Avengers: Infinity War ກວາດລາຍໄດ້ທະລຸ1ພັນລ້ານໂດລາໄວກວ່າຮູບເງົາທຸກເລື່ອງ

Avengers: Infinity War ກາຍເປັນຮູບເງົາທີ່ມີລາຍໄດ້ເຖິງຫຼັກ 1 ພັນລ້ານໂດລາໄວທີ່ສຸດໃນໂລກ ຫຼັງເຂົ້າສາຍພຽງ 11 ມື້.
ເມື່ອວັນເສົາທີ 5 ພຶດສະພາ ຜ່ານມາ ເຊິ່ງເປັນວັນທີ 11 ທີ່ Avengers: Infinity War ເຂົ້າສາຍ ກໍກວາດລາຍໄດ້ທົ່ວໂລກທະລຸຫຼັກ 1 ພັນລ້ານໂດລາໄປຮຽບຮ້ອຍແລ້ວ ເຊິ່ງຖືວ່າເປັນຮູບເງົາທີ່ມີລາຍໄດ້ເຖິງຫຼັກ 1 ພັນລ້ານໂດລາໃນເວລາທີ່ວ່ອງໄວທີ່ສຸດໃນໂລກ ທຳລາຍສະຖິຕິເກົ່າຂອງຮູບເງົາເລື່ອງ Star Wars: The Force Awakens ທີ່ອອກສາຍເມື່ອປີ 2015 ທີ່ໃຊ້ເວລາເຂົ້າສາຍ 12 ມື້ ໃນການກວາດລາຍໄດ້ເກີນ 1 ພັນລ້ານໂດລາ.
ເສົາອາທິດທີ່ຜ່ານມາ Avengers: Infinity War ກໍເກັບລາຍໄດ້ໃນສະຫະລັດເພີ່ມ 112.5 ລ້ານໂດລາ ແລະລາຍໄດ້ໃນຕ່າງປະເທດເພີ່ມອີກ 162.6 ລ້ານໂດລາ. ສ່ວນລາຍໄດ້ທັງໝົດຂະນະນີ້ກໍຢູ່ທີ່ 1,160 ລ້ານໂດລາ ນີ້ຍັງບໍ່ນັບລວມລາຍໄດ້ໃນປະເທດຈີນ ເພາະຮູບເງົາເລື່ອງນີ້ຈະເຂົ້າສາຍໃນຈີນໃນວັນທີ 11 ພຶດສະພານີ້ ເຊິ່ງໜ້າຈະຊ່ວຍເຮັດໃຫ້ລາຍໄດ້ຂອງຮູບເງົາເພີ່ມຂຶ້ນຢ່າງກ້າວກະໂດດ ເພາະຈີນເປັນຕະຫຼາດຮູບເງົາທີ່ໃຫຍ່ເປັນອັນດັບສອງຂອງໂລກ ຮອງຈາກສະຫະລັດ.
ຂໍຂອບໃຈ
ຂໍ້ມູນ : Voice TV