ຫຼວງນໍ້າທາ ຫາລືການຊົດເຊີຍຜົນກະທົບໂຄງການລົດໄຟລາວ-ຈີນ ມູນຄ່າກວ່າ 245 ຕື້ກີບ

ເມື່ອບໍ່ດົນມານີ້, ຄະນະກຳມະການໄກ່ເກ່ຍ ແລະ ແກ້ໄຂຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ຈັດກອງປະຊຸມປຶກສາຫາລືການຊົດເຊີຍຜົນກະທົບຈາກໂຄງການດັ່ງກ່າວໄລຍະທີ 1 ຢູ່ແຂວງຫຼວງນໍ້າທາ, ພາຍຫຼັງເຫັນວ່າບັນຫາດັ່ງກ່າວມີຄວາມຊັກຊ້າ ແລະ ອາດຈະສົ່ງຜົນກະທົບຕໍ່ການກໍ່ສ້າງໂຄງການໂດຍລວມ.
ຄະນະກໍາມະການດັ່ງກ່າວ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ມີຄວາມຍາວທັງໝົດ 409 ກິໂລແມັດ, ສໍາລັບແລວທາງທີ່ຜ່ານແຂວງຫຼວງນ້ຳທາມີຄວາມຍາວ 16,9 ກິໂລແມັດ ແລະ ມີສະຖານີນ້ອຍສໍາລັບ ກວດຄົນເຂົ້າ-ອອກເມືອງຕັ້ງຢູ່ໃນເຂດເສດຖະກິດສະເພາະບໍ່ເຕນແດນງາມ ແລະ ສະຖານີນາເຕີຍເປັນສະຖານີໃຫຍ່ສຳລັບຄ່ຽນຖ່າຍສິນຄ້າ, ນອກນີ້ຍັງໄດ້ກໍ່ສ້າງຂົວ 7 ແຫ່ງ, ເຈາະອຸໂມງ 3 ແຫ່ງ, ໂດຍແມ່ນບໍລິສັດ ກໍ່ສ້າງທາງລົດໄຟເລກ 5 ແລະ ເລກ 2 ຂອງ ສປຈີນ ເປັນຜູ້ຮັບເໝົາກໍ່ສ້າງແລະ ມາຮອດປັດຈຸບັນ, ສາມາດເຈາະອຸໂມງໃນຈຸດຕ່າງໆຄືບໜ້າຫຼາຍກວ່າ 40% ແລະ ແຜນວຽກໃນປີນີ້, ແມ່ນຈະເລັ່ງລົງໄກ່ເກ່ຍໃນເຂດທີ່ບໍ່ມີສິ່ງປຸກສ້າງຂອງປະຊາຊົນ ເພື່ອໃຫ້ສາມາດນໍາໃຊ້ດິນເຂົ້າໃນການກໍ່ສ້າງ, ພ້ອມທັງຍົກຍ້າຍເຮືອນປະຊາຊົນ, ໂຮງຮຽນ, ວັດ, ໂຮງຈັກ-ໂຮງງານຕ່າງໆ ທີ່ນອນໃນຂອບເຂດໂຄງການຢູ່ເຂດບ້ານບໍ່ເຕນ, ບ້ານຕີນຕົກ ແລະ ບ້ານນາເຕີຍ ໄປບ່ອນໃໝ່ທີ່ເໝາະສົມ.
ພ້ອມນີ້, ກໍໄດ້ສໍາເລັດການຄົ້ນຄວ້າຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍການກຳນົດຫົວໜ່ວຍລາຄາຊົດເຊີຍ ແລະ ການຈັດສັນປະຊາຊົນທີ່ຖືກຜົນກະທົບ, ໂດຍຜ່ານການຮັບຮອງຈາກສະພາປະຊາຊົນແຂວງແລ້ວ, ພ້ອມທັງສຳເລັດການປະເມີນຄ່າຊົດເຊີຍຜົນກະທົບໄລຍະຜ່ານແຂວງຫຼວງນ້ຳທາໃນມູນຄ່າທັງໝົດ 245 ຕື້ກວ່າກີບ.
ຂໍຂອບໃຈ
ຂໍ້ມູນ : ໜັງສືພິມເສດຖະກິດ-ສັງຄົມ