ດວງລາຍວັນປະຈໍາວັນຈັນ ທີ 18 ທັນວາ 2017 ຕາມແຕ່ລະວັນເກີດ

ວັນອາທິດ
ການງານ ເຮັດວຽກທີ່ຖະໜັດ ຫລືມີໃຈຮັກຈະເຮັດໃຫ້ປະສົບຄວາມສຳເລັດທີ່ດີ ອາດຈະເມື່ອຍ ແຕ່ກໍຈະຄຸ້ມຄ່າກັບຄວາມພະຍາຍາມ
ການເງິນ ຈະໄດ້ເງິນ ໄດ້ໂຊກເຂົ້າມາໃນມື້ນີ້ ຫລືຜູ້ໃຫຍ່ຈະໃຫ້ໂຊກດ້ານການເງິນໃນມື້ນີ້
ຄວາມຮັກ ລະວັງຄວາມຂັດແຍ້ງກັບຄົນຮັກໃນມື້ນີ້ຖ້າເປັນໄປໄດ້ຄວນຫຼີກລ້ຽງການພົບກັນອອກໄປກ່ອນ
ເຄື່ອງມຸງຄຸນ ເພັດ
ສີມຸງຄຸນ ສີຂຽວ
ເລກນຳໂຊກ 8
ວັນຈັນ
ການງານ ງານທີ່ກ່ຽວຂ້ອງກັບສິນລະປະຄວາມສວຍງາມ ງານທີ່ກ່ຽວກັບອາຫານ ຫລືວົງການບັນເທີງ ຊ່ວງນີ້ມີຄວາມກ້າວໜ້າດີ
ການເງິນ ໝຸນຫາໃຊ້ເງິນໄດ້ດີຢູ່ ມີທັງຮັບທັງຈ່າຍສະລັບປັບປ່ຽນກັນໄປ ສາມາດບໍລິຫານຈັດການເງິນໄດ້ດີພໍສົມຄວນ
ຄວາມຮັກ ຖ້າຈະພົບໃຜໃນຊ່ວງນີ້ທີ່ຈະມີເຂົ້າມາ ທ່ານເປັນຄົນສະຫລາດ ຊ່າງເວົ້າ ອາຍຸນ້ອຍກວ່າ ຢູ່ໃນເກນຈະມີຄູ່
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີແດງ
ເລກນຳໂຊກ 2
ວັນອັງຄານ
ການງານ ຖ້າມີການປັບປ່ຽນ ປ່ຽນແປງທາງດ້ານການງານ ຫລືຍ້າຍບ່ອນເຮັດວຽກ ຈະກໍ່ໃຫ້ເກີດຄວາມໂຊກດີ
ການເງິນ ມີໂຊກຈະໄດ້ເງິນ ເປັນມື້ໂຊກດີຫລາຍໆ ມື້ໜຶ່ງຂອງທ່ານເລີຍ ຜູ້ໃຫຍ່ໃຫ້ຄວາມຊ່ວຍເຫລືອ ຫລືໄດ້ໂຊກຈາກພວກທ່ານນັ້ນເອງ
ຄວາມຮັກ ທ່ານເປັນຜູ້ທີ່ມີສະເນ່ ຈຶ່ງມີຄົນເຂົ້າມາໃຫ້ຄວາມສົນໃຈສະເໝີ ຂຶ້ນຢູ່ກັບທ່ານວ່າຈະເລືອກໃຜ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີຟ້າອອ່ນ
ເລກນຳໂຊກ 0
ວັນພຸດ
ການງານ ຈະເຮັດສິ່ງໃດກໍຈະມີຄວາມສຳເລັດທີ່ດີ ພົບອຸປະສັກແດ່ເປັນທຳມະດາ ແຕ່ກໍຈະແກ້ໄຂໃຫ້ຜ່ານພົ້ນໄປໄດ້ຢ່າງເປັນໂຊກ
ການເງິນ ລະວັງການໃຊ້ຈ່າຍ ແລະການໃຊ້ເງິນ ຊ່ວງນີ້ຄວນໃຊ້ຄວາມປະຫຢັດໄວ້ແດ່ ເພາະມີເລື່ອງທີ່ຈຳເປັນຕ້ອງຈ່າຍກຳລັງຈະເຂົ້າມາ
ຄວາມຮັກ ສະຖານນະການດ້ານຄວາມຮັກເປັນການຄົບຫາກັນແບບສ່ວນຕົວ ຍັງຄົງເບິ່ງໃຈກັນຢູ່ນັ້ນເອງ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີບົວອ່ອນ
ເລກນຳໂຊກ 2
ວັນພະຫັດ
ການງານ ຈະເຮັດສິ່ງໃດກໍຈະມີຄວາມສຳເລັດ ແຕ່ກໍຕ້ອງພົບອຸປະສັກກ່ອນເປັນທຳມະດາ ເມື່ອແກ້ໄຂໃຫ້ຜ່ານພົ້ນໄປໄດ້ ກໍຈະໄດ້ມາຊຶ່ງຄວາມສຳເລັດ
ການເງິນ ຊ່ວງນີ້ບໍ່ຄວນຕາມໃຈຕົນເອງ ສິ່ງໃດທີ່ມີຢູ່ແລ້ວ ຫລືບໍ່ຈຳເປັນກໍບໍ່ຄວນຊື້ຫາເຂົ້າມາ
ຄວາມຮັກ ຖ້າຈະໄດ້ພົບໃຜໃນຊ່ວງນີ້ ທ່ານມີຄວາມເປັນຜູ້ນຳ ໝັ່ນໃຈໃນຕົວເອງ ແຕ່ຈະໃຈຮ້ອນໄປໜ້ອຍໜື່ງ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີຂາວ
ເລກນຳໂຊກ 1
ວັນສຸກ
ການງານ ມີການເດິນທາງເພື່ອຕິດຕໍ່ການງານຕະຫຼອດຂຶ້ນໃນຊ່ວງນີ້ ອຸປະສັກໃນຊ່ວງນີ້ມີຄວາມເມື່ອຍທີ່ມີຫລາຍເປັນພິເສດ
ການເງິນ ມີຄວາມກັງວົນໃຈໃນການໃຊ້ຈ່າຍ ແລະການໃຊ້ເງິນໃນຊ່ວງນີ້ ແຕ່ກໍຍັງບໍລິຫານຈັດການໃຫ້ສະຖານນະການເຫຼົ່ານີ້ຜ່ານພົ້ນໄປໄດ້ຢ່າງເປັນໂຊກ
ຄວາມຮັກ ຍັງບໍ່ມີເວລາໃຫ້ເລື່ອງຄວາມຮັກເທົ່າໃດໃນຊ່ວງນີ້ ຊຶ່ງກໍຍັງບໍ່ແນ່ໃຈວ່າມັກອີກຝ່າຍຫລືບໍ່ ຫລືກຳລັງພິຈາລະນາຢູ່
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 6
ວັນເສົາ
ການງານ ເທັກນິກ ແລະຄວາມສາມາດຈະນຳພາຄວາມສຳເລັດມາສູ່ຕົນເອງສະເໝີ ແລະມີຄົນໃຫ້ການຊ່ວຍເຫລືອດ້ານການງານທ່ານຢູ່ສະເໝີ
ການເງິນ ຫັກຫ້າມໃຈໃນເລື່ອງຂອງການໃຊ້ຈ່າຍ ແລະໃຊ້ຄວາມປະຫຢັດຮ່ວມແດ່ ຈະເຮັດໃຫ້ມີເງິນເກັບ
ຄວາມຮັກ ຢູ່ໃນເກນຊົງຕົວດ້ານຄວາມຮັກ ຊຶ່ງດຳເນີນໄປໄດ້ຕະຫຼອດ ແຕ່ກໍມີຄວາມຫມັ້ນຄົງດີພໍສົມຄວນ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 4