“ມາດາມໂບ” ສານຝັນ “ຄຳປານ” ເດັກຊົນນະບົດ ປຸກກະແສບານເຕະລາວ

ປະເທດລາວຂອງພວກເຮົາມີສາວງາມຫລາຍຄວາມສາມາດ ຢ່າງ “ມາດາມໂບ” ພິຈິກາ ບຸນກວ້າງ ທີ່ເຂົ້າມາປຸກກະແສກີລາບານເຕະຂອງປະເທດລາວ ໂດຍນາງດຳລົງຕຳແໜ່ງປະທານວຽງຈັນຢູໄນເຕັດ ສະໂມສອນບານເຕະໃນລີກດິວິຊັ່ນ 1 ຂອງລາວ ແລະ ມາດາມໂບເອງກໍເປັນທີ່ຮູ້ຈັກເທິງໂລກໂຊຊຽວລາວຢູ່ແລ້ວ ເອີ້ນວ່າເປັນເນັດໄອດໍ້ຂອງຊາວລາວເລີຍກໍວ່າໄດ້.
ໂດຍມາດາມໂບໄດ້ຮັບຄວາມສົນໃຈອີກເທື່ອ ເມື່ອນາງໄດ້ມອບໂອກາດໃຫ້ກັບ “ຄຳປານ ດວງວິໄລ” ນັກຮຽນ ຊັ້ນ ມ.4 ຊາວເມືອງສະໝ້ວຍ ເມືອງຊົນເຜົ່າທີ່ປະຊາຊົນສ່ວນໃຫຍ່ຍັງທຸກຍາກ ໃນແຂວງສາລະວັນ ຫຼັງຈາກທີ່ມາດາມໂບໄດ້ຮັບຊົມຄລິບເຕາະບານຂອງຄຳປານ ເຊິ່ງມີຊາວເນັດເຂົ້າມາເບິ່ງເປັນຈຳນວນຫລາຍ
ນາງຈຶ່ງຕິດຕໍ່ໃຫ້ຄຳປານເດີນທາງມາສະແດງລີລາການເຕາະບານ ເພື່ອເປັນສີສັນເສິກບານເຕະ 4 ເສົ້າ ໄດ້ແກ່ ວຽງຈັນຢູໄນເຕັດ, ກອງທັບ ເອຟຊີ, ປກສ ເອຟຊີ ແລະ ມະຫາວິທະຍາໄລແຫ່ງຊາດລາວ ທີ່ສະໜາມກີລາເຈົ້າອານຸວົງ ນະຄອນຫຼວງວຽງຈັນ ເມື່ອຊ່ວງປາຍເດືອນມີນາທີ່ຜ່ານມາ ເຊິ່ງນາງເປັນແມ່ງານໃຫຍ່ໃນການຈັດເກມກະຊັບມິດເທື່ອນີ້ຂຶ້ນ
ທາງດ້ານ ຄຳປານ ດວງວິໄລ ໄດ້ຮ່ວມເຝິກຊ້ອມກັບທີມວຽງຈັນຢູໄນເຕັດ ແລະ ໄດ້ໂຊຄວາມສາມາດການເຕາະບານໃຫ້ປະຊາຊົນໄດ້ຮັບຊົມ ເຊິ່ງເຮັດໃຫ້ເກີດເປັນກະແສເທິງໂລກອອນລາຍລາວ ທີ່ໃຫ້ຄວາມສົນໃຈກັບການແຂ່ງຂັນບານເຕະກະຊັບມິດຫລາຍຂຶ້ນ ຖືເປັນປະໂຫຍດແກ່ວົງການບານເຕະລາວຢ່າງຍິ່ງ ໂດຍທາງຄຳປານກໍໄດ້ຂອບໃຈມາດາມໂບ ທີ່ໃຫ້ໂອກາດເດັກບ້ານນອກໄດ້ລົງຫລິ້ນບານເຕະໃນສະໜາມກີລາລະດັບຊາດ ສ່ວນໂຕຄຳປານເອງມີຄວາມຝັນທີ່ຢາກຈະເປັນນັກເຕະບານທີມຊາດລາວ
ສຳລັບມາດາມໂບ ໄດ້ເຄີຍຖືກສື່ນຳມາປຽບທຽບກັບມາດາມແປ້ງ ປະທານສະໂມສອນບານເຈະການທ່າເຮືອຂອງປະເທດໄທ ເນື່ອງຈາກນາງງາມ ເກັ່ງ ແລະ ຮັກກີລາບານເຕະຄືກັນ ແຕ່ທາງມາດາມໂບເອງກໍໄດ້ໃຫ້ສຳພາດວ່າ ຕົນຄົງຈະທຽບກັບມາດາມແປ້ງບໍ່ໄດ້ ເພາະການເຮັດທຸລະກິດ ແລະ ການບໍລິຫານທີມບານເຕະຂອງຕົນ ຍັງມີປະສົບການບໍ່ຫລາຍເທົ່າ