ດວງລາຍວັນປະຈໍາວັນພະຫັດ ທີ 7 ທັນວາ 2017 ຕາມແຕ່ລະວັນເກີດ

ວັນອາທິດ
ການງານ ການພັດທະນາຕົນເອງຈະສາມາດນຳຄວາມສຳເລັດມາສູ່ຕົນເອງໄດ້ ການເລີ່ມລົງມືເຮັດຈະດີກວ່າແຕ່ຄິດຢ່າງດຽວ
ການເງິນ ຢ່າໃຊ້ຈ່າຍເງິນເກີນຕົວຈົນຕ້ອງດຶງເງິນຂອງອະນາຄົດອອກມາໃຊ້ຈ່າຍໄປກ່ອນ ຕ້ອງວາງແຜນ ແລະໃຊ້ເງິນຢ່າງຮອບຄອບ ແລະປະຫຢັດ
ຄວາມຮັກ ຖ້າຈະພົບໃຜໃນຊ່ວງນີ້ໂດດເດັ່ນເປັນຄົນຜິວຂາວ ລາວຈະເຂົ້າໃຈທ່ານໄດ້ເປັນຢ່າງດີ
ເຄື່ອງມຸງຄຸນ ເພັດ
ສີມຸງຄຸນ ສີຟ້າອ່ອນ
ເລກນຳໂຊກ 5
ວັນຈັນ
ການງານ ຄວາມສ້າງສັນ ຄວາມພະຍາຍາມ ການກ້າທີ່ຈະປ່ຽນແປງຈະກໍ່ໃຫ້ເກີດຄວາມສຳເລັດທີ່ດີ ການລອງຜິດລອງຖືກຈະນຳມາປະສົບການທີ່ເປັນປະໂຫຍດໃນການເຮັດທຸລະກິດ
ການເງິນ ຫາໃຊ້ຈ່າຍ ຕ້ອງມີເລື່ອງໃຊ້ຈ່າຍອອກໄປແດ່ ຊ່ວງນີ້ຕ້ອງລະວັງຄົົນທີ່ຈະເຂົ້າມາຢືມເງິນ ເພາະຈະໄດ້ຄືນຊ້າ ຫລືບໍ່ໄດ້ຄືນ
ຄວາມຮັກ ຈະພົບຄົນເກັ່ງ ມີຄວາມສາມາດ ສະຫລຽວສະຫລາດ ໝັ່ນໃຈໃນຕົນເອງສູງ ຜິວສອງສີ
ເຄື່ອງມຸງຄຸນ ທອງຄຳ
ສີມຸງຄຸນ ສີແດງ
ເລກນຳໂຊກ 5, 6, 9
ວັນອັງຄານ
ການງານ ການເປັນຄົນລະອຽດຮອບຄອບ ແລະຄວາມດຸຂອງທ່ານຈະນຳມາຊຶ່ງຄວາມສຳເລັດທີ່ດີ
ການເງິນ ມີທັງຮັບທັງຈ່າຍ ແຕ່ໃນຊ່ວງນີ້ໃຊ້ຄວາມປະຫຢັດເອົາໄວ້ຈະດີທີ່ສຸດ
ຄວາມຮັກ ຍັງບໍ່ລົງຕົວດ້ານຄວາມຮັກ ຄວາມສຳພັນໃນຊ່ວງນີ້ ເພາະຍັງເກີດຄວາມເຂົ້າໃຈກັນຜິດຢູ່ນັ້ນເອງ
ເຄື່ອງມຸງຄຸນ ທັບທິມ
ສີມຸງຄຸນ ສີຟ້າອ່ອນ
ເລກນຳໂຊກ 2, 6
ວັນພຸດ
ການງານ ຕິດຕາມຂໍ້ມູນຂ່າວສານແລ້ວຈະກໍ່ໃຫ້ເກີດໂຊກ ແລະຄວາມສຳເລັດ ຈາກການປະຍຸກໃຫ້ເຂົ້າກັບອາຊີບຂອງຕົນເອງ
ການເງິນ ຍັງຢູ່ໃນເກນຊົງຕົວ ບໍ່ມີເລື່ອງເດືອດຮ້ອນໃດໆ ໃນຊ່ວງນີ້ ເມື່ອໃຊ້ຄວາມປະຫຢັດຈະເຮັດໃຫ້ມີເງິນເກັບ
ຄວາມຮັກ ເບິ່ງຄືຈະດີ ແຕ່ກໍຍັງບໍ່ແມ່ນ ບໍ່ເຖິງກັບທຸກເກີນໄປ ມີເລື່ອງກວນໃຈດ້ວຍ ແຕ່ກໍຢັງພໍທີ່ຈະປັບຕົວເຂົ້າຫາກັນໄດ້
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີເງິນ
ເລກນຳໂຊກ 9
ວັນພະຫັດ
ການງານ ຄວາມສ້າງສັນຈະນຳພາໂອກາດ ແລະຄວາມສຳເລັດທີ່ດີມາສູ່ຕົນເອງ ຜູ້ທີ່ຖ້າຕຳແໜ່ງຢູ່ມີໂອກາດໄດ້ເລື່ອນຂັ້ນ ເລື່ອນຕຳແໜ່ງ
ການເງິນ ມີແຕ່ເລື່ອງຈ່າຍໃນຊ່ວງນີ້ ແມ່ນຈະພະຍາຍາມຫຼີກລ້ຽງແລ້ວ ແຕ່ເລື່ອງເຫຼົ່ານັ້ນກໍຈະວົນກັບມາ ຈຶ່ງຕ້ອງຈ່າຍອີກຢູ່ດີ
ຄວາມຮັກ ທ່ານເປັນຜູ້ທີ່ມີສະເນ່ ມີໂອກາດພົບຄູ່ ພົບຄົົນທີ່ຖືກໃຈ ແຕ່ທ່ານຈະເປັນຄົນໃຈຮ້ອນໄປໜ້ອຍໜື່ງ
ເຄື່ອງມຸງຄຸນ ມໍລະກົດ
ສີມຸງຄຸນ ສີຂາວ
ເລກນຳໂຊກ 8
ວັນສຸກ
ການງານ ຄວາມສ້າງສັນ ແລະຄວາມພະຍາຍາມຂອງທ່ານ ຈະສ້າງຄວາມເກັ່ງ ແລະຄວາມສາມາດບາງຢ່າງທີ່ກໍ່ໃຫ້ເກີດການເຮັດທຸລະກິດທີ່ສຳເລັດ ກ້າທີ່ຈະປ່ຽນແປງ ແລະພັດທະນາຕົນເອງສະເໝີ
ການເງິນ ໃນຊ່ວງນີ້ຕ້ອງໃຊ້ເງິນເປັນຈຳນວນຫລາຍ ແລະລະວັງການດຶງເງິນໃນອະນາຄົດອອກມາໃຊ້ຈ່າຍໄປກ່ອນ ຊຶ່ງບໍ່ຄວນເຮັດ
ຄວາມຮັກ ຍັງບໍ່ລົງຕົວໃນເລື່ອງຄວາມສຳພັນດ້ານຄວາມຮັກ ຊ່ວງນີ້ຄວນໃຊ້ຊີວິດກັບຄວາມເປັນອິດສະຫລະໄປກ່ອນ
ເຄື່ອງມຸງຄຸນ ເພັດສີຟ້າ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 9
ວັນເສົາ
ການງານ ຈະເຮັດສິ່ງໃດຈະປະສົບຜົນສຳເລັດ ໂດຍສະເພາະກັບການເຈລະຈາ ຈະປະສົບຜົນສຳເລັດຢ່າງຕໍ່ເນື່ອງ
ການເງິນ ມີທັງຮັບທັງຈ່າຍໃນຊ່ວງນີ້ສະລັບປັບປ່ຽນກັນໄປ ໃຊ້ຄວາມປະຫຢັດແດ່ຈຶ່ງຈະເປັນຜົນດີີກັບຕົນເອງ
ຄວາມຮັກ ຖ້າຈະໄດ້ພົບເຈີໃຜໃນຊ່ວງນີ້ທີ່ຈະມີເຂົ້າມາ ທ່ານເປັນຄົນເກັ່ງ ມີຄວາມສາມາດ ມີຊື່ສຽງໃນແວດວົງການຂອງທ່ານ
ເຄື່ອງມຸງຄຸນ ທອງຄຳ
ສີມຸງຄຸນ ສີບົວ
ເລກນຳໂຊກ 6 , 9