ອຸມົງທີ 2 ຄວາມຍາວ 567 ແມັດ ໃນທາງລົດໄຟລາວ-ຈີນ ເຈາະສຳເລັດແລ້ວ

ກຸ່ມບໍລິສັດວິສະວະກຳທາງລົດໄຟກວາງໂຈວ ສປ ຈີນ (CREC Guangzhou) ໄດ້ເຈາະອຸມົງທີສອງຕາມທາງລົດໄຟລາວ-ຈີນສຳເລັດ ຮັບປະກັນຂະບວນການສ້າງທີ່ຕໍເນື່ອງຂອງໂຄງການທາງລົດໄຟດັ່ງກ່າວ.
CREC Guangzhou ບໍລິສັດຈີນເຊິ່ງຮັບຜິດຊອບໄລຍະທີ 2 ຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໃຫ້ຂໍ້ມູນຕໍ່ສຳນັກຂ່າວຊິນຫົວວ່າ ອຸມົງບ້ານນາແວນ ໄດ້ເຈາະສຳເລັດແລ້ວເມື່ອວັນອັງຄານທີ່ຜ່ານມາ (12 ມິຖຸນາ 2018). ອຸມົງບ້ານນາແວນ ຕັ້ງຢູ່ໃນເມືອງໄຊ ແຂວງອຸດົມໄຊ.
ສະພາບທາງທໍລະນີຂອງອຸມົງຄວາມຍາວ 567 ແມັດດັ່ງກ່າວມີຄວາມຊັບຊ້ອນຫຼາຍ ເນື່ອງຈາກເປັນດິນໜຽວປົນຊາຍ, ຫິນຊາຍ ແລະ ຫິນດິນດານ ເຊິ່ງເປັນສິ່ງທ້າທາຍຕໍ່ການກໍ່ສ້າງ.
ຕັ້ງແຕ່ວັນທີ 6 ມິຖຸນາ 2017, CREC Guangzhou ໄດ້ແຕ່ງຕັ້ງພະນັກງານທີ່ຊ່ຽວຊານເຂົ້າໄປໃນພື້ນເປັນປ່າ ແລະ ພູ ເພື່ອຕິດຕັ້ງເຕັກໂນໂລຊີ ແລະ ອຸປະກອນຂັ້ນສູງໃນການກໍ່ສ້າງອຸມົງ.
ໂຄງການທາງລົດໄຟລາວ-ຈີນ ເປັນໜຶ່ງໃນໂຄງການເຊື່ອມຕໍ່ພາຍໃຕ້ແນວຄິດໜຶ່ງແລວທາງ ໜຶ່ງເສັ້ນທາງຂອງຈີນ. ການກໍ່ສ້າງທາງລົດໄຟເລີ່ມຂຶ້ນໃນເດືອນທັນວາ ປີ 2016 ແລະ ຄາດວ່າ ຈະເປີດໃຫ້ບໍລິການໃນທ້າຍປີ 2021.
ທາງລົດໄຟລາວ-ຈີນ ມີຄວາມຍາວທັງໝົດ 414 ກິໂລແມັດ ເຊື່ອຕໍ່ຊາຍແດນບໍ່ຫານ-ບໍ່ເຕັນ ກັບພາກເໜືອຂອງລາວ ແລະ ນະຄອນຫຼວງວຽງຈັນ. ຄວາມໄວຂອງລົດໄຟຟ້າທີ່ຈະໃຊ້ແມ່ນຢູ່ທີ່ 160 ກິໂລແມັດຕໍ່ຊົ່ວໂມງ.
ຂໍຂອບໃຈ
ພາບ : qq.com