017 ເຊິ່ງໃນວັນທີ 18 ມິຖຸນາ 2018 ທີ່ຜ່ານມາ ສາວມິມີ່ ໄດ້ຮັບກຽດໄປຮ່ວມເປັນໜຶ່ງໃນກຳມະການຕັດສິນໃນການແຂ່ງຂັນຊາຍງາມລະດັບນານາຊາດ Mister National Universe 2018 ຈັດຂຶ້ນທີ່ຫົວຫິນ ປະເທດໄທ ໂດຍມີຊາຍໜຸ່ມຈາກ 18 ປະເທດເຂົ້າຮ່ວມການປະກວດ ລວມທັງລາວນຳ.
ເຊິ່ງໃນການໄປເປັນກໍາມະການຂອງມິມີ່ໃນຮອບນີ້ກໍສ້າງຄວາມສົນໃຈໃຫ້ກັບທາງສື່ມວນຊົນຕ່າງປະເທດຢ່າງຫລາຍ ດ້ວຍຄວາມອໍຣ່າເປັ່ງປັ່ງຂອງມິມີ່ຈຶ່ງເຮັດສາມາດເອີ້ນສຽງກົດຊັດເຕີຈາກທີມສື່ມວນຊົນໄດ້ບໍ່ໜ້ອຍເລີຍ.
ຂໍຂອບໃຈ
ພາບ : Firstmodelinglao , Mister National Universe the new Gen of the future