ທາບທາມປະກອບຄຳເຫັນໃສ່ຮ່າງກົດໝາຍກ່ຽວກັບອາກອນ 3 ສະບັບ

ເມື່ອທ້າຍອາທິດຜ່ານມາ ທີ່ຫ້ອງປະຊຸມການເງິນແຂວງຫຼວງພະບາງ, ກົມນະໂຍບາຍການເງິນ ແລະ ນິຕິກຳ ກະຊວງການເງິນ, ໄດ້ຈັດກອງປະຊຸມທາບທາມປະກອບຄຳຄິດຄໍາເຫັນໃສ່ 3 ຮ່າງກົດໝາຍຄື: ຮ່າງກົດໝາຍວ່າດ້ວຍ ອາກອນລາຍໄດ້, ຮ່າງກົດໝາຍວ່າດ້ວຍ ອາກອນຊົມໃຊ້, ຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງສ່ວຍສາອາກອນ. ທັງນີ້, ເພື່ອເຮັດໃຫ້ຮ່າງກົດໝາຍສະບັບດັ່ງກ່າວໃຫ້ມີເນື້ອໃນຈະແຈ້ງ, ຄົບຖ້ວນ, ສອດຄ່ອງກັບຫຼັກການສ້າງນິຕິກຳ ແລະ ສະພາບເງື່ອນໄຂຄວາມເປັນຈິງຂອງປະເທດ, ກອງປະຊຸມດັ່ງກ່າວໂດຍການເປັນປະທານຂອງທ່ານ ປອ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນ, ມີບັນດາທ່ານຕາງໜ້າພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກຂອງຂະແໜງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງ 6 ແຂວງເຂົ້າຮ່ວມ.
ໂອກາດນີ້, ທ່ານ ປອ ອາດສະພັງທອງ ສີພັນດອນ ໄດ້ມີຄຳເຫັນວ່າ: ການຈັດກອງປະຊຸມທາບທາມຄຳເຫັນໃສ່ 3 ຮ່າງກົດໝາຍໃນຂົງເຂດສ່ວຍສາອາກອນຄື: ຮ່າງກົດໝາຍວ່າດ້ວຍ ອາກອນລາຍໄດ້, ຮ່າງກົດໝາຍວ່າດ້ວຍ ອາກອນຊົມໃຊ້ ແລະ ຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງສ່ວຍສາອາກອນ, ຊຶ່ງທັງ 3 ຮ່າງກົດໝາຍດັ່ງກ່າວແມ່ນແຍກມາຈາກກົດໝາຍສ່ວຍສາອາກອນ ສະບັບປະຈຸບັນ ເພື່ອໃຫ້ມີຄວາມຈະແຈ້ງ, ຄົບຖ້ວນ ແລະ ສອດຄ່ອງກັບນິຕິກຳອື່ນໆ ແລະ ສະພາບການເຕີບໂຕທາງດ້ານເສດຖະກິດ-ສັງຄົມໃນປະຈຸບັນ ແລະ ອະນາຄົດ.
ສະນັ້ນ, ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດຖະບານໃນການຫັນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍລະບົບກົດໝາຍໃຫ້ນັບມື້ນັບໜັກແໜ້ນເຂັ້ມແຂງ, ພ້ອມທັງເປັນການຈັດຕັ້ງຜັນຂະຫຍາຍວິໄສທັດ 2030, ຍຸດທະສາດພັດທະນາການເງິນແຫ່ງລັດຮອດປີ 2025, ແຜນປະຕິຮູບລະບົບຄຸ້ມຄອງການເງິນແຫ່ງລັດຮອດປີ 2020, ຂອງຂະແໜງການເງິນຂອງພວກເຮົາທີ່ໄດ້ກຳນົດການສ້າງ ແລະ ປັບປຸງນິຕິກຳຂະແໜງການເງິນໃຫ້ມີຄວາມຄົບຊຸດ, ມີຄວາມສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມໃນປະຈຸບັນ, ພ້ອມທັງເຮັດໃຫ້ວຽກງານຂອຂະແໜງການເງິນຂອງພວກເຮົາສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ແນໃສ່ການສົ່ງເສີມການລົງທຶນໃຫ້ຂະຫຍາຍຕົວຂຶ້ນໄປເລື້ອຍໆ, ສ້າງທ່າແຮງທາງດ້ານລາຍຮັບໃຫ້ມີຄວາມໝັ້ນທ່ຽງ,ມີຖານລາຍຮັບທີ່ຮັບປະກັນຕໍ່ການປະຕິບັດພັນທະເຂົ້າງົບປະມານແຫ່ງລັດ, ຊຶ່ງໃນໄລຍະຜ່ານມາລາຍຮັບສ່ວຍສາອາກອນເປັນລາຍຮັບທີ່ເປັນອັນດັບ 1 ຂອງລາຍຮັບພາຍໃນຊຶ່ງກວມເອົາປະມານ 50% ຂຶ້ນໄປຂອງລາຍຮັບພາຍໃນ ຫຼື ຈະຢູ່ໃນລະດັບປະມານ 9% ຂອງ GDP.
ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຫົວໜ້າກົມນະໂຍບາຍການເງິນ ແລະ ນິຕິກໍາ ກ່າວວ່າ: ຮ່າງກົດໝາຍ 03 ສະບັບໄດ້ສະເໜີເຖິງພາບລວມ, ຄວາມເປັນມາ ແລະ ຄວາມຈໍາເປັນໃນການຄົ້ນຄວ້າສ້າງຮ່າງກົດໝາຍເປັນຕົ້ນ: ສະພາບການເຕີບໂຕຂອງເສດຖະກິດ, ເພື່ອຄວາມສະດວກໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດພ້ອມທັງເປັນການປັບປຸງກົນໄກການຄຸ້ມຄອງ ແລະ ຈັດເກັບລາຍຮັບສ່ວຍສາອາກອນໃຫ້ມີປະສິດທິພາບຂຶ້ນກວ່າເກົ່າ, ສະດວກໃນການປັບປຸງນິຕິກໍາທີ່ຕິດພັນກັບແຕ່ລະປະເພດອາກອນ ແລະ ຮັບປະກັນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ຮ່າງກົດໝາຍດັ່ງກ່າວແມ່ນໄດ້ກຳນົດຫຼັກການ, ລະບຽບການ, ວິທີການ ແລະ ມາດຕະການ ເພື່ອຄຸ້ມຄອງ ແລະ ກວດກາວຽກງານສ່ວຍສາອາກອນແຕ່ລະປະເພດ, ຊຸກຍູ້ສົ່ງເສີມການຜະລິດທຸລະກິດໃຫ້ມີການຂະຫຍາຍຕົວຢ່າງແຂງ ແຮງແນ່ໃສ່ຮັບປະກັນການເກັບພັນທະອາກອນເຂົ້າງົບ ປະມານແຫ່ງລັດໃຫ້ຖືກຕ້ອງ, ຄົບຖ້ວນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ກອງປະຊຸມດັ່ງກ່າວບັນດາທ່ານຕາງໜ້າພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກຂອງຂະແໜງການເງິນ 6 ແຂວງເຂົ້າຮ່ວມໄດ້ປະກອບຄໍາເຫັນຢ່າງກົງໄປກົງມາ ແລະ ຕີລາຄາສູງຕໍ່ຮ່າງກົດໝາຍດັ່ງກ່າວມີຄວາມເປັນເອກະພາບໂດຍພື້ນຖານເພື່ອນໍາໄປປັບປຸງບາງເນື້ອໃນ ແລະ ກະກຽມສະເໜີຜ່ານກອງປະຊຸມລັດຖະບານໃນທ້າຍເດືອນກໍລະກົດ ແລະ ສະເໜີຜ່ານກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໃນທ້າຍປີນີ້.
ສຳລັບກົດໝາຍດັ່ງກ່າວຖ້າໄດ້ການປະກາດໃຊ້ ຈະເປັນບ່ອນອີງທາງດ້ານນິຕິກຳທີ່ໜັກແໜ້ນໃຫ້ແກ່ອົງການຈັດ ຕັ້ງລັດ ແລະ ພາກສ່ວນກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂື້ນກ່ວາເກົ່າ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງຊາດ ໂດຍສະເພາະແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ.
ຂໍຂອບໃຈ
ຂໍ້ມູນ : ໜັງສືພິມເສດຖະກິດ-ການຄ້າ