ໜາວນີ້ບໍ່ຫວັ່ນ! ຕຳຫຼວດຕິດອາວຸດຈີນແກ້ເສື້ອຝຶກທ້າລົມໜາວລົບ 20 ອົງສາຢູ່ຕີເບດ

ຂະນະທີ່ອາກາດໜາວຈັດປົກຄຸມໄປທົ່ວປະເທດຈີນໃນເວລານີ້ ຫຼາຍຄົນຄົງຢາກຕູ້ມໂຕຢູ່ໃນຜ້າຫົ່ມອຸ່ນໆຢູ່ເຮືອນ ແຕ່ວ່ານີ້ບໍ່ແມ່ນເວລາພັກຜ່ອນຂອງໜ່ວຍຕຳຫຼວດຕິດອາວຸດ.
ເມື່ອບໍ່ເທົ່າໃດມື້ທີ່ຜ່ານມາ ໜ່ວຍຕຳຫຼວດຕິດອາວຸດຂອງຈີນເລີ່ມດຳເນີນການຝຶກໄລຍະເວລາ 1 ອາທິດ ທ່າມກາງອຸນຫະພູມ -20 ອົງສາ ທີ່ເມືອງອາຫຼີ່ ເຂດປົກຄອງຕົນເອງຕີເບດ ເຊິ່ງຢູ່ເໜືອລະດັບນ້ຳທະເລເຖິງ 4,500 ແມັດທີ່ຄົນທຳມະດານັ້ນພຽງຫາຍໃຈຍັງລຳບາກ ເນື່ອງຈາກປະລິມານອັອກຊິເຈນເບົາບາງຢ່າງຍິ່ງ.
ອາກາດໜາວຈັດຈົນຮອບບໍລິເວນປົກຄຸມດ້ວຍຫິມະຂາວ ແຕ່ວ່າຕຳຫຼວດຕິດອາວຸດຜູ້ເຂັ້ມແຂງທັງຕ້ອງຝຶກເດີນທາງໄກ ຝຶກເອົາຊີວິດລອດ ລວມທັງແກ້ເສື້ອຝຶກຂະບວນທ່າຕໍ່ສູ້ ທັງນີ້ກໍເພື່ອໃຫ້ສາມາດຮັບມືກັບການປະຕິບັດການໃນທຸກສະພາບອາກາດນັ້ນເອງ.
ຂໍຂອບໃຈ
ຂໍ້ມູນ : China Xinhua News