ເປີດນຳໃຊ້ສະຖານີຄ່ຽນຖ່າຍສິນຄ້າ ທີ່ດ່ານພາສີສາກົນບໍ່ເຕັນ ຢ່າງເປັນທາງການ

ບໍລິສັດ ລາວສາກົນ ໄອຊີດີ ຈຳກັດ ໄດ້ເປີດນຳໃຊ້ ສະຖານີ ບໍລິການຄ່ຽນຖ່າຍສິນຄ້າ ທີ່ໃຫ້ບໍລິການ ຍົກຍໍຄ່ຽນຖ່າຍສິນຄ້າ ນໍາເຂົ້າ-ສົ່ງອອກ ພາຍໃນ ແລະ ຕ່າງປະເທດ, ບໍລິການຫຸ້ມຫໍ່, ບໍລິການຈັດພິມ ເອກະສານອາຊິກູດາ ແລະ ຊຳລະ ຄ່າພາສີອາກອນຕ່າງໆ ທີ່ຜ່ານດ່ານພາສີສາກົນບໍ່ເຕັນ ແຂວງ ຫລວງນ້ຳທາ ຢ່າງເປັນທາງການ.
ຈຸດປະສົງ ເພື່ອເປັນການ ອຳນວຍຄວາມສະດວກ ໃຫ້ແກ່ການຂົນສົ່ງ ຂ້າມແດນໃຫ້ມີຄວາມຄ່ອງຕົວ, ສະດວກ, ປອດໄພ, ໂປ່ງໃສ ແລະ ທີ່ສຳຄັນທີ່ສຸດ ແມ່ນຫລຸດຄ່າ ຂົນສົ່ງເພາະສາມາດເຮັດໃຫ້ມີການຂົນສົ່ງ ທັງຂາໄປ ແລະ ຂາກັບ, ຊຶ່ງເປັນປັດໄຈ ໃນການດຶງດູດການລົງທຶນຂອງຕ່າງ ປະເທດເຂົ້າມາ ສປປ ລາວ ໃຫ້ຫລາຍຂຶ້ນ.
ພິທີດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 28 ມີນາ 2018, ທີ່ດ່ານພາ ສີສາກົນບໍ່ເຕັນ ແຂວງຫລວງນ້ຳທາ, ໂດຍການເປັນກຽດເຂົ້າຮ່ວມ ຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ທ່ານ ເພັດຖາວອນ ພິລາວັນ ເຈົ້າແຂວງ ຫລວງນ້ຳທາ, ທ່ານ ນາງ ສຸວັນເພັງ ບຸບ ຜານຸວົງ ລັດຖະມົນຕີ ປະຈຳສຳນັກງານ ນາຍົກລັດຖະມົນຕີ ແລະ ບັນດາ ຜູ້ຕາງໜ້າ ຈາກຂະແໜງ ການກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ນາງ ທູນສະຫວັນ ສີຈັນທອງທິບ ປະທານສະພາບໍລິຫານ ຜູ້ຖືຮຸ້ນ ບໍລິສັດ ລາວສາກົນ ໄອຊີດີ ຈຳກັດກ່າວວ່າ: ສະຖານີຄ່ຽນຖ່າຍສິນຄ້າ ມີເນື້ອທີ່ທັງໝົດ 22,3 ເຮັກຕາ, ໃນນັ້ນໄດ້ພັດທະນາ ໄລຍະທີ 1 ມີຈໍານວນ 9 ເຮັກຕາ, ຊຶ່ງໄດ້ພັດທະນາໃຫ້ເປັນ ໄອຊີດີ ທີ່ໄດ້ມາດຕະຖານສາກົນ ມີພື້ນ ຖານໂຄງລ່າງ, ພາຫະນະ, ອຸປະກອນ, ຄຸ້ມຄອງດ້ວຍລະບົບໄອທີ, ລະບົບເອຊີກຸດະ (ASYCUDA) ຂອງກົມພາສີ ແລະ ສິ່ງອຳນວຍຄວາມສະດວກ ຄົບວົງຈອນ ດຳເນີນທຸລະກິດດັ່ງນີ້: ໃຫ້ການ ບໍລິການຮັບ ແລະ ສົ່ງສິນຄ້າ ທັງພາຍໃນ ແລະ ຕ່າງປະເທດ, ໂດຍຜ່ານບັນດາ ຄູ່ສັນຍາຕົ້ນທາງ, ປາຍທາງ ແລະ ສາຍເຮືອໃນການບໍລິການຂົນສົ່ງ ໃຫ້ເຖິງເປົ້າໝາຍ; ໃຫ້ການບໍລິການເຕົ້າໂຮມ ແລະ ແຈກຢາຍສິນຄ້າ, ໂດຍການ ເປັນສູນໂລຈິສຕິກ ຂອງພາຍໃນປະເທດ ແລະ ລະຫວ່າງ ປະເທດ ເຮັດໃຫ້ມີສິນຄ້າ ທັງຂາໄປ ແລະ ຂາກັບ ສາມາດຫລຸດຜ່ອນລາຄາຂົນສົ່ງ ໄດ້ຢ່າງມີປະສິດທິຜົນ; ໃຫ້ການ ບໍລິການຍົກ ຍໍ-ຄ່ຽນຖ່າຍສິນຄ້າ ດ້ວຍເຄື່ອງກົນຈັກພາຫະນະ ທີ່ທັນສະໄໝ ຫລຸດຜ່ອນການຍົກຍໍ ຄ່ຽນຖ່າຍດ້ວຍແຮງງານຄົນ, ຫລຸດຜ່ອນເວລາເຮັດໃຫ້ປະສິດທິພາບ ວຽກສູງຂຶ້ນ; ໃຫ້ການບໍລິການ ຝາກສາງໂດຍມີສາງສິນຄ້າ ທີ່ເປັນລະບົບທັງສາງເປີດ-ສາງປິດ ແລະ ສິນຄ້າອັນຕະລາຍ, ໂດຍນໍາໃຊ້ລະບົບ ການກວດກາ ແລະ ລະບົບໄອທີທັນສະໄໝ; ໃຫ້ການບໍລິການແຈ້ງພາສີ, ເອກະສານ ຂົນສົ່ງຜ່ານແດນ ແລະ ບໍລິການຈັດສົ່ງສິນຄ້າທາງບົກ ລະຫວ່າງ ປະເທດ; ໃຫ້ບໍລິການບັນຈຸຫຸ້ມຫໍ່ ສິນຄ້າກ່ອນການນໍາເຂົ້າ ແຈກຢາຍພາຍໃນ ແລະ ສົ່ງອອກສິນຄ້າ ໄປຍັງປະເທດທີສາມ, ກວດສອບຄຸນນະພາບ ສິນຄ້າເຊັ່ນ: ວັດສະດຸກໍ່ສ້າງ, ວັດຖຸມີພິດ, ສານເຄມີ, ວັດຖຸອັນຕະລາຍ, ບໍລິການ ຂົນສົ່ງສິນຄ້າ ລະຫວ່າງ ປະເທດ ແລະ ຜ່ານແດນດ້ວຍ ຕູ້ຄອນເທັນເນີ, ບໍລິການສ້ອມແປງ ແລະ ທຳຄວາມສະອາດ ຕູ້ຄອນເທັນເນີພາຍໃນ, ຕູ້ຂອງສາຍເຮືອ ແລະ ບໍລິການອື່ນໆ ທີ່ຕິດພັນ ກັບວຽກງານການຂົນສົ່ງ (ໂລຈິສຕິກ).
ສະຖານີບໍລິການຄ່ຽນຖ່າຍສິນຄ້າ ຂອງ ບໍລິສັດ ລາວສາກົນ ໄອຊີດີ ຈຳກັດ ຕັ້ງຢູ່ທີ່ເຂດດ່ານ ພາສີສາກົນບໍ່ເຕັນ ແຂວງ ຫລວງນ້ຳທາ, ໂດຍນຳໃຊ້ເນື້ອທີ່ດິນ ແບ່ງອອກຈາກເຂດພັດທະນາເສດຖະກິດສະເພາະ ບໍ່ເຕ່ນແດນງາມ, ມີກຳນົດອາຍຸຂອງສັນຍາ ເປັນເວລາ 28 ປີ (2018-2045) ແລະ ສາມາດຕໍ່ສັນຍາໄດ້ ບົນພື້ນຖານການເຫັນດີ ທັງສອງຝ່າຍ, ມີທຶນຈົດທະບຽນເບື້ອງຕົ້ນທັງໝົດ 14.5 ລ້ານ ໂດລາ ສະຫະລັດ ຫລື ປະມານ 120 ຕື້ກວ່າກີບ.
ມາຮອດ ປັດຈຸບັນ, ສະຖານີບໍລິການຄ່ຽນຖ່າຍສິນຄ້າ ດັ່ງກ່າວ ພ້ອມທີ່ຈະໃຫ້ບໍລິການ ເຕັມຮູບແບບ. ຄຽງຄູ່ກັນນີ້, ທາງບໍລິສັດ ຍັງໄດ້ວາງວິໄສທັດ ຈະສ້າງໃຫ້ບໍລິສັດ ໃຫ້ກາຍເປັນອົງກອນຕົວແບບ ໃນດ້ານໂລຈິສຕິs, ສ້າງໃຫ້ເປັນອົງກອນ ມີຄຸນນະທຳ, ຈັນຍາບັນ ແລະ ສ້າງຄວາມເພິ່ງພໍໃຈ ຂອງລູກຄ້າໃຫ້ກາຍເປັນວັດທະນະທຳ ຂອງອົງກອນ, ສ້າງໃຫ້ເປັນຈຸດລວມສູນ ລະບົບສາງ ໃຫ້ການບໍລິການ ໃນການກະຈາຍສິນຄ້າ, ດຳເນີນທຸລະກິດ ໄດ້ມາດຕະຖານສາກົນ, ບໍລິການວ່ອງໄວປອດໄພ ທັນສະໄໝ ແລະ ໄດ້ມາດຕະຖານສາກົນ, ໂດຍການນຳໃຊ້ ເທັກໂນໂລຊີ ການໃຫ້ບໍລິການດ້ານໂລຈິສຕິກ ແບບຄົບວົງຈອນ ແລະ ເປັນທີ່ຍອມຮັບຂອງສັງຄົມ ແລະ ສາກົນ.
ຂໍຂອບໃຈ
ຂໍ້ມູນ : ຂ່າວສານປະເທດລາວ