ເບິ່ງດວງລາຍວັນປະຈໍາວັນພຸດທີ 23 ພະຈິກ 2016 ຕາມແຕ່ລະວັນເກີດ

ວັນຈັນ
ການງານ: ເຮັດວຽກໄດ້ດີຕາມມາດຕະຖານທີ່ເຈົ້າຊະຕາຕັ້ງໃຈເອົາໄວ້ ແຕ່ກໍພົບອຸບປະສັກບາງຢ່າງທີ່ເຮັດໃຫ້ຮູ້ສຶກຢາກປ່ຽນແປງ
ການເງິນ: ມີໂຊກຈະໄດ້ເງິນເຂົ້າມາເລື້ອຍໆ ໃນຊ່ວງນີ້ ແມ້ວ່າຈະເປັນເງິນກ້ອນນ້ອຍໆ ແຕ່ກໍເຮັດໃຫ້ດີໃຈຂຶ້ນມາໄດ້ແດ່
ຄວາມຮັກ: ມີໂອກາດພົບຄູ່ ພົບຄົນທີ່ຖືກໃຈ ຫຼື ມີໃຜບາງຄົນພະຍາຍາມຈະເຂົ້າມາໃນຊີວິດຂອງເຈົ້າຊະຕາ
ວັນອັງຄານ
ການງານ: ຊ່ວງນີ້ຕ້ອງລະວັງໃນການລົງທຶນຄວນເບິ່ງຈັງວະທີ່ດີກວ່ານີ້ກ່ອນ
ການເງິນ: ຄວາມດຸໜັ່ນ ແລະ ພະຍາຍາມໃນການທີ່ຈະຫາແນວທາງໃໝ່ໆ ທີ່ຈະຫາເງິນເຂົ້າມາຍັງເຮັດໄດ້ດີ ແຕ່ກໍວາງແຜນໃນເລື່ອງຂອງການໃຊ້ຈ່າຍໃຫ້ເກີດຄວາມສົມດຸນແດ່
ຄວາມຮັກ: ຍັງໄຂວ່ຄວ້າຫາໂອກາດໃຫ້ຄົນເອງໃນເລື່ອງຄວາມໝັ່ນຄົງຫຼາຍກວ່າທີ່ຈະໃຫ້ຄວາມສຳຄັນດ້ານຄວາມຮັກ
ວັນພຸດ
ການງານ: ຄວາມດຸໝັ່ນຈະນຳພາໂອກາດ ແລະ ຄວາມສຳເລັດມາສູ່ເຈົ້າສະຕາ ໄດ້ສະເໝີ ແລະ ຍັງມີບໍລິວານໃຫ້ການຊ່ວຍເຫຼືອທາງດ້ານການງານເປັນຢ່າງດີ
ການເງິນ: ວາງແຜນໃນເລື່ອງຂອງລາຍຮັບ ແລະ ລາຍຈ່າຍຊ່ວນນີ້ລະມັດລະວັງການໃຊ້ເງິນໃຫ້ຫຼາຍເປັນພິເສດ
ຄວາມຮັກ: ເຈົ້າສະຕາໂຊກດີ ເພາະມີໃຜບາງຄົນສະແດງຄວາມຈິງໃຈກັບເຈົ້າຊະຕາໃນຊວງນີ້ ແມ້ນຈະມີໂອກາດສົມຫວັງແຕ່ກໍຍັງບໍ່ພ້ອມທີ່ຈະມີໃຜ
ວັນພະຫັດ
ການງານ: ເຮັດຕາມໜ້າທີ່ ຫຼື ເຮັດຕາມຄວາມຮັບຜິດຊອບໃຫ້ດີທີ່ສຸດ ຜົນງານກໍຈະອອກມາດີ
ການເງິນ: ຊ່ວງນີ້ສາມາດວາງແຜນການໃຊ້ຈ່າຍ ແລະ ການໃຊ້ເງິນໄດ້ເປັນຢ່າງດີ ແລະ ມີຄວາມຮອບຄອບ
ຄວາມັກ: ຈະໄດ້ພົບຄົນຜິວຂາວເກັ່ງ ໃຈຮ້ອນ ມີສະເໜ ແລະ ມີຄວາມໝັ້ນຄົງ ມີການງານດີ
ວັນສຸກ
ການງານ: ຈະເຮັດອັນໃດຊ່ວງນີ້ມີແຕ່ຄວາມສຳເລັດ ໃນເລື່ອງຂອງການງານນຳພາໂອກາດ ແລະ ຄວາມກ້າວໜ້າສູ່ຕົນເອງສະເໝີ
ການເງິນ: ມີໂຊກດີຈະໄດ້ເງິນເຂົ້າມາ ແຕ່ຈະມີເລື່ອງທີ່ເຮັດໃຫ້ເກີດຄວາມກັງວົນໃຈກ່ອນ ແລ້ວຈຶ່ງຕະໄດ້ໄດ້ເຂົ້າມາໃນພາຍຫຼັງ
ຄວາມຮັກ: ມີໂອກາດພົບຄູ່ ພົບຄົນທີ່ຖືກໃຈ ຊ່ວງນີ້ ເຊິ່ງການງານຈະເຮັດໃຫ້ໄດ້ພົບເຈິກັນ ແລະ ມີໂອກາດສົມຫວັງສູງ
ວັນເສົາ
ການງານ: ຊ່ວງນີ້ເໝາະກັບງານບໍລິການ ງານດ້ານເບື່ອງຫຼັງ ເຊິ່ງຈະກໍ່ໃຫ້ເກີດຄວາມສຳເລັດ ແລະ ໂຊກດີ ເພາະເຈົ້າຊະຕາມີຄວາມດຸໝັ່ນ ແລະ ມີເທັກນິກການເຮັດວຽກທີ່ດີ
ການເງິນ: ວາງແຜນໃນເລື່ອງຂອງການໃຊ້ຈ່າຍ ແລະ ການໃຊ້ເງິນຢ່າງລະມັດລະວັງ ເຊິ່ງສາມາດເຮັດໄດ້ດີຫາກຕັ້ງໃຈຢ່າງຈິງຈັງ ເພາະເປັນປະໂຫຍດກັບໂຕເອງເປັນຢ່າງຍິ່ງ
ຄວາມຮັກ: ມີໂອກາດພົບໃຜບາງຄົນທີ່ຈະມີເຂົ້າມາເຂົາເປັນຄົນອາຍຸນ້ອຍກວ່າ ສະຫຼາດ ມີໂຊກທາງດ້ານຄວາມຮັກ ເພາະບຸນເກົ່ານຳພາໃຫ້ໄດ້ພົບເຈີກັນນັ້ນເອງ
ວັນອາທິດ
ການງານ: ທຸລະກິດການງານມີຄວາມກ້າວໜ້າ ແລະ ມີຄວາມສຳເລັດຢ່າງທີ່ຄາດຫວັງ
ການເງິນ: ມີໂຊກຈະໄດ້ເງິນເຂົ້າມາເປັນມື້ທີ່ໂຊກດີຫຼາຍ ມື້ໜຶ່ງຂອງເຈົ້າຊະຕາ
ຄວາມຮັກ: ມີທັງສຸກ ແລະ ທຸກ ມີຄວາມກັງວົນປະປົນກັນໄປກັບຄວາມສຸກກ່ຽວກັບຄວາມຮູ້ສຶກດ້ານຄວາມຮັກທີ່ຍັງບໍ່ຄ່ອຍລົງໂຕ
ຂໍຂອບໃຈ
ຂໍ້ມູນ : Sanook