ກະຊວງ ຖວທ ພິຈາລະນາຄຳຮ້ອງສະເໜີທົ່ງໄຫຫີນເປັນມໍລະດົກໂລກ

ໃນວັນທີ 17 ມັງກອນ ຜ່ານມາ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມລະດັບຊາດເພື່ອພິຈາລະນາຮັບຮອງເອົາເອກະສານຄຳຮ້ອງ ແລະ ແຜນແມ່ບົດຄຸ້ມຄອງປົກປັກຮັກສາແຫລ່ງມໍລະດົກໄຫຫີນ ເພື່ອນຳສະເໜີເປັນມໍລະດົກໂລກໃນປີ 2018 ໂດຍການເປັນປະທານຂອງທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທັງເປັນປະທານຄະນະກຳມະການມໍລະດົກລະດັບຊາດເພື່ອມໍລະດົກໂລກ ແລະ ໄດ້ມີຄໍາເຫັນວ່າ: ຜ່ານມາລັດຖະບານລາວ ແລະ ອົງການອຸຍແນສໂກ ໄດ້ໃຫ້ຄວາມສຳຄັນຕໍ່ແຫລ່ງມໍລະດົກໄຫຫີນ, ຊຶ່ງເລີ່ມແຕ່ປີ 1998 ເປັນຕົ້ນມາໄດ້ດຳເນີນການເກັບກຳຂໍ້ມູນ, ສຶກສາຄົ້ນຄ້ວາ ແລະ ວາງແຜນການປົກປັກຮັກສາແຫລ່ງມໍລະດົກແຫ່ງນີ້ໃຫ້ມີຄວາມຍືນຍົງ ແລະ ເກີດປະໂຫຍດສູງໃຫ້ແກ່ການທ່ອງທ່ຽວ ແລະ ນັບແຕ່ປີ 2015 ເຖິງປັດຈຸບັນ, ກະຊວງ ຖວທ ຮ່ວມກັບອົງການປົກຄອງທ້ອງຖິ່ນໄດ້ສືບຕໍ່ກຳນົດເອົາແຫລ່ງໄຫຫີນ 11 ແຫ່ງ ເປັນຕົວແທນໃຫ້ແກ່ບັນດາແຫລ່ງໄຫຫີນຢູ່ແຂວງຊຽງຂວາງເຂົ້າໃນບັນຊີມໍລະດົກໂລກ. ພ້ອມນັ້ນ, ໄດ້ມີການສຳຫລວດຈຸດທີ່ຕັ້ງຂອງໄຫຫີນ, ສ້າງແຜນກຳນົດຂອບເຂດການອານຸລັກ ແລະ ປ້ອງກັນ, ເກັບກຳສະຖິຕິໄຫຫີນທັງ 11 ແຫ່ງ, ສ້າງຄໍາແນະນຳ ແລະ ລະບຽບການຄຸ້ມຄອງຢູ່ຂັ້ນບ້ານ, ເມືອງ ແລະ ແຂວງ ແລະ ມາຮອດເດືອນມັງກອນ 2018 ເອກກະສານ ແລະ ແຜນແມ່ບົດ ໄດ້ສຳເລັດສົມບູນຕາມແຜນການວາງໄວ້, ຊຶ່ງຈະໄດ້ນຳສົ່ງເອກະສານ-ຄຳຮ້ອງນີ້ທີ່ຮັບຮອງໂດຍລັດຖະບານໄປຍັງຄະນະກຳມະການມໍລະດົກໂລກ ເພື່ອພິຈາລະນາຕາມຂັ້ນຕອນສະເໜີແຫລ່ງມໍລະດົກໄຫຫີນເປັນມໍລະດົກໂລກໃນໄວໆນີ້.
ທ່ານ ຄຳໃບ ໂພທິສານ ຫົວໜ້າກົມມໍລະດົກໂລກ ໃຫ້ຮູ້ວ່າ: ປີ 2018 ຈະໃຫ້ສຳເລັດນຳສະເໜີແຫລ່ງມໍລະດົກໄຫຫີນເຂົ້າເປັນມໍລະດົກໂລກເປັນແຫ່ງທີ 3 ແລະ ປີ 2019 ຈະສືບຕໍ່ນຳສະເໜີປ່າສະຫງວນຫີນໜາມໜໍ່ແຂວງຄຳມ່ວນເຂົ້າເປັນມໍລະດົກໂລກເປັນແຫ່ງທີ 4 ເພື່ອເປັນການຈັດຕັ້ງປະຕິບັດແຜນຍຸດທະສາດຂອງ ຖວທ 2016-2020 ໃຫ້ມີຜົນສຳເລັດ ເພື່ອສົ່ງເສີມການສືບທອດ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດໃຫ້ຍືນຍົງ, ທັງເປັນສະຖານທີ່ບໍລິການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ນັບມື້ຫລາຍຂຶ້ນ.
ຂໍຂອບໃຈ
ຂໍ້ມູນ : ຂ່າວສານປະເທດລາວ