ຜູ້ຊ່ຽວຊານເຜີຍແລ້ວ ເບິ່ງ "ໜັງໂປ້" ຜ່ານມືຖືອັນຕະລາຍກວ່າທີ່ຄິດ

ບາງເທຶ່ອເວລາວ່າງໆຂອງຜູ້ຊາຍສ່ວນຫລາຍກໍ ວ່າງເກີນຈົນບໍ່ມີຫຍັງເຮັດ ຈົນເຮັດໃຫ້ເຮົາຕ້ອງຫັນມາຫາຄວາມສຸກໃສ່ໂຕໂດຍການເບິ່ງໜັງໂປ້ ເຊິ່ງມັນບໍ່ຜິດຫຍັງ ເພາະມັນເປັນທຳມະຊາດຂອງຜູ້ຊາຍຢູ່ແລ້ວ ແຕ່ສຳລັບໃຜທີ່ກຳລັງເບິ່ງໜັງໂປ້ຜ່ານມືຖືຢູ່ ລອງຫັນມາອ່ານກັນຈັກໜ້ອຍເພື່ອໃຫ້ຮູ້ທັນໄພອັນຕະລາຍຈາກໂລກທີ່ມີອິນເຕີເນັດຄອບຄຸມທົ່ວເຖິງໃນປັດຈຸບັນນີ້ກັນ
ປັດຈຸບັນນີ້ມີອາດຊະຍາກໍາຢູ່ຫລວງຫລາຍບໍ່ເວັ້ນແຕ່ພາຍໃນອິນເຕີເນັດ ເຊິ່ງເຮົາຄວນຈະຕ້ອງໃສ່ໃຈກັບເລື່ອງນີ້ໃຫ້ຫລາຍຂຶ້ນການເຂົ້າເວັບໄຊຕ໌ທີ່ບໍ່ພຶງປະສົງຕ່າງໆອາດເຮັດໃຫ້ຂໍ້ມູນຂອງເຈົ້າຮົ່ວໄຫຼໄດ້
ສຳລັບການເຂົ້າເບິ່ງໜັງໂປໃນໂທລະສັບມືຖືນັ້ນຍິ່ງເປັນອັນຕະລາຍຢ່າງຫລາຍສຳລັບໂຕເຈົ້າເພາະ ໃນຂະນະນີ້ຄວາມປອດໄພໃນໂທລະສັບມືຖືຍັງມີຄວາມປອດໄພທີ່ຍັງຫລາຍບໍ່ເທົ່າກັບຄອມພິວເຕີ ໂດຍມີຜູ້ຊ່ຽວຊານດ້ານຄວາມປອດໄພທາງໂທລະສັບມືຖືກ່າວວ່າ ເຂົາໄດ້ມີການກວດສອບຄວາມປອດໄພຈາກເວັບໄຊຕ໌ໜັງໂປຕ່າງໆ ແລະຜົນທີ່ໄດ້ຄື ເຂົາພົບມັນແວຈຳນວນຫລາຍໃນເວັບໄຊຕ໌ເຫຼົ່ານີ້ ແລະ 1 ໃນ 4 ຂອງມັນແວທັງໝົດໃນໂທລະສັບມືຖືມາຈາກເວັບໄຊຕ໌ເຫຼົ່ານີ້
ສຳລັບໃຜທີ່ຢາກເບິ່ງໜັງໂປ້ຫລາຍໆ ແນະນຳໃຫ້ຫັນຈາກການເບິ່ງໜັງໂປ້ທາງຄອມພິວເຕີແທນການເບິ່ງໃນໂທລະສັບມືຖືດີກວ່າ ເພາະໃນຄອມພິວເຕີມີການພັດທະນາລະບົບຄວາມປອດໄພໄດ້ດີຫລາຍກວ່າໃນໂທລະສັບ ແລະຂໍໃຫ້ເຈົ້າທຸກຄົນມີຄວາມສຸກກັບການເບິ່ງໜັງໂປ້ ແລະບໍ່ຖືກລັກຂໍ້ມູນກັນທຸກຄົນເລີຍເດີ້
ຂໍຂອບໃຈ
ຂໍ້ມູນ : Sanook!