"ແມ່ເຖົ້ານັກບາສ" ດາວຮຸ່ງມາແຮງ ໄວ 82 ແຫ່ງເຫີເຝີຍ

ຊົມພາບທີ່ຖືກບັນທຶກໄວ້ເມື່ອບໍ່ດົນມານີ້ ຂອງ ເຢ່ ຈິງເສີຍ ໄວ 82 ປີ ນັກບານບ້ວງດາວຮຸ່ງໃນຊຸມຊົນຂອງເມືອງເຫີເຝີຍ ເມືອງເອກຂອງແຂວງອັນຮຸຍ ທາງຕາເວັນອອກສ່ຽງໃຕ້ຂອງປະເທດຈີນ.
ນາງເລົ່າໃຫ້ຟັງວ່າ ນາງຫຼົງໃຫຼໃນການຫຼິ້ນບານບ້ວງມາຕັ້ງແຕ່ເດັກນ້ອຍ. ອາຊີບຫຼັກຂອງນາງຄື ເປັນພະນັກງານໃນໂຮງງານ ຈາກນັ້ນນາງກໍໄດ້ເຂົ້າຮ່ວມເປັນສະມາຊິກໃນທີມບານບ້ວງຂອງໂຮງງານ ແລະ ເອົາຊະນະໃນການແຂ່ງຂັນ Global Chinese Basketball Invitational ໃນປີ 2013 ຈົນເປັນທີ່ຮູ້ຈັກໄປທົ່ວໂລກອອນລາຍຂອງຈີນ.
ຂໍຂອບໃຈ
ຂໍ້ມູນ : China Xinhua News