ດວງລາຍວັນປະຈໍາວັນສຸກ ທີ 8 ທັນວາ 2017 ຕາມແຕ່ລະວັນເກີດ

ວັນອາທິດ
ການງານ ຈະເຮັດວຽກສິ່ງໃດໃນຊ່ວງນີ້ຕ້ອງລະວັງໃນເລື່ອງເອກະສານສັນຍາທີ່ຈະເກີດຄວາມລ່າຊ້າ ຕ້ອງກວດກາເບິ່ງເອກະສານສັນຍາໃຫ້ລະອຽດຮອບຄອບ ແລະຫັດກຸມ ຜູ້ທີ່ຖ້າຕຳແໜ່ງຢູ່ ມີໂອກາດໄດ້ຮັບຂ່າວດີກໍເປັນໄປໄດ້
ການເງິນ ມີໂຊກຈະເພີ່ມເຕີມຂຶ້ນເລື້ອຍໆ ຢ່າງເປັນໂຊກດີສຳລັບເຈົ້າຊະຕານັ້ນເອງ ແຕ່ກໍຄວນຮູ້ຈັກເກັບ ແລະຮູ້ຈັກໃຊ້ຈ່າຍ
ຄວາມຮັກ ໂດດເດັ່ນທີ່ເຈົ້າຊະຕາເປັນຄົນມີສະເໜ່ ຈຶ່ງມີຄົນຍາກເຂົ້າມາເຮັດຄວາມຮູ້ຈັກເພີ່ມຂຶ້ນ ຫລືຄົົນທີ່ເປັນໝູ່ ຫລືຄົນຮູ້ຈັກຕ້ອງການປ່ຽນສະຖານະເປັນຄົນຮັກກັບເຈົ້າຊະຕານັ້ນເອງ
ເຄື່ອງມຸງຄຸນ ທັບທິມ
ສີມຸງຄຸນ ສີເງິນ
ເລກນຳໂຊກ 1,3
ວັນຈັນ
ການງານ ເຮັດວຽກສິ່ງໃດໃນຊ່ວງນີ້ພົບແຕ່ຄວາມສຳເລັດ ຢ່າງທີ່ເຈົ້າຊະຕາຄາດຫວັງ ການງານຈະຄ່ອຍໆ ດີຂຶ້ນເລື້ອຍໆ ໃນໄລຍະນີ້
ການເງິນ ມີທັງຮັບທັງຈ່າຍສະລັບປັບປ່ຽນກັນໄປໃນຊ່ວງນີ້ ເປັນລັກສະນະຂອງການໝູນເງິນໃຫ້ຜ່ານພົ້ນໄປໄດ້ ການເດີນທາງໄກຈະນຳໂຊກດີມາສູ່ເຈົ້າຊະຕາ
ຄວາມຮັກ ມີໂອກາດພົບຮັກ ພົບຄົນຖືກໃຈ ແຕ່ກໍຍັງຕ້ອງຝັນຝ່າອຸປະສັກຮ່ວມກັນກ່ຽວກັບການແບ່ງເວລາ ແລະໃຫ້ໂອກາດເຊິ່ງກັນແລະກັນ
ເຄື່ອງມຸງຄຸນ ຄຳ
ສີມຸງຄຸນ ສີທອງ
ເລກນຳໂຊກ 1,2
ວັນອັງຄານ
ການງານ ຄວາມສະຫລາດຈະນຳພາຄວາມສຳເລັດມາສູ່ຕົນເອງ ຊ່ວງນີ້ຕ້ອງໃຊ້ຍານພາຫະນະໃນການຕິດຕໍ່ການວຽກງານຫລາຍກວ່າປົກກະຕິ
ການເງິນ ຊ່ວງນີ້ຕ້ອງໃຊ້ຄວາມປະຢັດ ຕ້ອງວາງແຜນໃນການໃຊ້ຈ່າຍເງິນໃຫ້ຮອບຄອບ ແລະຫັດກຸມ
ຄວາມຮັກ ມີໂອກາດພົບຄົົນທີ່ຖືກໃຈໃນຊ່ວງນີ້ ເຂົາມີລັກສະນະຄວາມເປັນຜູ້ນຳ ໝັ້ນໃຈໃນຕົນເອງ ແລະໃຈຮ້ອນ ໄດ້ພົບຄົນເກັ່ງ ແລະມີຄວາມສາມາດນັ້ນເອງ
ເຄື່ອງມຸງຄຸນ ພອຍສີຂຽວ
ສີມຸງຄຸນ ຂາວ
ເລກນຳໂຊກ 0,6
ວັນພຸດ
ການງານ ຄວາມລະອຽດຮອບຄອບໃນການໃຊ້ຄວາມຄິດພິຈາລະນາຮ່ວມກັບບໍລິວານ ຫລືຫຸ້ນສ່ວນຈະເຮັດໃຫ້ເຈົ້າຊະຕາຕັດສິນໃຈ ແລະວາງແຜນລະບົບການງານໃຫ້ເກີດຄວາມສຳເລັດໄດ້
ການເງິນ ຊ່ວງນີ້ພໍທີ່ຈະສາມາດໝຸນຫາໃຊ້ຈ່າຍ ໄດ້ດ້ວຍຄວາມດຸໝັ່ນ ແລະຄວາມສາມາດ ພ້ອມທັງມີດວງ ມີໂຊກດີທາງດ້ານການເງິນທີ່ຈະສາມາດຫາເຂົ້າມາໄດ້ເພີ່ມເຕີມ
ຄວາມຮັກ ຫາກຈະພົບເຈີໃຜທີ່ຈະມີເຂົ້າມາໃນຊ່ວງນີ້ ເຂົາຈະເປັນຄົນສະຫລຽວສະຫລາດ ຊ່າງເວົ້າ ອາຍຸຕ່າງກັນ ແຕ່ເຂົາຍັງບໍ່ຊັດເຈນເທົ່າໃດ ເຈົ້າຊະຕາຈຶ່ງຕ້ອງການເບິ່ງໆ ກັນໄປຫລາຍກວ່າ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີຄຣີມ
ເລກນຳໂຊກ 3,7
ວັນພະຫັດ
ການງານ ຄວາມກ້າວໜ້າຈະເກີດຂຶ້ນໃນຊ່ວງນີ້ເພາະຜູ້ໃຫຍ່ໃຫ້ໂອກາດ ສຳລັບຜູ້ທີ່ຂໍຕຳແໜ່ງຢູ່ ມີໂອກາດໄດ້ຮັບຂ່າວດີໄດ້ເລື່ອນຂັ້ນເລື່ອນຕຳແໜ່ງ
ການເງິນ ມີທັງຮັບທັງຈ່າຍສະລັບປັບປ່ຽນໄປໃນຊ່ວງນີ້ ລະວັງໃຜບາງຄົົນທີ່ເຂົ້າມາຢ່າງບໍ່ຫວັງດີເພື່ອມາຢືມເງິນຂອງເຈົ້າຊະຕາແລ້ວບໍ່ໄດ້ຄືນ ໃຫ້ກຳກັບເລື່ອງລາຍຈ່າຍຂອງຕົນເອງໃຫ້ດີ
ຄວາມຮັກ ມີໂອກາດພົບຮັກ ພົບຄົົນທີ່ຖືກໃຈທີ່ຈະເຂົ້າມາໃນຊ່ວງນີ້ ເຂົາເປັນຄົນໝັ້ນໃຈໃນຕົນເອງ ຮັກການປ່ຽນແປງ ຈິດໃຈດີ ແຕ່ຄວາມສຳພັນພັດທະນາໄປໄດ້ບໍ່ເຕັມທີ່ ຫລືມີອຸປະສັກລະຫວ່າງກັນ
ເຄື່ອງມຸງຄຸນ ເພັດ
ສີມຸງຄຸນ ຂາວ
ເລກນຳໂຊກ 5,8
ວັນສຸກ
ການງານ ເມື່ອຍເລື່ອງການງານ ແຕ່ກໍຈະໂຊກດີໄດ້ບໍລິວານຄອຍຖ້າຊ່ວຍເຫລືອເຮັດໃຫ້ການງານເກີດຄວາມສຳເລັດ ຫລືດີຂຶ້ນມາໄດ້
ການເງິນ ຊ່ວງນີ້ຍັງຄົງກັງວົນໃຈກ່ຽວກັບເລື່ອງລາຍຮັບ ລາຍຈ່າຍທີ່ບໍ່ມີຄວາມສົມດຸນກັນ ຈຶ່ງຕ້ອງພະຍາຍາມບໍລິຫານຈັດການຕາມລຳດັບການຈ່າຍກ່ອນຫຼັງໃຫ້ດີ
ຄວາມຮັກ ມີໂອກາດພົບຄູ່ ພົບໃຜບາງຄົນ ແຕ່ການສື່ສານນັ້ນຍັງສົ່ງຜົນຕໍ່ຄວາມສຳພັນທີ່ຍັງບໍ່ຄ່ອຍເຂົ້າໃຈກັນ ຈຶ່ງຕ້ອງໃຊ້ເວລາໃນການປັບຕົວ ໃນການຄົບຫາກັນຄ່ອນຂ້າງຫລາຍ
ເຄື່ອງມຸງຄຸນ ນິນ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 5,6
ວັນເສົາ
ການງານ ມີໂອກາດເດີນທາງປ່ຽນແປງໂຍກຍ້າຍກ່ຽວກັບເລື່ອງການງານ ຫລືຕ້ອງປັບແກ້ວຽກງານໃໝ່ທີ່ເກີດຄວາມຜິດພາດກ່ອນໜ້ານີ້ ເຮັດໃຫ້ວຽກລ່າຊ້າ ຈຶ່ງຄວນລະວັງໃນການເຮັດວຽກງານທີ່ຕ້ອງມີຄວາມລະອຽດ ແລະຮອບຄອບໃຫ້ຫລາຍກວ່ານີ້
ການເງິນ ໂຊກດີມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ໃນຊ່ວງນີ້ຈະສັງເກດໄດ້ວ່າໂຊກທາງດ້ານການເງິນມີການປ່ຽນແປງດີຂຶ້ນກວ່າແຕ່ກ່ອນ
ຄວາມຮັກ ເຈົ້າຊະຕາຍັງມຸ້ງເນັ້ນໃນເລື່ອງການງານ ແລະການສ້າງຄວາມຫມັ້ນຄົງໃຫ້ຊີວິດຫລາຍກວ່າທີ່ຈະໃຫ້ຄວາມສຳຄັນກັບຄວາມຮັກໃນຊ່ວງນີ້
ເຄື່ອງມຸງຄຸນ ເພັດ
ສີມຸງຄຸນ ສີແດງ
ເລກນຳໂຊກ 3,6