ເກີດເຫດໄຟໄໝ້ວັດມໍລະດົກໂລກຂອງຕີເບດ ຂະນະທີ່ທາງການຈີນສັ່ງລົບຮູບພາບໃນໂຊຊຽວ

ເກີດເຫດໄຟໄໝ່ໃນວັດໂຈຄັງ ເຊິ່ງເປັນວັດອາຍຸກວ່າ 1 ພັນປີທີ່ຂຶ້ນຊື່ວ່າສັກສິດທີ່ສຸດໃນ ລາຊາ ເມືອງຫຼວງຂອງຕີເບດ. ຂະນະດຽວກັນ ທາງການຈີນຢືນຢັນວ່າ ສາມາດດັບໄຟໄດ້ໃນຢ່າງວ່ອງໄວ, ບໍ່ມີຜູ້ເສຍຊີວິດ ແລະ ສັ່ງບຼັອກຮູບພາບເຫດການນີ້ໃນໂຊຊຽວມີເດຍ.
ເມື່ອວັນທີ 17 ກຸມພາທີ່ຜ່ານມາ ສຳນັກຂ່າວທາງການຈີນໄດ້ລາຍງານວ່າ ເກີດເຫດໄຟໄໝ້ໃນວັດຄັງໂຈ ເຊິ່ງມີອາຍຸກວ່າ 1 ພັນປີ ເຊິ່ງເປັນວັດທີ່ເຊື່ອວ່າສັກສິດທີ່ສຸດ ແລະ ເປັນສະຖານທີ່ອັນສຳຄັນໃນນະຄອນລາຊາ ເມືອງຫຼວງຂອງຕີເບດ ໃນເວລາ 18:40 ໂມງ ຕາມເວລາທ້ອງຖິ່ນ ແຕ່ສາມາດດັບໄຟໄດ້ຢ່າງວ່ອງໄວ ບໍ່ມີຜູ້ເສຍຊີວິດ ຫຼື ໄດ້ຮັບບາດເຈັບ ລວມທັງບໍ່ມີວັດຖຸບູຮານໄດ້ຮັບຄວາມເສຍຫາຍຈາກເຫດການນີ້. ສ່ວນສາເຫດຂອງການເກີດເຫດຍັງບໍ່ທັນຮູ້ຢ່າງຊັດເຈນ.
ທັງນີ້ ຮູບພາບທີ່ມີການເຜີຍແຜ່ອອກມາໃນເຊຊຽວມີເດຍນັ້ນ ເບິ່ງຄືວ່າໄຟຟດ້ລຸກໄໝ້ເປັນບໍລິເວນກວ້າງ ແລະ ເຜົາທຳລາຍອາຄານຫຼັກຂອງວັດ. ພາຍຫຼັງ ທາງການຈີນໄດ້ອອກຄຳສັ່ງໃຫ້ໄລ່ບຼັອກຮູບພາບ ແລະ ວິດີໂອທີ່ເຜີຍແຜ່ໃນໂຊຊຽວມີເດຍ ແລະ ອ້າງວ່າບໍ່ສາມາດຢືນຢັນໄດ້ວ່າຮູບພາບເຫຼົ່ານີ້ເປັນຂອງແທ້ ຫຼື ບໍ່ ແລະ ຢ້ານວ່າຈະສ້າງຄວາມຕື່ນຕົກໃຈໃຫ້ແກ່ປະຊາຊົນ.
ວັດຄັງໂຈ ເປັນສ່ວນໜຶ່ງຂອງພະລາຊະວັງໂປຕາລາ ບ່ອນພັກຂອງ ດາໄລລາມະ ຜູ້ນຳທາງຈິດວິນຍານ ແລະ ຜູ້ປົກຄອງສູງສຸູດຂອງຕີເບດ. ວັດນີ້ຈຶ່ງຖືວ່າເປັນວັດທີ່ສັກສິດທີ່ສຸດຂອງຕີເບດ ແລະ ຍັງໄດ້ຮັບການຂຶ້ນທະບຽນເປັນມໍລະດົກໂລກທາງວັດທະນະທຳອີກດ້ວຍ. ນອກຈາກວັດຄັງໂຈຈະເປັນສະຖານທີ່ສັກສິດ ແລະ ເປັນທີ່ສັກກາລະບູຊາຂອງຊາວຕີເບດແລ້ວ ຍັງເປັນແຫຼ່ງທ່ອງທ່ຽວທີ່ສຳຄັນ ເຊິ່ງມີນັກທ່ອງທ່ຽວເຂົ້າຊົມເປັນຈຳນວນຫຼາຍໃນແຕ່ລະປີ. ສ່ວນເຫດໄຟໄໝ້ໃນຄັ້ງນີ້ເກີດຂຶ້ນໃນມື້ທີ່ຊາວຕີເບດສະເຫຼີມສະຫຼອງເທດສະການໂລຊາ ຫຼື ປີໃໝ່ຂອງຕີເບດພໍດີ.
ຂໍຂອບໃຈ
ຂໍ້ມູນ : voicetv