ເບິ່ງດວງລາຍວັນປະຈໍາວັນເສົາທີ 26 ພະຈິກ 2016 ຕາມແຕ່ລະວັນເກີດ

ວັນອາທິດ
ການງານ: ຈະຈັບວຽກທຸລະກິດສິ່ງໃດຊ່ວງນີ້ ປະສົບຄວາມສຳເລັດໄປທຸກຢ່າງ ມີອຸປະສັກແດ່ເລັກນ້ອຍເປັນເລື່ອງທຳມະດາ
ການເງິນ: ມີຄວາມກັງວົນໃຈໃນເລື່ອງການໃຊ້ຈ່າຍການໃຊ້ເງິນແຕ່ກໍເມື່ອກັງວົນໃຈເມື່ອໃດ ກໍຈະສາມາດຫາເງິນເຂົ້າມາໄດ້ຫຼາຍທຸກເທື່ອ
ຄວາມຮັກ: ໄຕ່ຕອງຄວາມສຳພັນດ້ານຄວາມຮັກໃນຄາວນີ້ທີ່ຍັງມີ ບັນຫາ ເພາະຕ້ອງການຄວາມຮັກແທ້ທີ່ມັ້ນຄົງ ຈຶ່ງພະຍາຍາມທີ່ຈະຕັດສິນໃຈຢູ່
ວັນຈັນ
ການງານ: ການເຈລະຈາຕໍ່ລອງດ້ວຍຄວາມສະຫຼາດ ຈະເຮັດໃຫ້ເຈົ້າຊະຕາປະສົບຄວາມສຳເລັດຫາກບໍ່ໃຈຮ້ອນຈົນເກີນໄປ
ການເງິນ: ດ້ວຍພອນສະຫວັນ ແລະ ຄວາມສາມາດພິເສດຈະເຮັດໃຫ້ເຈົ້າຊະຕາຫາເງິນເຂົ້າມາໄດ້ສະເໜີ
ຄວາມຮັກ: ຍັງຢູ່ໃນເກນຊົງໂຕທາງດ້ານຄວາມຮັກ ແຕ່ກໍມີໂອກາດພົບຄູ່ ພົບຄົນທີ່ຖືກໃຈ
ວັນອັງຄານ
ການງານ: ຈະເຮັດອັນໃດໃນຊ່ວງນີ້ມີຄວາມສຳເລັດ ຈະເລີນຮຸ່ງເຮືອງໄປທຸກຢ່າງ ການປ່ຽນແປງໂຍກຍ້າຍ ດ້ານການງານກໍໃຫ້ເກີດໂຊກລາບ
ການເງິນ: ຢູ່ໃນເກນຊົງໂຕ ແຕ່ກໍມີລາຍຈ່າຍເຂົ້າມາເລື້ອຍໆ ຈຶ່ງຕ້ອງວາງແຜນການໃຊ້ຈ່າຍໃຫ້ຮອບຄອບ
ຄວາມຮັກ: ຍັງບໍ່ລົງໂຕທາງດ້ານຄວາມສຳພັນດ້ານຄວາມຮັກ ບໍ່ຄວນນັດພົບເຈີກັບຄົນຮັກໃນວັນນີ້ ເພາະມີໂອກາດເກີດການຂັດແຍງ
ວັນພຸດ
ການງານ: ຈະເຮັດຍັງເລື່ອງການງານກໍ່ໃຫ້ເກີດໂຊກມີຄວາມສຳເລັດ ແຕ່ໃນເລື່ອງໃນພາວະແວດລ້ອມການເຮັດວຽກຍັງໜ້າເບື່ອ
ການເງິນ: ລະວັງການໃຊ້ຈ່າຍ ແລະ ການໃຊ້ເງິນໃຫ້ເທົ່າທີ່ຈຳເປັນໄປກ່ອນໃນຊ່ວງນີ້ ບໍ່ຄວນຟຸ້ມເຟື້ອຍເກີນເຫດ
ວັນພະຫັດ
ການງານ: ຈະເຮັດຍັງໃນຊ່ວງນີ້ມີແຕ່ຄົນຊ່ວຍເຫຼືອ ໃນເລື່ອງການງານມີຄົນຫວັງດີ ແລະ ຜູ້ໃຫຍ່ໃຫ້ການສະໜັບສະໜຸນສະເໜີ
ການເງິນ: ວາງແຜນການໃຊ້ເງິນໄດ້ຢ່າງຮອບຄອບ ຈຶ່ງບໍ່ມີເລື່ອງທີ່ເຮັດໃຫ້ຕ້ອງຕົກຢູ່ໃນພາວະຝືດເຄືອງ
ຄວາມຮັກ: ຄວາມສຳພັນຖືກພັດືທະນາໄປຢ່າງກ້າວກະໂດດ ໃນຊ່ວງນີ້ມີໂອກາດພົບຮັກແບບໍ່ຄາດຝັນ ກໍເປັນໄປໄດ້
ວັນສຸກ
ການງານ: ການເຮັດວຽກໃນຊ່ວງນີ້ຄ້ອນຂ້າງໜັກເປັນພິເສດ ໃຊ້ຄວາມດຸໝັ່ນ ແລະ ຄວາມໝັ້ນໃຈໃນຕົນເອງ ແຕ່ຜົນຕອບແທນກໍ່ຍັງເປັນທີ່ໜ້າພໍໃຈ
ການເງິນ: ບໍລິຫານຈັດການທາງດ້ານການເງິນໃຫ້ຜ່ານພົ້ນໄປໄດ້ສະເໝີ ແຕ່ກໍເປັນແບບດາດໆ
ຄວາມຮັກ: ໂດດເດັ່ນໃນການບໍ່ພົບເຈິໃຜບາງຄົນ ຄວນຫາເວລາໃນການນັດພົບເຈິກັນໃຫ້ຫຼາຍໆຂຶ້ນ
ວັນເສົາ
ການງານ: ມີໂຊກ ແລະ ຄວາມສຳເລັດໃນເລື່ອງຂອງການອອກໄປຕິດຕໍ່ຄົບຄ້າສະມາຄົມກັບຄົນທີ່ບໍ່ຮູ້ຈັກ ເພື່ອການເຂົ້າສະມາຄົມ ແວດວົງສັງຄົມໃໝ່ໆ ຈະກ່ອນໃຫ້ເກີດຄວາມໂຊກດີ
ການເງິນ: ວາງແຜນການໃຊ້ຈ່າຍ ແລະ ການໃຊ້ເງິນຢ່າງຮອບຄອບສະເໝີ ຈຶ່ງບໍ່ເຈິກັບສະພາວະຝືດເຄືອງ
ຄວາມຮັກ: ມີໂອກາດພົບຄົນທີ່ຖືກໃຈໃນຊ່ວງນີ້ທີ່ຈະມີເຂົ້າມາ ແຕ່ຂຶ້ນຢູ່ກັບເຈົ້າຊະຕາວ່າຈະເລືອກເຂົ້າຫຼື ບໍ່ເພາະຍັງມີຄົນເຂົ້າມາໃຫ້ເລືອກອີກ
ຂໍຂອບໃຈ
ຂໍ້ມູນ : Sanook