ຊົມບັນຍາກາດ ພິທີປະກາດ "ນະຄອນປາກເຊ" ຢ່າງເປັນທາງການ

ໃນຕອນເຊົ້າວັນທີ 31 ພຶດສະພາ 2018 ກໍ່ຈະມີກິດຈະກໍາຂະບວນການອອກແຮງງານອະນາໄມລວມຄັ້ງໃຫຍ່ ໂດຍຊຸກຍູ້ໃຫ້ບັນດາຂະແໜງການກົມກອງ, ສໍານັກງານ, ຄຸ້ມບ້ານຕ່າງໆທີ່ນອນໃນຂອບເຂດເມືອງປາກເຊ ເຮັດອະນາໄມຕາມຖະໜົນຫົນທາງສາຍສໍາຄັນ ພ້ອມທັງຕິດທຸງຊາດ, ທຸງທິວ, ປະດັບປະດາຕາມສໍານັກງານ, ອົງການໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍສະເພາະແມ່ນຂອບເຂດຂອງເມືອງປາກເຊ ນັບແຕ່ຫຼັກ 9 ເໜືອ- ຫຼັກ 9 ໃຕ້.
ຕໍ່ມາກໍ່ຈະມີກິດຈະກໍາແຫ່ອ້ອມເມືອງ ເຊິ່ງແຫ່ດ້ວຍລົດຕາງໜ້າຂອງຂະແໜງການກົມກອງ, ບັນດາບໍລິສັດ, ລັດວິສາຫະກິດ, ຫ້າງຮ້ານ ແລະ ໂຮງແຮມຕ່າງໆ ບໍ່ຫຼຸດ 20 ຂະບວນ ທັງປະດັບປະດາ, ຜູກໂບ ແລະ ຕິດປ້າຍປະກາດ ເມືອງປາກເຊ ເປັນນະຄອນ ໂດຍໃຊ້ເວລາໃນການແຫ່ປະມານ 2-3 ຊົ່ວໂມງ. ຕອນແລງ ກໍ່ຈະມີພິທີປະກາດເມືອງປາກເຊ ເປັນນະຄອນ ຢ່າງເປັນທາງການ ຢູ່ສະໜາມກິລາຫຼັກ 2. ເມື່ອກ້ອນກໍາລັງຕ່າງໆເຂົ້າສູ່ສະໜາມຮຽບຮ້ອຍແລ້ວ ກໍ່ຈະມີການສະແດງສິລະປະ, ການສະແດງບົດຟ້ອນສຽງແຄນລາວເປັນມໍລະດົກໂລກ, ບົດຟ້ອນຢ້ອນຍຸກ ຫຼື ບົດຟ້ອນລາວຮ່ວມສະໄໝ, ລໍາສີພັນດອນ. ພິເສດຄະນະຮັບຜິດຊອບຈັດງານໄດ້ເຊີນເອົາ ນາງ ແພັດ ເພັດດາວອນ ຄໍາມະນີວົງ ນັກຮ້ອງ ແຊັມ 21 ສະໄໝ ຈາກລາຍການ ເສິກວັນດວນເພງ ທີ່ຫຼາຍໆຄົນຮູ້ຈັກ ມາຮ້ອງເພງໃຫ້ພໍ່ແມ່ພີ່ນ້ອງຟັງ ແລະ ມີການສະແດງສວນສະໜາມຂອງກອງຕຸລິຍາງຈາກກອງທັບປະຊາຊົນລາວຕື່ມອີກ.
ວາລະສໍາຄັນກໍ່ຄື ພິທີປະກາດເມືອງປາກເຊເປັນນະຄອນຢ່າງເປັນທາງການ ເຊິ່ງຈະມີການຜ່ານປະຫວັດຄວາມເປັນມາຂອງເມືອງປາກເຊ ໂດຍຫຍໍ້ ແລະ ຜ່ານບົດລາຍງານການກະກຽມສ້າງເມືອງປາກເຊ ເປັນນະຄອນ, ຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການສ້າງຕັ້ງນະຄອນປາກເຊ.ຕໍ່ມາ ກໍ່ແມ່ນຕາງໜ້າມວນຊົນຊາວເມືອງປາກເຊ ຂຶ້ນຜ່ານບົດສະແດງຄວາມດີໃຈ ທີ່ເມືອງປາກເຊ ຖືກປະກາດເປັນນະຄອນ. ຈາກນັ້ນ ກໍ່ເຊີນຄະນະປະທານຂຶ້ນລັ່ນຄ້ອງໃຫຍ່ 9 ບາດ, ປ່ອຍນົກສັນຕິພາບ, ປ່ອຍປຸ່ມເປົ້າ ແລະ ຕັດແຖບຜ້າ ເປີດປ້າຍຈໍາລອງນະຄອນປາກເຊ ແລະ ໃນເວລານີ້ ກໍ່ຈະມີການຈູດດອກໄມ້ໄຟ, ຕີກອງ 9 ຄູ່ ພ້ອມທັງເຊີນຊວນມວນຊົນທີ່ເຂົ້າຮ່ວມພາກັນຕົບມືສະແດງຄວາມດີໃຈ 5 ນາທີ ເພື່ອເຮັດໃຫ້ງານມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີເນື້ອໃນຄວາມໝາຍເລິກເຊິ່ງ.
ຂໍຂອບໃຈ
ຂໍ້ມູນ : ໜັງສືພິມຈຳປາໃໝ່