ກົດ 3 ຂໍ້ ປ້ອງກັນການ "ແຊ" ຂໍ້ມູນທີ່ບໍ່ເປັນຄວາມຈິງໃນໂລກອອນລາຍ

ການແຊຂໍ້ມູນປອມ, ເລື່ອງໃສ່ຮ້າຍປ້າຍສີ ຫຼື ຂໍ້ຄວາມສ້າງແຮງບັນດານໃຈທີ່ອ້າງອີງບຸກຄົນມາຜິດໆ ອາດເຮັດໃຫ້ເກີດຄວາມເສຍຫາຍກັບສັງຄົມແວດລ້ອມຫຼາຍກວ່າທີ່ຄິດ ແລະ ຜູ້ຊ່ຽວຊານດ້ານສື່ຢ້ຳວ່າ ການປ້ອງກັນທີ່ດີສຸດຕ້ອງເລີ່ມຈາກ 'ຜູ້ໃຊ້ສື່'.
ເວັບໄຊ ເອັນບີຊີ ນິວ ລາຍງານອ້າງອີງຄຳໃຫ້ສຳພາດຂອງຮອງສາດສະດາຈານ ເຈນີ ລີ ຜູ້ຊ່ຽວຊານດ້ານສື່ສານມວນຊົນໃນສະຫະລັດ ເຊິ່ງລະບຸວ່າ ຂໍ້ມູນທີ່ເຜີຍແຜ່ໃນສື່ສັງຄົມອອນລາຍຕ່າງໆ ສ່ວນໃຫຍ່ບໍ່ໄດ້ມາຈາກແຫຼ່ງອ້າງອີງທີ່ເຊື່ອຖືໄດ້ ແຕ່ມັກຈະມາຈາກໝູ່ເພື່ອນ, ຄົນຮູ້ຈັກ ຫຼື ບຸກຄົນມີຊື່ສຽງທີ່ອາດຈະບໍ່ໄດ້ມີຄວາມຮູ້ເທົ່າທັນສື່. ແຕ່ກົດພຽງບໍ່ຈັກຂໍ້ຈະຊ່ວຍໃຫ້ຜູ້ໃຊ້ສື່ອອນລາຍລອດພົ້ນຈາກການແຊຂໍ້ມູນປອມ ຫຼື ຂໍ້ມູນໃສ່ຮ້າຍປ້າຍສີຜູ້ອື່ນໄດ້.
ກົດຂໍ້ທີ 1: 'ບໍ່ມີລິ້ງ' ຢ່າກົດແຊ
ກວ່າເຄິ່ງໜຶ່ງຂອງຂໍ້ມູນທີ່ບໍ່ມີລິ້ງກັບໄປຍັງຕົ້ນຕໍ ມັກຈະເປັນ 'ຂ່າວປອມ' ແຕ່ຂໍ້ມູນທີ່ມີລິ້ງແນບມາດ້ວຍ ກໍບໍ່ແມ່ນວ່າຈະເປັນຄວາມຈິງຮ້ອຍເປີເຊັນ ແຕ່ຕ້ອງກັບໄປເບິ່ງຍັງລິ້ງຂ່າວຕົ້ນຕໍວ່າ ມີຄວາມໜ້າເຊື່ອຖື ຫຼື ບໍ່? ເພາະປັດຈຸບັນນີ້ມີເວັບໄຊລຽນແບບສຳນັກຂ່າວ ຫຼື ມີການແອບອ້າງໂຕເປັນບຸກຄົນອື່ນໆ ຢູ່ເຕັມໄປໝົດ. ສະນັ້ນ ຖ້າບໍ່ມີຂໍ້ມູນຈາກແຫຼ່ງອື່ນ ກໍໃຫ້ສັນນິດຖານວ່າເປັນຂໍ້ມູນໜ້າສົງໄສທີ່ຍັງບໍ່ຄວນແຊຕໍ່.
ກົດຂໍ້ທີ 2: ສິ່ງທີ່ເຮົາມັກ ອາດບໍ່ແມ່ນສິ່ງທີ່ 'ຄວນເຊື່ອ'
ໄມເຄີນ ເຈ ໂຊໂຄລໍ ອາຈານດ້ານວາລະສານສາດຂອງມະຫາວິທະຍາໄລເມລ ໃນສະຫະລັດ ເຜີຍແຜ່ບົດຄວາມໃນນິວຢອກທາມ ເມື່ອອາທິດທີ່ຜ່ານມາ ໂດຍຊີ້ໃຫ້ເຫັນວ່າ 'ຄົນສະຫຼາດ ກໍພາດໄດ້' ໂດຍສະເພາະການແຊສິ່ງທີ່ໂຕເອງ 'ຖືກໃຈ' ໃນສື່ອອນລາຍ. ແຕ່ເມື່ອແຊຂ່າວ ຫຼື ຂໍ້ມູນໄປແລ້ວ ຊໍ້າພັດສົ່ງຜົນກະທົບຕໍ່ຊື່ສຽງ ແລະ ຄວາມໜ້າເຊື່ອຖື ເພາະສິ່ງທີ່ແຊເປັນຂ່າວປອມ ຫຼື ຂໍ້ມູນລວງໂລກ.
ຄວາມຜິດພາດເຫຼົ່ານີ້ເກີດຂຶ້ນໄດ້ງ່າຍໆ ເພາະຜູ້ໃຊ້ສື່ຈຳນວນຫຼາຍມັກຈະລືມໄປວ່າ ລະບົບຈັດການສື່ສັງຄົມອອນລາຍຈະປະມວນຈາກພຶດຕິກຳການໃຊ້ງານຂອງເຮົາເອງ. ສິ່ງທີ່ເຮົາມັກ ຫຼື ມັກຈະມີປະຕິສຳພັນນຳ ຈະປະກົດໃຫ້ເຫັນເປັນອັນດັບທຳອິດ. ເຊັ່ນດຽວກັບຄົນໃນແວດວົງທີ່ເຮົາຕັ້ງຄ່າໃຫ້ເປັນອັນດັບທຳອິດ ກໍມັກຈະບຸກຄົນທີ່ຄິດເຫັນ ຫຼື ສົນໃຈໃນເລື່ອງດຽວກັນກັບເຮົາ.
ກົດຂໍ້ທີ 3: ຄິດກ່ອນແຊ ປອດໄພກວ່າ
ໂຊໂຄລໍ ແນະນຳຜູ້ໃຊ້ສື່ອອນລາຍວ່າ "ກ່ອນຈະແຊ ຄວນຢຸດຄິດຈັກໜ້ອຍ" ແລ້ວຖາມໂຕເອງອີກຄັ້ງວ່າ "ແຊຂໍ້ມູນນີ້ແລ້ວໄດ້ຫຍັງ ແລະຖ້າບໍ່ແຊແລ້ວຈະເປັນແນວໃດ?". ຖ້າຂໍ້ມູນທີ່ຢາກແຊບໍ່ມີທີ່ມາທີ່ໜ້າເຊື່ອຖື ກໍບໍ່ຄວນແຊ ໂດຍສະເພາະຂໍ້ມູນທີ່ຖືກໃຈແຕ່ກວດສອບບໍ່ໄດ້ ຫຼື ຂໍ້ມູນທີ່ເພື່ອນໃນສື່ອອນລາຍແຊກັນເປັນຈຳນວນຫຼາຍ.
ການແຊໂດຍອາໄສປະຕິກິຣິຍາອັດຕະໂນມັດອາດເຮັດໃຫ້ເກີດຜົນເສຍຕາມມາໄດ້ ເພາະຖ້າສິ່ງທີ່ແຊເປັນຂໍ້ມູນປອມ ຫຼື ຂໍ້ມູນທີ່ເປັນການໃສ່ຮ້າຍປ້າຍສີ ອາດເຮັດໃຫ້ຜູ້ຖືກພາດພິງເສຍຫາຍ ແລະ ຜູ້ແຊຂໍ້ມູນອາດມີຄວາມຜິດ.
ສິ່ງທີ່ຕ້ອງເຮັດເມື່ອຈຳແນກໄດ້ວ່າ ສິ່ງທີ່ເຜີຍແຜ່ໃນສື່ອອນລາຍບໍ່ແມ່ນເລື່ອງຈິງ ກໍຄືການບອກກ່າວ ຫຼື ເຕືອນຄົນໃນເຄືອຂ່າຍທີ່ເຮົາມີປະຕິສຳພັນນຳ ໃຫ້ໄດ້ຮັບຮູ້ຂໍ້ເທັດຈິງ. ເຖິງແມ່ນວ່າ ບາງຄົນຈະຍັງເລືອກເຊື່ອສິ່ງທີ່ເຂົາຢາກຈະເຊື່ອ ແຕ່ຢ່າງໜ້ອຍກໍຈະມີການບັນທຶກໄວ້ວ່າ ຂໍ້ມູນເລື່ອງໃດແດ່ທີ່ບໍ່ແມ່ນເລື່ອງແທ້ ເພື່ອຫຼຸດໂອກາດທີ່ຈະມີຜູ້ແຊຂໍ້ມູນດັ່ງກ່າວຕໍ່ໃນອະນາຄົດ.
ຂໍຂອບໃຈ
ຂໍ້ມູນ : Voice TV