ເຄື່ອງປະດັບ ແບບນີ້ໃສ່ແລ້ວປັງ ງາມ ລວຍ ສໍາລັບສາວທັງ 12 ລາສີ

ສາວໆຜູ້ຮັກໃນການທໍານາຍມີຄວາມເຊື່ອດ້ານໂຊກລາບມາທາງນີ້ ມື້ນີ້ເຮົາມີອັນຍະມພນີນຳໂຊກປະຈຳລາສີເກີດມາແນະນຳທຸກຄົນກັນ ສຳລັບຜູ້ທີ່ຢາກຈະເກັບໄວ້ເພື່ອແກ້ໄຂຈຸດອ່ອນຂອງໂຕເອງ ຊ່ວຍເສີມອຳນາດບາລະມີໃນເລື່ອງຫນ້າທີ່ການງານ ຫລືຊ່ວຍໃຫ້ໄດ້ມີໂຊກໃນເລື່ອງຂອງຄວາມຮັກຄວາມສຳພັນກໍຕາມ ອັນຍະມະນີແຕ່ລະຊະນິດມີຄວາມຫມາຍເລິກໃນໂຕຂອງມັນເອງ ເຮົາກໍລອງມາເຊັກເບິ່ງກັນວ່າສາວໆແຕ່ລະລາສີເໝາະທີ່ຈະມີແບບໃດໄວ້ຄອບຄອງກັນແດ່
1 ລາສີມັງກອນ (14 ມັງກອນ-13 ກຸມພາ)
ອັນຍະມະນີປະຈຳລາສີເກີດຄື ໂກເມນສີແດງ (Garnet)
ລາສີນີ້ເປັນຄົນຈິງຈັງ ແຕ່ຈະເຈັບປ່ວຍງ່າຍ ໃຫ້ພົກພວກສາຍຄໍ ຫລືແຫວນໂກເມນໄວ້ ແກ້ໄຂບັນຫາດ້ານຄວາມຮັກຄວາມສຳພັນ ປົກປ້ອງຄຸ້ມຄອງ ຊ່ວຍໃຫ້ລອດປອດໄພໃນທຸກໆເລື່ອງ ລວມເຖິງຂັບໄລ່ວິນຍານ ພູດຜີ ຊ່ວຍໃຫ້ສົມປາດຖະຫນາ ນຳຄວາມໂຊກດີເສີມສິລິມົງຄຸນ ມີໂຊກລາບ ມັ່ງຄັ່ງລ້ຳລວຍມາສູ່ຜູ້ເປັນເຈົ້າຂອງ
2 ລາສີກຸມ (14 ກຸພາ-13 ມີນາ)
ອັນຍະມະນີປະຈຳລາສີເກີດຄື ແອເມຕິດ (Amethyst)
ລາສີກຸມເປັນປະເພດສາວນ້ອຍຊ່າງຝັນ ຕ້ອງການໃຫ້ຄົນມາຮັກແລະສົນໃຈ ກໍຈະເປັນພວກຂີ້ກັງວົນຫລາຍ ສາຍຄໍ ຫລືສາຍແຂນແອເມທິດຊ່ວຍຄາຍຄຽດ ກຳຈັດຄວາມຄິດລົບ ກະຕຸ້ນຫລືຮັກສາຄວາມຊົງຈຳທີ່ສຳຄັນ ຫາກກຳລັງສັບສົນຈະຊ່ວຍໃຫ້ຜ່ານຊ່ວງເວລາຊົ່ວຮ້າຍຕ່າງໆ ໄດ້ຢ່າງລາບລື່ນ ຫລືຜ່ານພົ້ນຈາກສິ່ງທີ່ກຳລັງລຸ່ມຫຼົງມົວເມົາ ແລະມົນດຳຕ່າງໆໄດ້
3 ລາສີມີນ (14 ມີນາ- 13 ເມສາ)
ອັນຍະມະນີປະຈຳລາສີເກີດຄື ອະຄວາມາຣີນ (Aquamarine) ບລັດສະໂຕນ (Bloodstone)
ສາວລາສີນີ້ເປັນຄົນມີຈິນຕະນາການດ້ານຄວາມຮັກແບບງາມຫລູເຮັດໃຫ້ຮັບມືກັບຄວາມຮັກບໍ່ເກັ່ງ ມັກທີ່ຈະໃຊ້ສະຫມອງຈຶ່ງເປັນຄົນມີການສຶກສາດີເປັນຄົນເກັ່ງ ແຕ່ເຮັດໃຫ້ບໍ່ຄ່ອຍຢາກມິພະລະກຳລັງສຸຂະພາບຮ່າງກາຍບໍ່ຄ່ອຍແຂງແຮງ ຄວນອອກກຳລັງກາຍຢ່າງສະໝໍ່າສະເໝີ ຕັ້ງໂຕຢູ່ໃນຄວາມພໍດີບໍ່ເຮັດຫຍັງເກີນໂຕ ພົກແຫວນຫລືສາຍຄໍອັນຍະມະນີເຫຼົ່ານີ້ໄວ້ ສາມາດຊ່ວຍໃນເລື່ອງການໃຊ້ສະມາທິເໝາະຄົນມັກໃຊ້ສະຫມອງແບບສາວລາສີນີ້ທີ່ສຸດແລ້ວ ອີກທັງຍັງເສີມດ້ານຄວາມຮັກໄດ້ເປັນຢ່າງດີ
4 ລາສີເມດ (14 ເມສາ-13 ພຶດສະພາ)
ອັນຍະມະນີປະຈຳລາສີເກີດຄື ເພັດ (Diamond) ເພທາຍສີຂາວ (White Zircon)
ຊ່ວຍເສີມດ້ານຄວາມມັ່ງຄັ່ງລ້ຳລວຍ ປົກປ້ອງຄຸ້ມຄອງ ມີໄຊຊະນະເໜືອສັດຕູ ປ້ອງກັນຝັນຮ້າຍ ຊ່ວຍໃຫ້ຫຼັບງ່າຍ ກ້າຜະເຊີນໜ້າກັບບັນຫາຢ່າງມີສະຕິ ໃຜທີ່ເຮັດຫຍັງເຊື່ອງຊ້າ ຂາດຄວາມກ້າຄວາມຫມັ້ນໃຈ ຈະຊ່ວຍໃຫ້ແຮງກະຕຸ້ນຂຶ້ນໄດ້ຫາກຕິດໂຕໄວ້ ອັນຍະມະນີປະຈຳໂຕຄົນເກີດລາສີເມດທີ່ເປັນດັ່ງເພັດທີ່ຕ້ອງການ ການເຈຍລະໄນອີກຈັກໜ້ອຍກໍຈະເປັນເພັດເມັດງາມໄດ້ແລ້ວ
5 ລາສີພຶດສົບ (14 ພຶດສະພາ-13 ມິຖຸນາ)
ອັນຍະມະນີປະຈຳລາສີເກີດຄື ມໍລະກົດ (Emerald) ຢົກສີຂຽວ (Jade)
ເພາະສາວໆ ລາສີນີ້ມີຄວາມຫມັ້ນໃຈໃນໂຕເອງສູງ ໃຈເຢັນ ໜັກແໜ້ນ ລົດສະນິຍົມສູງ ຄວາມຮັກແລະການງານ ພົກແຫວນ ສາຍຄໍ ແລະຕຸ້ມຫູມໍລະກົດໄວ້ຈະເຮັດໃຫ້ເປັນທີ່ຮັກທີ່ສົນໃຈ ດຶງດູດຜູ້ຄົນເຂົ້າຫາ ເສີມຄວາມຮັກ ຄວາມສົມບູນ ຊ່ວຍໃຫ້ຜູ້ຄົນຮັກປອງດອງ ປັບສົມດຸນທາດໃນຮ່າງກາຍ ແລະເປັນຫີນເອີ້ນເງິນຮຽກຄໍາ ຫາກໄປເຈລະຈາຕໍ່ຮອງກັບລູກຄ້າ
6 ລາສີເມຖຸນ (14 ມິຖຸນາ-13 ກໍລະກົດ) ອັນຍະມະນີປະຈຳລາສີເກີດຄື ເຈົ້າສາມສີ (Alexandrite) ມຸກດາຫານ (Moonstone)
ນັບເປັນຫີນແຫ່ງຄວາມຮັກທີ່ເໝາະກັບສະຕີເດືອນນີ້ ເພາະມີທັງຄວາມຮຽບຮ້ອຍອ່ອນຫວານ ແລະຄວາມບ້າບິ່ນຢູ່ໃນໂຕເອງ ດີສຳລັບຄູ່ແຕ່ງງານໃໝ່ຈະຊ່ວຍໃຫ້ການຄອງຄູ່ນັ້ນຍືນຍາວ ແລະມີຄວາມສັດທາໄວ້ວາງໃຈໃນກັນແລະກັນ ນຳຄວາມຜູກພັນມາສູ່ຜູ້ເປັນເຈົ້າຂອງ ຫາກມີບັນຫາໃນເລື່ອງຄວາມຮັກ ມີຄວາມຫ່າງເຫີນໃນຊີວິດຄູ່ ຄວນຖື Moonstone ໄວ້ໃນມື ຄື້ນພະລັງຂອງ Moonstone ຈະຊ່ວຍເຮັດໃຫ້ເຈົ້າຄລາຍຄວາມທຸກເສົ້າລົງ ລວມເຖິງເຮັດໃຫ້ຜູ້ທີ່ເຈົ້າກຳລັງຄິດຮອດຢູ່ນັ້ນຈະເຂົ້າໃຈໃນຄວາມຮູ້ສຶກຂອງເຈົ້າຫລາຍຂຶ້ນ
7 ລາສີກໍລະກົດ (14 ກໍລະກົດ-13 ສິງຫາ)
ອັນຍະມະນີປະຈຳລາສີເກີດຄື ໄຂ່ມຸກ (Pearl) ແລະທັບທິມ (Ruby)
ສາວລາສີນີ້ເປັນຄົນມີສະຕິບັນຍາທີ່ດີ ແຕ່ບໍ່ຄ່ອຍຈະມີຄວາມຫມັ້ນໃຈໃນໂຕເອງ ເປັນຄົົນທີ່ຫາເງິນເກັ່ງ ມັກມີບັນຫາໃນເລື່ອງຂອງຮູບຮ່າງ ຄວນອອກກຳລັງກາຍ ແລະ ຄວບຄຸມອາຫານເປັນປະຈຳໄວ້ເພື່ອຮັກສາຮູບຮ່າງ ໂອບອ້ອມອາລີ ແຕ່ກໍຫວັ່ນໄຫວ ຂີ້ຫງຸດຫງິດ ແລະ ຄຽດງ່າຍ ພົກສາຍຄໍ ແຫວນ ຕຸ້ມຫູ ຫລືປະລັກແຂນໄຂ່ມຸກໄວ້ ຈະຮູ້ສຶກສະຫງົບ ແລະ ປອດໄພຂຶ້ນໄດ້ ສ່ວນທັບທິມຈະເສີມເຮັດໃຫ້ເກີດສະຕິປັນຍາ ມີຄວາມຫມັ້ນຄົງທາງອາລົມໄດ້ ເບິ່ງແຍງດ້ານສຸຂະພາບທີ່ກັງຖ້າຢູ່ໄດ້
8 ລາສີສິງ (14 ສິງຫາ-13 ກັນຍາ)
ອັນຍະມະນີປະຈຳລາສີເກີດຄື ເພຣິໂດ (Peridot)
ສາວລາສີສິງຊ່າງລົມຊ່າງເວົ້າເຈລະຈາ ໝູ່ຫລວງຫລາຍ ພົກແຫວນ ຫລືສາຍຄໍອັນຍະມະນີນີ້ໄວ້ຈະເສີມສ້າງຈິດໃຈໃຫ້ຫມັ້ນຄົງບໍ່ໂລເລ ເໝາະກັບຄູ່ຮັກ ໂດຍສະເພາະທີ່ມີແຜນຈະແຕ່ງງານກັນເຊິ່ງອາດຈະມີໃຜຫລືຫຍັງມາເຮັດໃຫ້ຫວັ່ນໄຫວສັບສົນໄດ້ ສາວສິງມັກຕິດນິໄສເວົ້າບໍ່ດີ ຈະຊ່ວຍກຳຈັດຄວາມຄິດດ້ານລົບ ອາລົມຄຽດ ຊ່ວຍຜ່ອນຄາຍກ້າມຊີ້ນໄດ້
9 ລາສີກັນ (14 ກັນຍາ-13 ຕຸລາ)
ອັນຍະມະນີປະຈຳລາສີເກີດຄື ໄພລິນ (Blue Sapphire)
ຄົນລາສີກັນຈະວາງໂຕດີ ມີມາດ ພົກແຫວນອັນຍະມະນີນີ້ໄວ້ຈະຊ່ວຍເສີມບາລະມີໃຫ້ຜູ້ຄົນຮັກນັບຖື ຜູ້ທີ່ເຮັດວຽກມີລູກນ້ອງຈະຊ່ວຍຫລຸດບັນຫາລະຫວ່າງລູກນ້ອງກັບຫົວໜ້າໄດ້ເປັນຢ່າງດີ ຊ່ວຍເສີມສະມາທິ ເຮັດໃຫ້ມີສະຕິຕະຫລອດເວລາ ເຊິ່ງຊ່ວຍໃຫ້ໃຊ້ຊີວິດຕັ້ງໂຕບໍ່ຢູ່ໃນຄວາມປະໝາດ ເຮັດໃຫ້ຕັດສິນໃຈເລື່ອງຕ່າງໆ ໄດ້ຢ່າງແນ່ນອນ ແລະເໝາະກັບຜູ້ປ່ວຍທີ່ກຳລັງພັກຟື້ນກ່ຽວກັບລະບົບປະສາດ ຫລືພັກຟື້ນຫຼັງຜ່າຕັດສະຫມອງໄດ້ເປັນຢ່າງດີ
10 ລາສີຕຸນ (14 ຕຸລາ-13 ພະຈິກ)
ອັນຍະມະນີປະຈຳລາສີເກີດຄື ໂອປໍ (Opal) ທົວມາລີນ (Tourmaline)
ພົກແຫວນໂອປໍໄວ້ເສີມການໃຊ້ຄວາມຄິດສ້າງສັນ ຫລືການຢູ່ໃນວົງການມາຍາ ສາມາດປົກປ້ອງຄຸ້ມຄອງເສີມສິລິມົງຄຸນ ຊ່ວຍເສີມສະເໜ່ດຶງດູດເພດກົງກັນຂ້າມໃຫ້ມາຮັກສະເໜ່ຫາອີກດ້ວຍ ສາມາດເພີ່ມພູນພະລັງໃຫ້ໂອປໍ ດ້ວຍການນຳໄປລ້າງນ້ຳທະເລ ຫລືນ້ຳສະອາດດ້ວຍກໍເປັນການດີ ຄົນລາສີຕຸນເປັນຄົນຊ້າ ຈະຊ່ວຍກະຕຸ້ນໃຫ້ດຸໝັ່ນຂຶ້ນໄດ້
11 ລາສີພິຈິກ (14 ພະຈິກ-13 ທັນວາ)
ອັນຍະມະນີປະຈຳລາສີເກີດຄື ໂທແພສສີເຫຼືອງ (Yellow Topaz) ຊິດຣິນ (Citrine) ເຮັດໃຫ້ເກີດການຕັດສິນໃຈເລື່ອງຕ່າງໆ ໄດ້ດີ ຊ່ວຍໃຫ້ຄົນອ້ອມຂ້າງ ເກີດຄວາມເຂົ້າໃຈໃນການສື່ສານກັບເຈົ້າໄດ້ງ່າຍຂຶ້ນ ເພາະຄົນລາສີນີ້ຄ່ອນຂ້າງຫຸນຫັນພັນແລ່ນ ບໍ່ຄ່ອຍຟັງໃຜ ເວົ້າຈາກໍ່ປະເດັນໃຫ້ເກີດບັນຫາ ເໝາະກັບຄົົນທີ່ຕ້ອງນຳສະເໜີວຽກ ຫລືສິນຄ້າຕ່າງໆ ເປັນຢ່າງຫລາຍ ເພາະຈະຊ່ວຍເພີ່ມຄວາມຮັກ ຄວາມເອື້ອອາທອນໄດ້ ໃຫ້ລອງໃສ່ແຫວນ ຫລືສາຍຄໍເບິ່ງ
12 ລາສີທະນູ (14 ທັນວາ-13 ມັງກອນ)
ອັນຍະມະນີປະຈຳລາສີເກີດຄື ເທີຄອຍ (Turquoise) ເພທາຍສີຟ້າ (Blue Zircon)
ເໝາະສຳລັບຜູ້ມີລູກນ້ອງເພື່ອໃຫ້ບໍລິວານມີຄວາມຊື່ສັດຈົ່ງຮັກດີດ້ວຍ ເພີ່ມໜ້າເຊື່ອຖື ຊ່ວຍໃຫ້ສະຕິປັນຍາດີ ມີຄວາມມຸ່ງໝັ້ນ ແລະມີຄວາມສາມາດໂດດເດັ່ນເໜືອຜູ້ອື່ນ ເພາະປົກກະຕິກໍມີປັນຍາດີຢູ່ແລ້ວ ຊ່ວຍປ້ອງກັນອາການຊຶມເສົ້າໄດ້ ເພາະຄົນລາສີນີ້ຈະຖືກຄົນເຂົ້າມາເອົາປຽບງ່າຍ ແລະຄົົນທີ່ຕ້ອງເດີນທາງໄກຫລາຍເທື່ອພົກໄວ້ແຄ້ວຄາດປອດໄພ
ເຖິງຈະຍັງພິສູດຊັດເຈັນບໍ່ໄດ້ ແຕ່ທັງນີ້ກໍມີອັນຍະມະນີເຫຼົ່ານີ້ໄວ້ເສີມເພື່ອຄວາມສະບາຍໃຈ ເຮັດໃຫ້ຮູ້ສຶກດີຫລາຍຍິ່ງຂຶ້ນໄດ້ ຢ່າງນ້ອຍຄິດດີເຮັດດີ ແລ້ວຫາມາໄວ້ເພີ່ມພະລັງເພີ່ມຄວາມຫມັ້ນໃຈກໍບໍ່ເສຍຫາຍຫຍັງ ແຕ່ຢ່າງໃດຢ່າມີແຕ່ຫວັງເພິ່ງໂຊກດຽວ ຄວນເນັ້ນທີ່ການກະທຳຫລາຍກວ່າເພາະການກະທຳນີ້ແຫຼະສົ່ງຜົນຕໍ່ຊີວິດຂອງເຮົາທີ່ສຸດແລ້ວ
ຂໍຂອບໃຈ
ຂໍ້ມູນ : Sanook!