ໂບ ພິຈິກາ ຜູ້ຍິງຄົນທຳອິດກັບຕຳແໜ່ງປະທານສະໂມສອນ ທີ່ຕ້ອງການປ່ຽນແປງວົງການບານເຕະລາວ

ເວັບໄຊຂ່າວກີລາຊື່ດັງ FourFourTwo ໄດ້ສຳພາດແບບເຈາະເລິກສາວລາວໄຟແຮງ ຜູ້ທີ່ເປັນປະທານສະໂມສອນບານເຕະນະຄອນຫຼວງ Capital ນັ້ນກໍຄື "ນາງ ພິຈິກາ ບຸນກວ້າງ" ຫຼື ໂບ ທີ່ຫາກໍຂຶ້ນຮັບຕຳແໜ່ງມາໄດ້ ບໍ່ດົນ ເຖິງທີ່ໄປທີ່ມາ ແລະ ເປົ້າໝາຍຂອງຕົນເອງທີ່ມີຕໍ່ວົງການບານເຕະ. ໂບ ຕັ້ງເປົ້າວ່າ ຈະເຮັດໃຫ້ວົງການບານເຕະລາວກັບມາມີຊີວິດຊີວາອີກຄັ້ງ ຫຼັງຈາກຖືກພິດຂອງວົງຈອນອຸບາດຂະບວນການລົ້ມເຂົ້າ ຄອບງຳຈົນເຂົ້າສູ່ຍຸກມືດ.
ໂບ ໄດ້ໃຫ້ສຳພາດວ່າ ພາຍຫຼັງກອງປະຊຸມໃຫຍ່ຂອງສະຫະພັນບານເຕະນະຄອນຫຼວງວຽງຈັນເມື່ອປາຍປີ 2017 ທີ່ຜ່ານມາ ກ່ຽວກັບແຜນການສົ່ງສະໂມສອນນະຄອນຫຼວງ Capital ເຂົ້າຮ່ວມການແຂ່ງຂັນລີກ ອາຊີບປະຈຳປີ 2018 ມີມະຕິວ່າຈະລະງັບການສົ່ງທີມເຂົ້າຮ່ວມການແຂ່ງຂັນ. ທ່ານ ວຽງສະຫວັນ ແສງຄຳ ປະທານສະຫະພັນບານເຕະນະຄອນຫຼວງວຽງຈັນ ເຊິ່ງຄວບຕຳແໜ່ງປະທານສະໂມສອນນະຄອນ ຫຼວງ Capital ນຳ ກໍໄດ້ເອີ້ນໂຕເຂົ້າພົບເພື່ອແຈ້ງຜົນການປະຊຸມ.
ແຕ່ທ້າຍສຸດແລ້ວ ຫຼັງຈາກທີ່ ໂບ ພະຍາຍາມເວົ້າໃຫ້ທ່ານອະດີດປະທານປ່ຽນໃຈ ພ້ອມທັງສະເໜີໂຕຮັບໜ້າທີ່ຫາທຶນ ເພື່ອໃຫ້ນະຄອນຫຼວງ Capital ໄດ້ເຂົ້າຮ່ວມການແຂ່ງຂັນລະດູການ 2018, ທ່ານວຽງສະຫວັນກໍບອກກັບ ໂບ ວ່າ ໃຫ້ມາບໍລິຫານທີມເຕັມໂຕເລີຍ ເຊິ່ງກໍສ້າງຄວາມຕົກໃຈໃຫ້ແກ່ ໂບ ບໍ່ໜ້ອຍ, ແຕ່ ໂບ ກໍພ້ອມທີ່ຈະຮັບບົດບາດດັ່ງກ່າວ. ນັ້ນເປັນຈຸດເລີ່ມຕົ້ນຂອງຕຳແໜ່ງປະທານສະໂມສອນບານ ເຕະສາວຄົນທຳອິດຂອງລາວ.
ນອກຈາກນັ້ນ ໂບ ຍັງໄດ້ກ່າວເຖິງປັນຫາການລົ້ມບານທີ່ສົ່ງຜົນກະທົບໃຫ້ກັບວົງການບານເຕະລາວວ່າ ປັນຫາດັ່ງກ່າວໄດ້ເຮັດໃຫ້ສະປອນເຊີຄ່ອຍໆຫາຍໄປ ແລະ ສ້າງຄວາມງຽບເຫງົາໃຫ້ກັບວົງ ການຫຼາຍ. ພາຍຫຼັງທີ່ເຂົ້າມາຮັບໜ້າທີ່ ກໍຮູ້ວ່າມັນບໍ່ແມ່ນເລື່ອງງ່າຍຄືກັບທີ່ຄິດໄວ້ ແຕ່ຮູ້ສຶກວ່າເປັນວຽກທີ່ທ້າທາຍ ແລະ ມ່ວນໄປກັບມັນ ພ້ອມນັ້ນກໍຕັ້ງໝັ້ນທີ່ຈະເຮັດໃຫ້ວົງການບານເຕະລາວບໍ່ ເຮັ່ງຮ້າຍໄປກວ່ານີ້ກ່ອນ.
ໃນສ່ວນຂອງການລົ້ມບານ ໂບ ໄດ້ໃຫ້ສຳພາດກັບ FourFourTwo ວ່າ ທຳອິດກໍ່ຮູ້ສຶກຢາກຮ້າຍ ແຕ່ຫຼັງຈາກທີ່ໄດ້ລົມກັບພວກເຂົາ ກໍຮູ້ວ່າທຸກຄົນຕ້ອງກິນເຂົ້າ ຕ້ອງລ້ຽງຄອບຄົວ ເຊິ່ງຈະແກ້ໄດ້ກໍ ຕ້ອງເຮັດໃຫ້ພວກເຂົາມີລາຍຮັບທີ່ສູງກວ່ານີ້ ເຊິ່ງນັ້ນແມ່ນສິ່ງທີ່ໂບພະຍາຍາມຈະເຮັດ. ໂບ ກ່າວອີກວ່າ ບາງທີນັກເຕະຮຸ່ນນີ້ອາດແກ້ບໍ່ໄດ້ແລ້ວ ສະນັ້ນຈຶ່ງຕັ້ງໜ້າໃຫ້ຄວາມສຳຄັນກັບເຍົາວະຊົນ ດ້ວຍ ການປູກຝັງຈິດສຳນຶກໃໝ່ໆໃຫ້ກັບພວກເຂົາ ແລະ ດູແລພວກເຂົາໃຫ້ດີກວ່າທີ່ເຄີຍເຮັດມາ.