ສື່ໄທຍ້ອງ ລູກນ້ຳ ມີສລາວ ດັງທຽບເທົ່າ ອໍ້າ ພັດຊະລາພາ ຊຸບເປີສະຕາເມືອງໄທ

ກຳລັງດັງແບບສຸດໆກັບໜັງຮັກຄອມເມດີ້ ຫົງຫາມເຕົ່າ (ຂ້ອຍຕົວະເຈົ້າ ເຮົາຮັກກັນ) ທີ່ກວາດລາຍໄດ້ຖະຫລົ່ມຖະລາຍໃນລາວຫລາຍກວ່າ 1,2 ຕື້ກີບ ແຖມຍັງໄດ້ຮັບລາງວັນພິເສດຂວັນໃຈກໍາມະການ (Special Jury Award) ທີ່ປະເທດມາເລເຊຍໃນອາທິດທີ່ຜ່ານມາອີກດ້ວຍ ແລະນອກຈາກຮູບເງົາຂອງເພິ່ນຈະໂດ່ງດັງແລ້ວນາງເອກຂອງເລື່ອງຢ່າງ ລູກນ້ຳ ທິດາລັດ ວົງສິລິ ກໍຍັງໄດ້ຮັບຄວາມນິຍົມຈາກຕ່າງປະເທດເປັນຢ່າງຫລວງຫລາຍໂດຍສະເພາະແມ່ນປະເທດໄທ ທີ່ໄດ້ຍ້ອງສາວລູກນໍ້າແບບອອກສື່ ປຽບທຽບຄວາມຮັອດໄດ້ທຽບເທົ່າກັບ ອໍ້າ ພັດຊະລາພາ ດາລາດັງຂອງໄທກັນເລີຍ.
ນາງສາວລາວປີ 2011 ລູກນ້ຳ ທິດາລັດ ວົງສິລິ ເສັ້ນທາງຊີວິດຂອງນາງງາມຄົນນີ້ບໍ່ທຳມະດາ ເພາະກວ່າຈະມາເສີດສາຍເປັນຊຸບ’ຕາຣ໌ລາວໄດ້ນັ້ນບໍ່ແມ່ນງ່າຍ ໃນຊ່ວງທີ່ນາງອາຍຸ 14 ປີ ນາງຕ້ອງຖິ້ມຄວາມຝັນທີ່ຈະຮຽນຕໍ່ຕ່າງປະເທດ ເພາະຄອບຄົວສູນເສຍພໍ່ ເຊິ່ງປຽບເປັນເສົາຫຼັກ ຈົນນາງອາຍຸຄົບ 18 ປີ ທຸກໆ ຢ່າງກໍຄ່ອຍໆ ເລີ່ມດີຂຶ້ນຫຼັງຈາກທີ່ນາງເຂົ້າປະກວດເວທີ ນາງສາວລາວ ປີ 2011 ແລະນັ້ນຄືຈຸດເລີ່ມຕົ້ນຂອງດາວດວງໃໝ່!!!
ປັດຈຸບັນ ລູກນ້ຳ ຖືວ່າເປັນດາລາ ແລະ ນາງແບບທີ່ມີອີເວັ້ນທີ່ຫລາຍທີ່ສຸດໃນປະເທດລາວ ລວມໄປເຖິງພີເຊັນເຕີອີກຫຼາຍໂຕ ເມື່ອທຽບເທົ່າຄວາມດັງຂອງນາງກໍຄືກັບ ອໍ້າ ພັດຊະລາພາ ໄຊເຊື້ອ ຊຸບ’ຕາຣ໌ເມືອງໄທ ແລະ ເຄີຍມີຜົນງານຝັ່ງເມືອງໄທ ຄືການຫລິ້ນເອັມວີໃຫ້ ຟີມ ລັດຖະພູມ ໂຕຄົງຊັບ ເຖິງຂັ້ນມີກະແສຂ່າວລືວ່າທັງສອງໄດ້ຄົບກັນຢູ່ຊ່ວງໜຶ່ງ
ເຊິ່ງຫລ້າສຸດນາງລາວຄົນນີ້ດວງມາແຮງແບບດຶງບໍ່ຢູ່ ກຳລັງຈະໂກອິນເຕີ ແຕ່ຄວາມພາກພູມໃຈທີ່ສຸດຂອງນາງ ຄືການທີ່ນາງໄດ້ເຮັດຫນ້າທີ່ເສົາຫຼັກຂອງຄອບຄົວຢ່າງດີທີ່ສຸດ ຫລ້າສຸດກຳລັງສ້າງບ້ານທີ່ມາຈາກເຫື່ອແຮງຂອງນາງໃຫ້ແມ່ກັບນ້ອງ ນີ້ຄືຊີວິດຂອງ ລູກນ້ຳ ນາງສາວລາວ ທີ່ກຳລັງໂດ່ງດັງແບບເອົາບໍ່ຢູ່ ທີ່ສຳຄັນນາງມີຄວາມກະຕັນຍູເປັນທີ່ຕັ້ງ ຄວາມຝັນ ຄວາມຫວັງ ແລະນາງກໍເຮັດໃຫ້ຮູ້ວ່າຄວາມສຳເລັດແມ່ນບໍ່ໄກເກີນເອື້ອມ!!!