ອໍ້າ ພັດສະລາພາ ໂຊໜ້າສົດ ບອກເລີຍໜ້າເດັກສຸດໆ

ບໍ່ເລື້ອຍເລີຍແທ້ໆ ທີ່ເຮົາຈະມີໂອກາດໄດ້ເຫັນນາງເອກຊຸບເປີສະຕາ "ອໍ້າ ພັດສະລາພາ ໄຊເຊື້ອ" ອວດຜິວໃສແບບບໍ່ເຄື່ອງສໍາອາງໃຫ້ແຟນໆ ໄດ້ສ່ອງໄດ້ຊູມກັນທຸກຮູຂຸມຂົນຂະໜາດນີ້ ເພາະຫລ້າສຸດໃນສະຕໍຣີ່ອິນສະຕາແກຣມຂອງເຈົ້າໂຕໄດ້ມີການໂພສຄລິບວີດີໂອສັ້ນໆ ເຊິ່ງເຜີຍໃຫ້ເຫັນຄວາມສົດໃສຂອງໃບໜ້າແບບເຕັມຮ້ອຍ ກ່ອນທີ່ຈະຖືກແຕ່ງແຕ້ມດ້ວຍສີສັນຂອງເຄື່ອງສຳອາງປ່ຽນລຸກເປັນນາງພະຍາວົງການບັນເທີງ
ງານນີ້ບອກໄດ້ເລີຍວ່າຫັນຄລິບວີດີໂອໜ້າສົດຂອງສາວອໍ້າເຂົ້າໄປເຮັດເອົາໃຜຫຼາຍຄົນພາກັນອຶ້ງເປັນແຖວໆ ໂດຍສະເພາະຜິວໃສປານກັບຜິວເດັກນ້ອຍຂອງເຈົ້າໂຕ ທີ່ຕ້ອງຂໍໃຊ້ຄຳວ່າ ສາວອໍ້ານາງສາມາດຢຸດເວລາໄດ້ແທ້ໆ.
ຂໍຂອບໃຈ
ຂໍ້ມູນ : Sanook!