ຊະນະໃຈຄົນລາວສຸດໆ! ແຈັກກີ້ຮ້ອງເພງລາວໃນຮອບການສະແດງສົດ The Voice Thailand

ຈົບໄປເປັນທີ່ຮຽບຮ້ອຍແລ້ວກັບຮອບການສະແດງສົດ Live Performance ໃນການແຂ່ງຂັນ The Voice Thailand ທີ່ຈັດຂຶ້ນໃນທຸກໆປີ ແຕ່ໃນປີນີ້ມີຄວາມໜ້າສົນໃຈເປັນພິເສດກວ່າທຸກປີ ເພາະມີນັກຮ້ອງສຽງຊົງພະລັງຈາກປະເທດລາວເຂົ້າຮ່ວມນໍາພ້ອມນັ້ນກໍຄື ແຈັກກີ້ ພົມມະວົງສາ ຫລື ແຈັກກີ້ ວົງ YES.
ເຊິ່ງເພິ່ນເອງກໍຜ່ານເຂົ້າມາເລິກຈົນເຖິງຮອບ Live Performance ຫລື ຮອບການສະແດງສົດ, ໃນຮອບນີ້ຈະເປັນການຮ້ອງສົດເພື່ອຄັດເລືອກເອົາຜູ້ຊະນະທີມລະ 2 ຄົນເທົ່ານັ້ນ. ໂດຍໜຸ່ມແຈັກກີ້ໄດ້ເລືອກເພງລາວມາໃຊ້ໃນການແຂ່ງຂັນຮອບນີ້ ເຊິ່ງກໍແມ່ນເພງ ຄວາມຮູ້ສຶກບອກ ຂອງນັກຮ້ອງສາວຫລາຍຄວາມສາມາດຢ່າງ ອາລູນາ ຖາວອນສຸກ ພ້ອມທັງໂຊພະລັງສຽງອອກມາໄດ້ມ່ວນສຸດໆເຮັດເອົາໃຫ້ກໍາມະການທັງສີ່ຕ່າງກໍຍ້ອງ ແລະ ຊື່ນຊົມເພິ່ນຫລາຍໆເລີຍ.
ແຕ່ໜ້າເສຍດາຍທີ່ເພິ່ນບໍ່ສາມາດຜ່ານເຂົ້າຮອບສຸດທ້າຍໄດ້ ແຕ່ເຖິງຈະບໍ່ຜ່ານເຂົ້າຮອບເພິ່ນກໍຊະນະໃຈຄົນລາວໄປທັງປະເທດແລ້ວ ໄດ້ໃຈຄົນລາວໄປສຸດໆເລີຍ. ຄລິກຟັງເພງຄວາມຮູ້ສຶກບອກຂອງແຈັກກີ້ໄດ້ ທີ່ນີ້
ຂໍຂອບໃຈ
ພາບ : TheVoiceThailand