ເມືອງແກ່ນທ້າວ ພົບກໍລະນີໄຂ້ຍຸງລາຍ 24 ຄົນ ເສຍຊີວິດ 1 ຄົນ ໃນປີ 2018

ສຳນັກຂ່າວສານປະເທດລາວລາຍງານວ່າ ໃນປີ 2018 ນີ້, ເມືອງແກ່ນທ້າວ ແຂວງໄຊຍະບູລີ ກວດພົບກໍລະນີໄຂ້ຍຸງລາຍ 24 ຄົນ, ເສຍຊີວິດແລ້ວ 1 ຄົນ ແລະ ເພື່ອຕ້ານກໍລະນີດັ່ງກ່າວ ເມືອງແກ່ນທ້າວ ໄດ້ລົງເຮັດສຸຂະສຶກສາ ແລະ ສົ່ງແພດໝໍ ລົງບ້ານແຕ່ມື້ທໍາອິດທີ່ພົບກໍລະນີ. ເຊິ່ງຂໍ້ມູນດັ່ງກ່າວໄດ້ຮັບການລາຍງານ ໃນກອງປະຊຸມຄະນະກໍາມະການສະກັດກັ້ນ -ຄວບຄຸມໄຂ້ຍຸງລາຍ ປະຈໍາປີ 2017 ແລະ ແຜນການປີ 2018 ເມືອງແກ່ນທ້າວ ແຂວງໄຊຍະບູລີ ທີ່ຈັດຂຶ້ນ ໃນວັນ15 ມິຖຸນາ ຜ່ານມາ.
ທ່ານ ບຸນຍັງ ພັນທະວົງ ຫົວໜ້າ ຫ້ອງການສາທາລະນະສຸກເມືອງ ຍັງໄດ້ໃຫ້ຮູ້ວ່າ: ໃນ 1 ປີຜ່ານມາ ໄດ້ມອບຄວາມຮັບຜິດຊອບ ໃຫ້ພະນັກງານຊີ້ນໍາຕ້ານພະຍາດລະບາດ ສົມທົບກັບ ອໍານາດການປົກຄອງບ້ານ, ເຮັດສຸຂະສຶກສາ 47 ບ້ານໃນທົ່ວເມືອງໄດ້ 200 ກວ່າຄັ້ງ ມີຜູ້ເຂົ້າຮ່ວມຮັບຟັງເກືອບ 20,000 ຄົນ, ພ້ອມທັງສ້າງຂະບວນການ 9 ບ້ານເທສະບານ, ຊີ້ນໍາສຸກສາລາ 10 ແຫ່ງ ສ້າງຂະບວນການອະນາໄມລວມບ້ານ, ສ່ວນຜົນການກວດໜອນນໍ້າ 5 ຮອບໃນ 9 ບ້ານເທບ້ານ ແລະ ສຸກສາລາ 10 ແຫ່ງທົ່ວເມືອງ ຈໍານວນ 5.000 ກວ່າຄອບຄົວ, ພົບໜອນນໍ້າ 890 ກວ່າຄອບຄົວແລະ ອື່ນໆ.
ຂໍຂອບໃຈ
ຂໍ້ມູນ : ຂ່າວສານປະເທດລາວ