ທາງລົດໄຟລາວ-ຈີນ ເຂດຫລວງນໍ້າທາ ເຈາະອຸໂມງ ສໍາເລັດແລ້ວ 2 ພັນກວ່າແມັດ

ເສັ້ນທາງລົດໄຟ ລາວ-ຈີນ ເຂດຫລວງນໍ້າທາ ມາຮອດປັດຈຸບັນ ມີຄວາມຄືບໜ້າໃນຫລາຍໜ້າວຽກເປັນຕົ້ນ ການຂຸດເຈາະອຸໂມງສໍາເລັດແລ້ວ 2.685 ກວ່າແມັດ ເທົ່າກັບ 24,76% ຂອງລວງຍາວທັງໝົດ 10.845 ແມັດ. ສະເພາະເຂດແລວທາງລົດໄຟທີ່ຜ່ານແຂວງນໍ້າທາ ມີທັງໝົດ 16 ກວ່າກິໂລແມັດ. ໃນນີ້ປະກອບມີ 2 ສະຖານີ ຄື ສະຖານີບໍ່ເຕ່ນເປັນສະຖານີນ້ອຍ ສໍາລັບກວດຄົນເຂົ້າ-ອອກເມືອງ ແລະ ສະຖານີນາເຕີຍ ເປັນສະຖານີໃຫຍ່ສໍາລັບຄ່ຽນຖ່າຍສິນຄ້າ ແລະ ກໍ່ສ້າງຂົວຈໍານວນ 7 ແຫ່ງ.
ທ່ານ ສຸວັນເພັງ ວົງໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫລວງນໍ້າທາ (ຍທຂ) ເປີດເຜີຍໃຫ້ຮູ້ໃນວັນທີ 12 ທັນວາ 2017 ນີ້ ວ່າ: ປັດຈຸບັນບັນດາບໍລິສັດຜູ້ຮັບເໝົາ ຄື ບໍລິສັດກໍ່ສ້າງທາງລົດໄຟເລກ 5 ແລະ ບໍລິສັດ ກໍ່ສ້າງທາງລົດໄຟເລກ 2 ໄດ້ເລັ່ງໃສ່ການຂຸດເຈາະອຸໂມງ, ເຊິ່ງມີຄວາມຍາວທັງໝົດ 10.845 ແມັດ ປະກອບມີອຸໂມງ 3 ແຫ່ງ ຄື ອຸໂມງມິດຕະພາບລາວ-ຈີນ ມີຄວາມຍາວ 2.425 ແມັດ ສາມາດຂຸດເຈາະໄດ້ 755 ກວ່າແມັດ; ອຸໂມງບໍ່ເຕ່ນ ມີຄວາມຍາວ 6.461 ແມັດ ປາກອຸໂມງເບື້ອງທາງເຂົ້າ ກິໂລແມັດ ກມ)5+856 ເຈາະໄດ້ 800 ກວ່າແມັດ, ເບື້ອງທາງອອກ ກມ 12+328 ເຈາະໄດ້ 700 ກວ່າແມັດ; ອຸໂມງຕີນຕົກມີຄວາມຍາວ 1.173 ແມັດ ເບື້ອງທາງອອກຢູ່ ກມ 13+843 ເຈາະໄດ້ 379 ແມັດ ສະເພາະເບື້ອງທາງເຂົ້າ ຍັງບໍ່ທັນໄດ້ລົງມືກໍ່ສ້າງ; ຂະນະດຽວກັນກໍ່ໄດ້ກໍ່ສ້າງຮາກຖານ ຂົວໃຫຍ່ ບ້ານນາເຕີຍ ຍາວໄປຮອດບ້ານ ນາໂຮມ, ເມືອງ ນາໝໍ້ ແຂວງອຸດົມໄຊ ຢູ່ ກມ 16+800 ແລະ ກໍ່ສ້າງຂົວນ້ອຍ ບ້ານ ຕີນຕົກ ຢູ່ ກມ 14+200 ປັດຈຸບັນ ກໍາລັງກໍ່ສ້າງເສົາເຂັມ.
ທ່ານ ສຸວັນເພັງ ວົງໄຊ ໃຫ້ຮູ້ຕື່ມວ່າ: ສະເພາະບ້ານປະຊາຊົນ ທີ່ຈະໄດ້ຮັບຜົນກະທົບຕໍ່ແລວທາງລົດໄຟແມ່ນມີໜ້ອຍຖ້າທຽບໃສ່ກັບບັນດາແຂວງອື່ນ ເພາະສ່ວນໃຫຍ່ຈະເປັນເຂດອຸໂມງກວມເອົາ 10.845 ແມັດ. ໃນນັ້ນມີ 3 ບ້ານ ທີ່ໄດ້ຮັບຜົນກະທົບ ຄື ບ້ານບໍ່ເຕັນ, ຕິນຊານ ແລະ ບ້ານນາເຕີຍ. ສໍາລັບການຈັດຕັ້ງປະຕິບັດການໄກ່ເກ່ຍ ແລະ ເວນຄືນທີ່ດິນມາຮອດປັດຈຸບັນ ຄະນະຊີ້ນໍາຂັ້ນແຂວງ ກໍໄດ້ເອົາໃຈໃສ່ລົງຊຸກຍູ້ຕິດຕາມຢ່າງໃກ້ສິດ ໃນການເຮັດບົດບັນທຶກຮ່ວມກັບປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ. ປະຊາຊົນສ່ວນໃຫຍ່ກໍເຂົ້າໃຈ ເຖິງແນວທາງນະໂຍບາຍຂອງພັກ-ລັດ ໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ແລະ ເຫັນດີໃນການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ.
ຂ່າວ: ຂັນໄຊ