ລັດຢຶນຢັນການຊົດເຊີຍຜົນກະທົບໃນໂຄງການສ້າງທາງດ່ວນແຕ່ນະຄອນຫລວງວຽງຈັນ-ບໍ່ເຕັນ ຈະໃຫ້ເຫມາະສົມ

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານກ່ຽວກັບວຽກງານຊົດເຊີຍສິ່ງກິດຂວາງຕ່າງໆຕາມແລວໂຄງການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫລວງວຽງຈັນຫາບໍ່ເຕັນ (ຊ່ວງທີ 1 ແຕ່ນະ ຄອນຫລວງວຽງຈັນ-ວັງວຽງ) ຕໍ່ກອງປະຊຸມສະພາແຫ່ງຊາດທີ່ດໍາເນີນໃນປັດຈຸບັນນີ້ວ່າ: ກຸ່ມບໍລິສັດກໍ່ສ້າງ-ລົງທຶນ ແລະ ຖືຮຸ້ນຈຳກັດ ແຂວງຢູນນານ ສປ ຈີນ ໄດ້ຈ້າງບໍລິສັດທີ່ປຶກສາສິ່ງແວດລ້ອມລາວ ຈຳກັດ ເພື່ອຮ່ວມກັບອົງການປົກຄອງແຂວງວຽງຈັນ ແລະ ນະຄອນຫລວງວຽງຈັນ ໃນການຄິດໄລ່ຄ່າຊົດເຊີຍສິ່ງກີດຂວາງຕ່າງໆ.
ມາຮອດປັດຈຸບັນ ໄດ້ລົງກວດກາແຕ່ລະບ້ານລວມມີທັງໝົດ 65 ບ້ານໃນ 4 ເມືອງ. ໃນນັ້ນຢູ່ແຂວງວຽງຈັນກວມ 3 ເມືອງມີ 40 ບ້ານ ແລະ ນະຄອນຫລວງວຽງຈັນກວມ 1 ເມືອງ, ມີ 25 ບ້ານ ແລະ ໄດ້ຄົ້ນຄວ້າກ່ຽວກັບລາຄາຫົວໜ່ວຍໄກ່ເກ່ຍຂອງແຂວງວຽງຈັນ ແລະ ນະຄອນຫລວງວຽງຈັນ, ຜູ້ທີ່ຖືກຜົນກະທົບຮ່ວມກັບຄະນະກຳມະການໄກ່ເກ່ຍຂອງທັງສອງແຂວງ ແລະ ໄດ້ພິຈາລະນາອອກຂໍ້ຕົກລົງວ່າດ້ວຍການຮັບຮອງເອົາລາຄາຫົວໜ່ວຍຊົດເຊີຍຜົນກະທົບໂຄງການກໍ່ສ້າງທາງດ່ວນໃນຊ່ວງດັ່ງກ່າວ ແລະ ຄາດວ່າຈະທົດແທນຄືນໃນໄວໆນີ້ ແລະ ໃນວັນທີ 11 ມິຖຸນານີ້, ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫລວງວຽງຈັນໄດ້ໃຫ້ສຳພາດ ກ່ຽວກັບການຊົດເຊີຍຜູ້ໄດ້ຮັບຜົນກະທົບການກໍ່ສ້າງທາງດ່ວນດັ່ງກ່າວວ່າ: ນະໂຍບາຍຊົດເຊີຍຜູ້ໄດ້ຮັບຜົນກະທົບໃນໂຄງການທາງດ່ວນນະຄອນຫລວງວຽງຈັນ-ບໍ່ເຕັນ ແມ່ນເປັນບັນຫາສຳຄັນ, ເນື່ອງຈາກເປັນໂຄງການໃຫຍ່ ແລະ ຜູ້ໄດ້ຮັບຜົນກະທົບກໍມີຫລາຍ, ສະນັ້ນທາງສະພານະຄອນຫລວງວຽງຈັນກໍໄດ້ເອົາໃຈໃສ່ໃນການລົງຊີ້ນຳໃຫ້ສັງຄົມເຂົ້າໃຈ ແລະ ການຊົດເຊີຍກໍອາດແບ່ງເປັນ 2 ແບບຄື: ຊົດເຊີຍດ້ວຍເງິນ ແລະ ການເວນຄືນທີ່ດິນ, ພ້ອມທັງຈັດສັນພຶ້ນທີ່ໃຫ້, ຊຶ່ງບັນຫາດັ່ງກ່າວ, ລັດຖະບານຈະໃຫ້ການຊົດເຊີຍຜູ້ໄດ້ຮັບຜົນກະທົບຢ່າງເຫມາະສົມ ແລະ ເມື່ອສະພາແຫ່ງຊາດເຫັນດີຕໍ່ຮ່າງນະໂຍບາຍຊົດເຊີຍໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງທາງດ່ວນແຕ່ນະຄອນຫລວງວຽງຈັນຫາບໍ່ເຕັນແລ້ວ ກໍພ້ອມຈະດຳເນີນການທັນທີ.
ຂໍຂອບໃຈ
ຂໍ້ມູນ : ເສດຖະກິດ-ສັງຄົມ