ປີ 2018 ສຶກສາທິການ ແລະ ກີລາ ສຸມໃສ່ສົ່ງເສີມໃຫ້ມວນຊົນອອກກຳລັງກາຍ ເພີ່ມຂຶ້ນ 22% ຂອງພົນລະເມືອງ

ທ່ານຜູ້ຊ່ວຍລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ສະເໜີວ່າ ຂະແໜງການຍ່ອຍກີລາ-ກາຍະກຳ ແຜນວຽກຈຸດສຸມພັດທະນາກີລາລາວ 2018 ແມ່ນຈະສືບຕໍ່ກະກຽມວຽກເຕັກນິກຈັດການແຂ່ງຂັນກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໃນປີ 2018, ກຽມຄວາມພ້ອມສົ່ງນັກກີລາເຂົ້າຮ່ວມງານເອຊຽນ ເກມ ຄັ້ງທີ 18 ທີ່ປະເທດອິນໂດເນເຊຍ ເປັນເຈົ້າພາບ ແລະ ສືບຕໍ່ກະກຽມກ່ຽວກັບສະໜາມກີລາພິທີເປີດ-ປິດ ງານມະຫາກຳກີລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ທີ່ແຂວງສາລະວັນ ເປັນເຈົ້າພາບ ໃນປີ 2020. ຄຽງຄູ່ກັນນັ້ນ, ກໍ່ຈະສົ່ງເສີມການອອກກຳລັງກາຍຂອງມວນຊົນ ໃຫ້ເພີ່ມຂຶ້ນ ໃຫ້ໄດ້ 22 ເປີເຊັນຂອງພົນລະເມືອງລາວ.
ປະກອບມີ 3 ກົມວິຊາການ ຂອງກະຊວງສຶກສາທິການ ແລະ ກີລາ ຄື ກົມກີລາມວນຊົນ, ກົມພະລະ ແລະ ສິລະປະ, ກົມກີລາລະດັບສູງ ແລະ 1 ຄະນະກຳມະການໂອແລມປິກແຫ່ງຊາດລາວ ຈະພ້ອມກັນວາງແຜນວຽກຈຸດສຸມພັດທະນາກີລາລາວ 2018 ໃຫ້ດີຂຶ້ນ.
ທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ທັງເປັນຮອງປະທານ ແລະ ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ ລາຍງານຕໍ່ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກີລາ ທົ່ວປະເທດ ປະຈຳປີ 2017 ແລະ ກອງປະຊຸມຄົບຄະນະ ຄັ້ງທີ VI ຂອງຄະນະກຳມາທິການແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນມະນຸດ ເມື່ອວັນທີ 27 ທັນວາ ຜ່ານມາ ທີ່ຫ້ອງປະຊຸມຄະນະເສດຖະສາດບໍລິຫານ ແລະ ທຸລະກິດ ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ ວ່າ: ສຳລັບແຜນວຽກຈຸດສຸມຂອງຂະແໜງການຍ່ອຍກີລາ-ກາຍະກຳ 2018 ແມ່ນຈະເອົາໃຈໃສ່ວຽກນິຕິກຳລຸ່ມກົດໝາຍທີ່ມີໃນແຜນວຽກ 2017 ໃຫ້ໄດ້ສືບຕໍ່ ແລະ ສຳເລັດໃນປີ 2018; ສືບຕໍ່ກະກຽມກ່ຽວກັບສະໜາມກີລາພິທີເປີດ-ປິດ ງານມະຫາກຳກີລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ທີ່ແຂວງສາລະວັນ ເປັນເຈົ້າພາບ ໃນປີ 2020; ກະກຽມການເຂົ້າຮ່ວມງານກີລານັກຮຽນອາຊຽນ ຄັ້ງທີ 10 ປີ 2018 ທີ່ປະເທດມາເລເຊຍ ເປັນເຈົ້າພາບ; ລົງທ້ອງຖິ່ນເພື່ອສືບຕໍ່ສ້າງຄວາມເຂັ້ມແຂງການສິດສອນພັດທະນາວຽກງານພະລະ ໂດຍຕິດພັນກັບຫຼາຍດ້ານ; ສືບຕໍ່ສົ່ງເສີມການອອກກຳລັງກາຍມວນຊົນການເຄື່ອນໄຫວກີລາມວນຊົນ ໃຫ້ກວ້າງຂວາງຂະຫຍາຍຕົວຂຶ້ນ ໃຫ້ໄດ້ 22 ເປີເຊັນ ຂອງພົນລະເມືອງ; ສົ່ງເສີມພາກເອກະຊົນໃຫ້ຂະຫຍາຍຕາໜ່າງ ສະໂມສອນກີລາມວນຊົນ ເພື່ອສຸຂະພາບໃຫ້ກວ້າງຂຶ້ນ ທັງໃນລະດັບບ້ານ, ຊຸມຊົນ, ເມືອງ ໄປເຖິງໂຮງຈັກໂຮງງານໃຫ້ມີການອອກກຳລັງກາຍເພີ່ມຂຶ້ນ; ຈັດຕັ້ງການເຝິກອົບຮົມຍົກລະດັບນັກວິຊາການ, ຄູເຝິກສອນ, ກຳມະການຕັດສິນກີລາມວນຊົນ ໃຫ້ຫຼາຍຂຶ້ນໃນປີ 2018 ເພື່ອຕອບສະໜອງ ແລະ ຮັບໃຊ້ໃຫ້ທົ່ວເຖິງ.
ພ້ອມນັ້ນ, ກໍ່ຈະກະກຽມການຈັດຕັ້ງແຂ່ງຂັນກີລາຄົນພິການ ຄັ້ງທີ 3 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ປີ 2018, ກະກຽມເຂົ້າຮ່ວມກີລາຄົນພິການອາຊຽນພາຣາເກມ (ASIAN PARA GAME) ຄັ້ງທີ XII ໃນປີ 2018 ທີ່ປະເທດອິນໂດເນເຊຍ ເປັນເຈົ້າພາບ; ສືບຕໍ່ການພັດທະນາວິຊາການກີລາຕາມໂຄງການ TICA 2018; ກະກຽມວຽກເຕັກນິກຈັດການແຂ່ງຂັນກີລາແຫ່ງຊາດ ແຂວງຊຽງຂວາງ ປີ 2018; ພ້ອມກັນກະກຽມເຂົ້າຮ່ວມ ອາຊຽນ ເກມ ຄັ້ງທີ 18 ທີ່ອິນໂດເນເຊຍ, ສືບຕໍ່ແລກປ່ຽນບົດຮຽນການຄຸ້ມຄອງບໍລິຫານໂອແລມປິກກັບບັນດາໂອແລມປິກ ປະເທດເພື່ອນມິດ; ຈັດກອງປະຊຸມການບໍລິຫານກີລາໃຫ້ແກ່ທ້ອງຖິ່ນຕາມທີ່ມີໃນແຜນ 2018; ສືບຕໍ່ຍາດແຍ່ງທຶນຈາກກອງທຶນໂອແລມປິກສາກົນ ຕາມແຜນປີ 2018; ຈັດຕັ້ງການອົບຮົມຄູເຝິກກີລາລະດັບຕ່າງໆຮ່ວມກັບສະຫະພັນກີລາແຫ່ງຊາດ ຕາມກອງທຶນ OLYMPIC SOLIDARITY ແລະ ທຶນຂອງສະຫະພັນກີລາເອເຊຍ ແລະ ສາກົນ ທີ່ມອບໃຫ້ໃນປີ 2018; ປັບປຸງ ແລະ ພັດທະນາການແຂ່ງຂັນປະຈຳປີຂອງກີລາປະເພດຕ່າງໆ ໃຫ້ໄດ້ມາດຕະຖານດີຂຶ້ນກວ່າເກົ່າ ທັງລະດັບສູນກາງ ແລະ ທ້ອງຖິ່ນ ເພື່ອເປັນບ່ອນອີງໄປໃຫ້ແຂວງກະກຽມໄປຮ່ວມງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ 2018, ປັບປຸງກົງຈັກສະຫະພັນກີລາແຫ່ງຊາດ ທີ່ເຫັນວ່າຍັງບໍ່ທັນເຂັ້ມແຂງໃຫ້ສຳເລັດ ໃນປີ 2018; ສືບຕໍ່ຍາດແຍ່ງການຮ່ວມມືຊ່ວຍເຫຼືອຈາກການຈັດຕັ້ງກີລາສາກົນ ເຊັ່ນ : IOC, OCA, FIFA, ບັນດາສະຫະພັນກີລາສາກົນ ແລະ ການຈັດຕັ້ງອື່ນໆ.
ນອກຈາກນັ້ນ, ທ່ານຍັງສະເໜີຂໍນະໂຍບາຍຄູພະລະໃຫ້ເມືອງ ແລະ ແຂວງ ທີ່ຈຳເປັນຂາດເຂີນ, ຂໍນະໂຍບາຍ ສະເພາະໃຫ້ນັກກີລາທີມຊາດ ໃຫ້ເຂົ້າຮຽນຕໍ່ຕາມທ່າແຮງ, ຂໍນະໂຍບາຍເປັນພະນັກງານ ສຳລັບນັກກີລາທີມຊາດ ທີ່ຈົບການສຶກສາ ບໍ່ວ່າຈະເປັນທາງພາກລັດ ແລະ ເອກກະຊົນ ແລະ ຂໍງົບປະມານສ່ວນໃດໜຶ່ງສະເພາະໃຫ້ແກ່ສະຫະພັນກີລາປະເພດຕ່າງໆ ທັງການອົບຮົມຄູເຝິກ ແລະ ວຽກບໍລິຫານເປັນແຕ່ລະປີ ນຳອີກ.
ຂໍຂອບໃຈ
ຂໍ້ມູນ : ໜັງສືພິມ ສຶກສາ-ກີລາ