ປະຊັນຄວາມງາມນາງແບບໂຕທັອບ ຂອງສັງກັດດັງໃນລາວ

ດຽວນີ້ສັງກັດໂມເດວລິ້ງໃນປະເທດລາວມີໃຫ້ເຫັນຢ່າງຫລວງຫລາຍເຊິ່ງແຕ່ລະສັງກັດກໍຈະມີນ້ອງໆນາງແບບນາຍແບບເດັ່ນໆ ແລະ ເປັນໂຕທັອບຂອງສັງກັດໃຜມັນ, ເຊິ່ງແຕ່ລະຄົນນັ້ນກໍມີຄວາມເປັນເອກະລັກ ແລະ ໂດດເດັ່ນບໍ່ແພ້ກັນເລີຍ. ດັ່ງນັ້ນພວກເຮົາເລີຍໄດ້ລວມເອົານາງແບບທີ່ເປັນໂຕທັອບຂອງ 5 ຄ້າຍດັງມາໃຫ້ໄດ້ເບິ່ງກັນ.
ເລີ່ມກັນທີ່ ສັງກັດອັນດັບໜຶ່ງຢ່າງ ກ້າວໜ້າ ເອນເຕີເທນເມນ KAONA Entertainment ທີ່ມີນາງແບບ ນາງງາມໂຕທັອບຂອງສັງກັດຢ່າງ ຄຣິສຕີນາ ລາສະສິມມາ ຂໍບອກເລີຍວ່າງາມເລີດສົມເຂົາວ່າແທ້ໆ
ມາຕໍ່ກັນກັບອີກຄ້າຍໜຶ່ງທີ່ສົ່ງນາງແບບນາຍແບບໃນສັງກັດໄປປະກວດໃນຫລາຍໆເວທີລະດັບໂລກເລີຍ ກັບຄ້າຍ First Modeling ສ່ວນນາງແບບໂຕທັອບກໍແມ່ນໃຜອື່ນໄກ ສາວ ມິມີ່ ພູນຊັບ ນັ້ນເອງ
Tonkham Modeling ເປັນສັງກັດທີ່ຫາກໍເປີດໂຕຳດ້ບໍ່ດົນ ເປັນສັງກັດຂອງ Miss World Laos ຢ່າງສາວ ເຂນນີ່ ຕົ້ນຄໍາ ແລະ ໂຕທັອບຂອງຄ້າຍເພິ່ນກໍບໍ່ແມ່ນໃຜ ກໍແມ່ນເຈົ້າຂອງສັງກັດຂອງເພິ່ນນັ້ນເອງ
ຕໍ່ກັນກັບສັງກັດນ້ອງໃໝ່ຂອງໜຸ່ມຫລໍ່ຢ່າງ ຊູໂມ້ ຈັນເທວາ ທີ່ມີນ້ອງໆໃນສັງກັດຈັດແໜ້ນອັດເຕັມກັນຫລາຍໆເລີຍ ສ່ວນສາວໂຕທັອບຂອງເພິ່ນກໍແມ່ນ ນ້ອງ ເຈນິນ່າ ວົງສາລີ ສາວນ້ອຍໜ້າຄົມລູກຊອດ ລາວ ເຢຍລະມັນ ນັ້ນເອງ
ປິດທ້າຍກັນກັບອີກໜຶ່ງຄ້າຍຂອງໜຸ່ມນັກຮ້ອງສຽງດີ ຢ່າງ ອາເລັກ GB2 ທີ່ມີສາວໆໜຸ່ມໆໃນສັງກັດເປັນນຄົນດັງທີ່ມີປະສົບການມາຢ່າງຫລວງຫລາຍ ສ່ວນສາວໂຕທັອບຂອງເພິ່ນກໍແມ່ນ ນາງເອກສາວນ້ອຍຮ້ອຍລ້ານ ຢ່າງ ນ້ອງ ພຸດທະສອນ
ຂໍຂອບໃຈ
ພາບ : Firstmodelinglao, Jean-Christophe Olry, A-List Talent Agency, Tonkham Modeling, Tara Academy Laos, vilasak sengphetmany