ມາລາວອີກຄັ້ງ! “ໝາກ ປະຣິນ” ພ້ອມທີມງານຄົນສະໜິດ ຕະລຸຍຖໍ້ານໍ້າລອດເຊບັ້ງໄຟ ແຟນຄຼັບແຫ່ຖ່າຍຮູບ

ເມື່ອວັນທີ 16 ພຶດສະພາທີ່ຜ່ານມາ ໝາກ ປະຣິນ ສຸພາລັດ ໄດ້ນຳທີມງານ ຄົນສະໜິດຮັກແພງ ມາຕະລຸຍພາກກາງຂອງລາວ ນັ້ນກໍຄື ເມືອງທ່າແຂກ ແລະ ເຂດເມືອງຕ່າງໆ ຂອງແຂວງຄຳມ່ວນ ກ່ອນຈະຈົບທຣິບຢູ່ທີ່ປາຍທາງອັນຂຶ້ນຊື່ຢ່າງ ຖໍ້ານໍ້າລອດເຊບັ້ງໄຟ, ຫຼັງຈາກທີ່ຕະລຸຍພາກໃຕ້ ຢ່າງ ຕາດຟານ, ຕາດຄະມຶກ ເມືອງປາກຊ່ອງ ແຂວງຈຳປາສັກ ມາແລ້ວ ແລະ ກັບມາໃຊ້ບໍລິການ ກຣີນ ດີສໂຄເວີຣີ ຄືເກົ່າ ເຊິ່ງເປັນບໍລິສັດນຳທ່ຽວຂອງທ່ານ ອິນທີ ເດືອນສະຫວັນ ແລະ ໄດ້ຮັບການຕ້ອນຮັບເປັນຢ່າງດີ.
ໂດຍ ທຣິບນີ້ ບໍ່ມີ ຄິມ ຫວານໃຈຂອງ ໝາກ ມານຳ ມີແຕ່ສະເພາະທີມງານເທົ່ານັ້ນ ເຊິ່ງການຕະລຸຍສະຖານທີ່ຕ່າງໆ ນັ້ນ ໄດ້ເຮັດໃຫ້ມີແຟນຄັບຈຳນວນໜຶ່ງ ທີ່ມັກຮັກ ແລະ ຕິດຕາມຜົນງານຂອງ ໝາກ ຕ່າງກໍ່ພາກັນ ຕື່ນຕາ ຕື່ນໃຈ ແລະ ແຫ່ກັນພາກັນຖ່າຍຮູບນຳເປັນຈຳນວນຫຼາຍ. ຕິດຕາມຕໍ່ໄປວ່າ ຄັ້ງໜ້າ ໝາກ ຈະໄປແຂວງໃດຂອງປະເທດລາວ ແລະ ຈະມີຫວານໃຈມານຳບໍ່??
ຂໍຂອບໃຈ
ຂໍ້ມູນ : Prinfanclub (Mark Prin Suparat)