ໄດ້ແລ້ວ 3 ບໍລິສັດທີ່ຈະດຳເນີນການສ້າງທາງດ່ວນ Lao ITECC-ດົງໝາກຄາຍ ນະຄອນຫຼວງວຽງຈັນ

3 ບໍລິສັດໄດ້ຮັບການຄັດເລືອກໃຫ້ດຳເນີນການກໍ່ສ້າງທາງດ່ວນເຊື່ອມຕໍ່ຕົວເມືອງນະຄອນຫຼວງວຽງຈັນກັບພື້ນທີ່ຊານເມືອງ ເຊິ່ງທາງດ່ວນດັ່ງກ່າວນີ້ມີເປົ້າໝາຍເພື່ອຫຼຸດຜ່ອນການຕິດຂັດຂອງການຈະລາຈອນຢູ່ໃນເມືອງຫຼວງຂອງປະເທດ.
ໜງັສືພິມວຽງຈັນທາມລາຍງານເມື່ອວັນທີ 29 ພຶດສະພາ ທີຜ່ານມາວ່າ ທາງດ່ວນຄວາມຍາວ 15 ກິໂລແມັດ ຈະເລີ່ມແຕ່ສູນການຄ້າລາວໄອເຕັກ ໃນເມືອງໄຊເສດຖາໄປຈົນເຖິງ ບ້ານດົງໝາກຄາຍ ໃນເມືອງໄຊທານີ ເຊິ່ງມີ 4 ເລນ ຄວາມກວ້າງ 54 ແມັດ ໂດຍຈະສ້າງຂະໜານກັບຖະໜົນໄກສອນພົມວິຫານ.
ທັງນີ້ ມີບໍລິສັດທັງໝົດລວມ 9 ບໍລິສັດທີ່ເຂົ້າຮ່ວມການປະມູນ ແລະ ໄດ້ຮັບການຄັດເລືອກໂດຍອີງໃສ່ມາດຖານເງື່ອນໄຂທີ່ຕັ້ງໄວ້ ແລະ ສາມາດເລືອກໄດ້ 3 ບໍລິສັດ.
ແນວໃດກໍຕາມ ຍັງບໍ່ທັນມີຂໍ້ມູນກຳນົດການເລີ່ມສ້າງເສັ້ນທາງດັ່ງກ່າວເທື່ອ.