ວິທີເບິ່ງບານໂລກ 2018 ຜ່ານໂທລະສັບມືຖື ແບບງ່າຍໆ ບໍ່ຕ້ອງງໍ້ໂທລະພາບ

ຫຼາຍທ່ານອາດຈະບໍ່ສະດວກທີ່ຈະເບິ່ງ ບານໂລກ 2018 ຜ່ານທາງໂທລະພາບ ອາດຈະດ້ວຍເຫດຜົນໃດກໍຕາມ ທັງບໍ່ມີໂທລະພາບ ຫຼື ມີໂທລະພາບແຕ່ບໍ່ມີກ່ອງຮັບສັນຍານທີ່ຮອງຮັບຊ່ອງທີ່ໄດ້ຮັບສິດໃນການຖ່າຍທອດສົດບານໂລກຢູ່ໃນາວ ກໍເລີຍອົດເບິ່ງ. ແຕ່ບໍ່ຕ້ອງກັງວົນໃຈໄປ ມື້ນີ້ muan.la ຈະມາບອກວິທີເບິ່ງຜ່ານທາງໂທລະສັບມືຖືທັງ ຜູ້ໃຊ້ Android ແລະ iOS, ເຮັດແນວໃດນັ້ນ ໄປເບິ່ງກັນ.
ທຳອິດໃຫ້ດາວໂຫຼດແອັບ LTC Play ຜ່ານທາງ Google Play Store ແລະ App Store ຕາມລິ້ງລຸ່ມນີ້:
- ຜູ້ໃຊ້ Android ກົດທີ່ນີ້ເພື່ອດາວໂຫຼດ
- ຜູ້ໃຊ້ iOS (iPhone/iPad) ກົດທີ່ນີ້ເພື່ອດາວໂຫຼດ
ໂດຍແອັບນີ້ເປັນແອັບຈາກທາງ ເຄືອຂ່າຍລາວໂທລະຄົມ ຮ່ວມກັບ ຊ່ອງ TVLAO HD ເຊິ່ງເປັນຜູ້ຖືສິດໃນການຖ່າຍທອດສົດບານໂລກ 2018 ທຸກນັດຢູ່ໃນລາວແຕ່ພຽງຜູ້ດຽວ.
>> ອ່ານເພີ່ມ ລວມຊ່ອງທາງໃນການເບິ່ງ ບານໂລກ 2018 ຢູ່ໃນລາວ ແບບຖືກລິຂະສິດ ທັງໃນມືຖື ແລະ ໂທລະພາບ
ພາຍໃນແອັບເຮົາຈະສາມາດເບິ່ງໂທລະພາບຊ່ອງຕ່າງໆໄດ້ເຊັ່ນ: TVLAO 1, TVLAO 2, ໂທລະພາບແຫ່ງຊາດລາວ ຊ່ອງ 1, ໂທລະພາບແຫ່ງຊາດລາວ ຊ່ອງ 3, ໂທລະພາບປ້ອງກັນຄວາມສະຫງົບ, ລາວສະຕາ ແລະ ໂທລະພາບໄທຈຳນວນໜຶ່ງເຊັ່ນ: ຊ່ອງ 3, ຊ່ອງ 7, Workpoint, ONE 31 ແລະ AMARIN 34 ເປັນຕົ້ນ.
ເຊິ່ງຊ່ອງທີ່ຈະຖ່າຍທອດສົດບານໂລກ 2018 ແມ່ນຊ່ອງ TVLAO 2 ສາມາດກົດເຂົ້າເບິ່ງເມື່ອມີການແຂ່ງຂັນໄດ້ເລີຍ.
>> ອ່ານເພີ່ມ ຕາຕະລາງການແຂ່ງຂັນບານໂລກ 2018 ຕັ້ງແຕ່ນັດທຳອິດ ຈົນຮອດນັດສຸດທ້າຍ
ແນວໃດກໍຕາມ ແອັບນີ້ແມ່ນຈະສາມາດເບິ່ງໄດ້ສະເພາະຜູ້ທີ່ໃຊ້ຊິມຂອງລາວໂທລະຄົມເທົ່ານັ້ນ ໂດຍບໍ່ມີຄ່າໃຊ້ຈ່າຍໃດໆ ແຕ່ຕ້ອງມີແພັກເກັດອິນເຕີເນັດ ເພາະຕ້ອງໄດ້ເຊື່ອມຕໍ່ອິນເຕີເນັດໃນການເບິ່ງ.