ເປີດຫ້ອງກວດກາວັດສະດຸກໍ່ສ້າງເຄື່ອງໃຊ້ໄຟຟ້າປະຈໍາດ່ານບໍ່ເຕັນ

ວັນທີ 8 ມິຖຸນາ 2018 ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ເປີດຫ້ອງກວດກາຄຸນະພາບເຄື່ອງໃຊ້ວັດສະດຸກໍ່ສ້າງ ໄຟຟ້າ ແລະ ອຸປະກອນເອເລັກໂຕຣນິກທີ່ນໍາເຂົ້າມາຈຳໜ່າຍ ແລະ ຜະລິດຢູ່ໃນລາວປະຈຳດ່ານບໍ່ເຕັນ ແຂວງຫຼວງນ້ຳທາ ມີທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ບັນດາການນຳແຂວງຫຼວງນ້ຳທາ ການນຳກະຊວງ ພະແນກການນັກທຸລະກິດ ຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ ກ່າວວ່າ:ປັດຈຸບັນສັງຄົມໄດ້ມີຄວາມຮຽກຮ້ອງຕ້ອງການໃນການເອົາໃຈໃສ່ຕໍ່ຄຸນະພາບວັດສະດຸກໍ່ສ້າງ ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກທີ່ນຳໃຊ້ຢູ່ໃນປະເທດເຮົາ ເຊິ່ງປະຊາຊົນທີ່ເປັນຜູ້ຊົມໃຊ້ໄດ້ສະເໜີໃຫ້ຂະແໜງການກ່ຽວຂ້ອງ ສະນັ້ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ກວຕ ໂດຍແມ່ນກົມມາດຕະຖານ ແລະ ວັດແທກຮ່ວມກັບບັນດາພາກສ່ວນທີ່ກ່ຽວຂ້ອງກະກຽມເງື່ອນໄຂດ້ານນິຕິກຳ ພັດທະນາຊັບພະຍາກອນມະນຸດ ສ້າງວິຊາການ ແລະ ກຽມພື້ນຖານໂຄງລ່າງ ຫ້ອງທົດລອງ ຫ້ອງກວດສອບເພື່ອຮອງຮັບວຽກງານກວດສອບດັ່ງກ່າວ.
ສ່ວນຂັ້ນຕອນວິທີຂອງການກວດກາວຽກງານດັ່ງກ່າວຈະເລີ່ມຈາກການກວດກາເອກະສານຢັ້ງຢືນຄຸນະພາບວັດສະດຸກໍ່ສ້າງ ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກທີ່ຜະລິດ ແລະ ນຳເຂົ້າມາຈຳໜ່າຍ ເກັບຕົວຢ່າງຢູ່ແຕ່ລະດ່ານນຳເຂົ້າເພື່ອກວດຄຸນະພາບເບື້ອງຕົ້ນ ຫຼັງຈາກນັ້ນຈະໄດ້ມີການກວດຄຸນະພາບລະອຽດຢູ່ຫ້ອງທົດລອງຂອງສູນກວດກາມາດຕະຖານປະຈຳຢູ່ດ່ານນັ້ນ ຖ້າຫາກຜ່ານມາດຕະ ຖານຂອງລາວທີ່ໄດ້ກຳນົດຈະອອກໃບຢັ້ງຢືນແລ້ວຈຶ່ງສາມາດນຳເຂົ້າໄດ້ ພ້ອມນີ້ກໍ່ຍັງຈະດໍາເນີນການກວດກາຄຸນະພາບເຄື່ອງດັ່ງກ່າວຢູ່ຕາມຫ້າງຮ້ານ ໂຮງຈັກໂຮງງານ ບ່ອນຈຳໜ່າຍເປັນແຕ່ລະໄລຍະອີກດ້ວຍ.
ນອກຈາກນີ້ຍັງມີລົດສາຍດ່ວນ (Mobile lab) ສຳລັບການກວດສອບເຄື່ອນທີ່ ແລະ ເມື່ອມີສາຍດ່ວນຮັບການແຈ້ງຂໍ້ມູນຈາກປະຊາຊົນ ຜູ້ຊົມໃຊ້ ຫຼື ຜູ້ປະກອບການທີ່ແຈ້ງຂ່າວກ່ຽວກັບບັນຫາວັດສະດຸກໍ່ສ້າງ ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກທີ່ບໍ່ໄດ້ມາດຕະຖານ ສາມາດແຈ້ງສາຍດ່ວນໂທ 1513 ດັ່ງນັ້ນຈຶ່ງຮຽກຮ້ອງມາຍັງບັນດາກະຊວງ ອົງການທີ່ກ່ຽວຂ້ອງ ຕະຫຼອດເຖິງບັນດາຜູ້ປະກອບການ ບໍລິສັດ ຫ້າງຮ້ານ ແລະ ຜູ້ຊົມໃຊ້ໃນຂອບເຂດທົ່ວປະເທດຈົ່ງໃຫ້ຄວາມຮ່ວມມື ແລະ ຊຸກຍູ້ການປະຕິບັດວຽກງານດັ່ງກ່າວໃຫ້ໄດ້ຮັບຜົນດີ ທັງນີ້ກໍ່ເພື່ອຄວາມໂປ່ງໃສລະຫວ່າງຜູ້ຊົມໃຊ້ ແລະ ຜູ້ຈໍາໜ່າຍ ບໍລິການຮັບໃຊ້ປະຊາຊົນດ້ວຍຄວາມຮັບຜິດຊອບສູງ.