ຫ້າມພາດ! ກຽມພົບກັບງານວາງສະແດງສິນຄ້າໄອຊີທີ ICT Expo 2018 ວັນພຸດນີ້ ທີ່ນະຄອນຫຼວງວຽງຈັນ

ງານວາງສະແດງສິນຄ້າໄອຊີທີ 2018 ຫຼື Lao ICT Expo 2018 ຈະຈັດຂຶ້ນໃນວັນທີ 24-28 ມັງກອນ 2018 ນີ້ ທີ່ສູນການຄ້າລາວໄອເຕັກ ເຊິ່ງເປັນງານວາງສະແດງສິນຄ້າໄອຊີທີ ແລະ ການປະຊຸມສຳມະນາທີ່ຈັດຂຶ້ນຢ່າງຍິ່ງໃຫຍ່ ໂດຍກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ສະມາຄົມການຄ້າໄອຊີທີລາວ.
ໂດຍໃນງານຄັ້ງນີ້ມີຄຳຂວັນວ່າ Towards Digital Transformation ຫຼື ກ້າວສູ່ການປະຕິຮູບດິຈິຕອນ ໂດຍໃນງານແມ່ນເນັ້ນໃຫ້ຂໍ້ມູນການສືສານທາງເຕັກໂນໂລຢີເພື່ອສະຫນັບສະໜູນການຂະຫຍາຍຕົວ ແລະ ພັດທະນາອູດສາຫະກຳທີ່ກ່ຽວກັບໄອຊີໃນຕະຫຼາດພາກພື້ນ.
ພາຍໃນງານທ່ານຈະໄດ້ພົບກັບບັນດາຜູ້ວາງສະແດງຈາກພາຍໃນ, ພາກພື້ນ ແລະ ສາກົນ ເຊັ່ນ: Synnex Thailand, Planet Computers Co., Ltd, Thaicom Public Company Limited, Cisco Systems Thailand, Sky Telecom State Company ແລະ ບໍລິສັດຊັ້ນນຳອື່ນໆອີກຫຼາກຫຼາຍ.
ສ່ວນບຸກຄົນທົ່ວໄປທີ່ສົນໃຈ ທ່ານຍັງຈະໄດ້ຮູ້ທັນເຕັກໂນໂລຊີຕ່າງໆທີ່ສາມາດປ່ຽນແປງຊີວິດຂອງທ່ານໄດ້ ບໍ່ວ່າຈະເປັນ ເຄຼົາ (Cloud), ຄວາມປອດໄພໄຊເບີ, Internet of Things (IoT), ສະຕາດອັບ, ເຕັກໂນໂລຊີທາງການແພດ, ເຕັກໂນໂລຊີທາງການເງິນ, ພື້ນຖານໂຄງລ່າງອິນເຕີເນັດບຣອດແບນ ແລະ ການຄ້າເອເລັກໂຕຣນິກ (E-commerce). ພ້ອມນັ້ນ ຍັງມີກິດຈະກຳໃຫ້ຄວາມຮູ້ພາຍໃນງານ, ສຳມະນາແລກປປ່ຽນຄວາມຄິດເຫັນຄາມຮູ້ກ່ຽວກັບໄອຊີທີທີ່ທຸກຄົນສາມາດເຂົ້າເຖິງໄດ້ ໂດຍສຳມະນາກອນຈາກຫຼາກຫຼາຍປະເທດ, ຮູ້ຈັກສາຍອາຊີບທີ່ຈະມາແຮງໃນອະນາຄົດ, ສິນຄ້າໄອຊີທີທີ່ຂົນມາຈາກຫຼາກຫຼາຍມຸມ ແລະ ຮັບຮອງວ່າທ່ານຈະໄດ້ໄອເດຍໃໝ່ໆກັບໄປໃຊ້ໃນຊີວິດປະຈຳວັນຢ່າງແນ່ນອນ.
ຂໍຂອບໃຈ
ຂໍ້ມູນ : Lao ICT Expo 2018