ສ່ອງຂອງຂວັນວັນເກີດ ອໍ້າ ພັດຊະລາພາ ຄິດໄລ່ລາຄາແລ້ວເກືອບເປັນລົມ

ນອກຈາກເປັນຊູເປີສະຕາຂວັນໃຈທັງຊາວລາວ ແລະ ໄທແລ້ວ "ອໍ້າ ພັດຊະລາພາ" ກໍຍັງເປັນທີ່ຮັກຂອງເພື່ອນໆ ກ່ອນເຂົ້າສູ່ວັນເກີດຕົວເອງເມື່ອຄືນວັນທີ 4 ທັນວາ ໄດ້ຈັດສະຫຼອງງານລ້ຽງສັງສັນກັນໃນໝູ່ເພື່ອນສະໜິດ ເຊັ່ນ ນຸ່ນ ວໍຣະນຸດ, ແອນ ທອງປະສົມ, ປຸກລຸກ ຝົນທິບ, ເມ ເຟື່ອງອາລົມ, ໜິງ ປະນິຕາ, ເອ ສຸພະໄຊ, ແປ້ງ ນວນພັນ ເຊິ່ງເພື່ອນໆ ກໍໄດ້ນຳຂອງຂວັນມາມອບໃຫ້ອີກດ້ວຍ.
ຫຼ້າສຸດ ສາວອໍ້າ ໄດ້ແກະຂອງຂວັນຈາກເພື່ອນ ທີ່ເວົ້າໄດ້ວ່າມີເປັນກອງ ເຊິ່ງແຕ່ລະອັນລ້ວນແລ້ວແຕ່ເປັນຂອງແບຣນເນມລາຄາແພງເຊັ່ນ: CHANEL, Louis Vuitton, Hermes ແລະອື່ນໆອີກຫຼວງຫຼາຍ ຄິດໄລ່ແລ້ວມູນຄ່າຫຼາຍລ້ານບາດເລີຍລະ.
ຂໍຂອບໃຈ
ຂໍ້ມູນ : Sanook!