ເຈົ້າຂອງ "ໂດຣນ" ຕ້ອງອ່ານ ກະຊວງ ປທສ ອອກຂໍ້ຕົກລົງວ່າດ້ວຍການນຳໃຊ້ເຄື່ອງບິນທີ່ບໍ່ມີຄົນຂັບ

ການນຳໃຊ້ ໂດຣນ ຫຼື ເຄື່ອງບິນທີ່ບໍ່ມີຄົນຂັບໃນ ສປປ ລາວ ເພື່ອຖ່າຍຮູບມຸມສູງກຳລັງເປັນທີ່ນິຍົມໃນປະເທດເຮົາຢ່າງແຜ່ຫຼາຍ ເຫັນໄດ້ຈາກມີການນຳໃຊ້ເພື່ອຖ່າຍແບບຫຼິ້ນໆ ຫຼື ເພື່ອປະກອບໃນການເຮັດທຸລະກິດກັນຢ່າງແຜ່ຫຼາຍໃນທົ່ວປະເທດ ເຊິ່ງທີ່ຜ່ານມາຍັງບໍ່ທັນມີກົດລະບຽບຄຸ້ມຄອງຢ່າງຄັກແນ່ເຮັດໃຫ້ມີການນຳໃຊ້ ໂດຣນ ບິນຖ່າຍຮູບຢ່າງບໍ່ມີລະບຽບ ເຊິ່ງເມື່ອບໍ່ດົນມານີ້ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ອອກຂໍ້ຕົກລົງ ເພື່ອກຳນົດລະບຽບການຄຸ້ມຄອງການນຳໃຊ້ໂດຣນອອກມາ.
ຂໍ້ຕົກລົງດັ່ງກ່າວ ອອກມາເມື່ອວັນທີ 14 ພະຈິກ ທີ່ຜ່ານມານີ້ເອງ ໂດຍໃນນັ້ນໄດ້ກຳນົດຂໍ້ບັງຄັບກ່ຽວກັບການນຳໃຊ້ໂດຣນ ເຊິ່ງບາງຈຸດທີ່ໜ້າສົນໃຈປະກອບມີ:
- ເຄື່ອງບິນທີ່ບໍ່ມີຄົນຂັບນໍ້າໜັກເກີນ 200 ກຣາມຂຶ້ນໄປ ຕ້ອງໄດ້ຂໍອະນຸຍາດນຳເຂົ້າຈາກກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.
- ຜູ້ທີ່ຕ້ອງການນຳໃຊ້ເຄື່ອງບິນທີ່ບໍ່ມີຄົນຂັບນໍ້າໜັກ 200 ກຣາມຂຶ້ນໄປຕ້ອງຂໍອະນຸຍາດຈາກກະຊວງໂຍທາທິການ ແລະ ຂົນສົ່ງ ຫຼື ພາກສ່ວນອື່ນທີ່ກ່ຽວຂ້ອງ.
- ເຄື່ອງບິນບໍ່ມີຄົນຂັບທີ່ນໍ້າໜັກເກີນ 200 ກຣາມຕ້ອງນຳໃຊ້ຄື້ນຄວາມຖີ່ ແລະ ກຳລັັງສົ່ງດັ່ງນີ້: 2400-2500 Mhz ກຳລັງແຮງ 100 mW และ 5725-5875 MHz ກຳລັງແຮງ 100mW.
ສຳລັບຜູ້ທີ່ນຳເຂົ້າ ຫຼີ ນຳໃຊ້ເຄື່ອງບິນທີ່ບໍ່ມີຄົນຂັບໂດຍລະເມີດຂໍ້ກຳນົດສະບັບດັ່ງກ່າວນີ້ຈະຖືກມາດຕະການຕ່າງໆທາງກົດໝາຍ ໃນນັ້ນ ຖ້ານຳເຂົ້າ, ຕິດຕັ້ງ, ຜະລິດ ຫຼື ຈຳໜ່າຍເຄື່ອງບິນທີ່ບໍ່ມີຄົນັຊບທີ່ນໍ້າໜັກເກີນ 200 ກຣາມຈະຖືກປັບໃໝ 1 ລ້ານກີບຕໍ່ 1 ເຄື່ອງ, ໃຊ້ຄວາມຖີ່ ແລະ ກຳລັງແຮງເກີນກວ່າທີ່ກຳນົດ ຖືກປັບໃໝ 50 ພັນກີບຄູນໃຫ້ຄວາມກວ້າງຂອງຄື້ນຄວາມຖີ່ທີ່ນຳໃຊ້, ກະຈາຍຄື້ນເກີນມາດຕະຖານຄວາມປອດໄພ ຈະຖືກປັບໃໝ 50 ພັນກີບຄູນໃຫ້ຄວາມກວ້າງຂອງຄື້ນ ເປັນຕົ້ນ.
ລາຍລະອຽດທັງໝົດຂອງຂໍ້ຕົກລົງສະບັບນີ້ ສາມາດອ່ານໄດ້ທີ່ນີ້.
ຂໍຂອບໃຈ
ຂໍ້ມູນ : laogazette