"ອໍ້າ ພັດຊະລາພາ" ບິກິນີ້ໂຕນ້ອຍຊະນະທຸກເວທີ ມາທະເລແບບນີ້ຕ້ອງຈັດເຕັມໃຫ້ສຸດ

ເປັນທີ່ໜ້າຈັບຕາແທ້ໆ ສຳລັບທຣິບມັນດີຟຂອງນາງເອກຊຸບຕາໄທ "ອໍ້າ ພັດຊະລາພາ" ວ່ານາງຈະຈັດເຕັມທ້າຄື້ນທະເລຂະໜາດໃດນັ້ນ.
ຫຼ້າສຸດ ແຟນຄຼັບໄດ້ເຫັນ ອໍ້າ ໃສ່ຊຸດບິກິນີ້ຊຸດທຳອິດໄປແລ້ວ ບອກເລີຍວ່າທະເລມັນດີຟລຸກເປັນໄຟແທ້ໆ ເພຣາະສີແດງສົດຂອງຊຸດບິກິນີ້ນັ້ນ ງາມສະກົດຄື້ນລົມ.
ຍ້ອນເປັນທຣິບທີ່ກຽມພ້ອມມາດົນ ຈະເຫັນວ່າກ່ອນເດີນທາງ ອໍ້າ ເຂົ້າຟິດເນສອອກກຳລັງກາຍຢ່າງຕໍ່ເນື່ອງ. ເວົ້າໄດ້ວ່າມີເວລາວ່າງເມື່ອໃດ ນາງຈະອອກກຳລັງກາຍຢ່າງໜັກໜ່ວງສະເໝີ ເພື່ອຫຸ່ນທີ່ເປະກັບການໃສ່ຊຸດລອຍນໍ້າ ແລະຖ່າຍພາບສວຍງາມ.
ມາມື້ນີ້ບໍ່ແປກໃຈແລ້ວ ຄວາມຕັ້ງໃຈຂອງ ອໍ້າ ສຳເລັດຜົນອອກມາດີງາມຫຼາຍ ເພາະຫຸ່ນທີ່ທຸກຄົນໄດ້ເຫັນນັ້ນບອກເລີຍວ່າ ຟິດ ແອນ ເຟີມ ຫຼາຍ.
ຫຼ້າສຸດ ມີເຊັດພາບອອກມາອີກແລ້ວ, ອໍ້າ ໃນຊຸດບິກິນີ້ສີຂາວ ໂຊເນີນເອິກເດັ່ນ ກັບໜ້າທ້ອງແບນ ແອວເອສເປັນໂມງຊາຍ ເວົ້າໄດ້ວ່າສະດຸດທຸກສາຍຕາແທ້ໆ ບອກເລີຍວ່າຮ້ອນກວ່າແສງແດດກໍນາງເອກ ອໍ້າ ພັດຊະລາພາ ນີ້ລະເດີ້.
ທຣິບນີ້ ອໍ້າ ບໍ່ໄດ້ມາສະຫວີດກັບໃຜເປັນພິເສດ ນາງມາກັບກຸ່ມເພື່ອນຄົນດັງ ເຊັ່ນ: ປຸກລຸກ, ຝົນທິບ, ໜິງ ປະນິຕາ, ປັອບ ຄຳກະເສມ, ຊາຍ ອະນັນທະວີບ ແລະ ກັນ ຊະລັດ.
ມ່ວນຊື່ນເຮຮາສໍ່າໃດ ວັດໄດ້ຈາກພາບເລີຍເດີ້.
ຂໍຂອບໃຈ
ຂໍ້ມູນ : Sanook!