ມາແລ້ວຮູບຄູ່ຮູບທຳອິດຂອງ "ອໍ້າ-ກັນ" ຊວນຈິ້ນ ທຣິບມັນດີຟ

ທຣິບມັນດີຟຄັ້ງນີ້ ຊຸບເປີສະຕາສຸດເຊັກຊີ່ "ອໍ້າ ພັດຊະລາພາ" ແລະ ກຸ່ມໝູ່ເພື່ອນ ທີ່ໄປນຳ ທັງ "ໜິງ ປະນິຕາ", "ປຸກລຸກ ຝົນທິບ", "ປັອບ ຄຳກະເສມ", "ຊາຍ ອານັນທະວີບ", "ຢຸ້ຍ ນັດຖາພອນ" ແລະ "ກັນ ຊະລັດ" ເຮັດທະເລເດືອດແທ້ໆ ໂດຍສະເພາະ ອໍ້າ ທີ່ມາກເທື່ອນີ້ ນາງເຂົ້າຟິດເນສ ຟິດຮູບຮ່າງຢ່າງຈິງຈັງເພື່ອຕັ້ງໃຈໃສ່ຊຸດລອຍນໍ້າໂຊ.
ແລ້ວ ອໍ້າ ກໍບໍ່ເຮັດໃຫ້ຜິດຫວັງແທ້ໆ ມີຮູບສວຍງາມ ແຊ່ບໆ ມາລົງໂຊຊຽວຫຼາຍຮູບເລີຍ ຕັ້ງແຕ່ເລີ່ມທຣິບ ລວມເຖິງໜຸ່ມຮູບງາມຮຸ່ນນ້ອງ "ກັນ ຊະລັດ" ທີ່ຫຼາຍຄົນຈັບຕາຄວາມສຳພັນ ແລະລັກເຊຍຢາກເຫັນຮູບຄູ່.
ໃນທີ່ສຸດກໍມີຮູບຄູ່ "ອໍ້າ-ກັນ" ຮູບທຳອິດແລ້ວ ຫຼັງຈາກປ່ອຍໃຫ້ແຟນໆລໍຄອຍ ເຊິ່ງທັງສອງນັ້ນຕ່າງລົງພາບດຽວກັນໃນອິນສະຕາແກຣມຂອງຕົວເອງ. ເປັນພາບທີ່ "ອໍ້າ-ກັນ" ນັ່ງຖ່າຍຮູບແຄມທະເລນຳກັນ ພຽງແຕ່ຂາໄຂວ່ກັນ ຊາວເນັດກໍຈິ້ນແລ້ວ.
ຮູບພາບຢືນຢັນຄວາມສະໜິດຂອງທັງສອງ ແຕ່ຈະມີພັດທະນາຄວາມສຳພັນກັນ ຫຼື ບໍ່ນັ້ນ ແຟນໆ ທີ່ເຊຍຄູ່ນີ້ຢູ່ ຄົງຕ້ອງລຸ້ນກັນຕໍ່ໄປ.
ຂໍຂອບໃຈ
ຂໍ້ມູນ : Sanook!