ດວງລາຍວັນປະຈໍາວັນພຸດ ທີ 6 ທັນວາ 2017 ຕາມແຕ່ລະວັນເກີດ

ວັນອາທິດ
ການງານ ຄວາມດຸໝັ່ນຈະນຳພາຄວາມສຳເລັດມາສູ່ຕົນເອງໄດ້ສະເໝີ ແຕ່ກໍຕ້ອງດຸໝັ່ນໃຫ້ຖືກທີ່ ຖືກທາງ ຖືກເວລາເຊັ່ນກັນ ກໍຈະເຮັດໃຫ້ຄວາມສຳເລັດເກີດຂຶ້ນໄດ້ໂດຍງ່າຍ
ການເງິນ ມີໂຊກດີຈະໄດ້ເງິນເຂົ້າມາເລື່ອຍໆ ໃນຊ່ວງນີ້ດວງດີຂຶ້ນກວ່າແຕ່ກ່ອນເປັນຢ່າງຫລາຍ ທາງດ້ານໂຊກ ຫລືເງິນທີ່ຈະໄດ້ຈາກການສ່ຽງໂຊກນັ້ນເອງ
ຄວາມຮັກ ຈະໄດ້ພົບຄົົນທີ່ມີສະເນ່ ອາຍຸຕ່າງກັນ ແຕ່ການສື່ສານ ຫລືຄວາມຊັດເຈນຕໍ່ກັນຢັງບໍ່ຫລາຍພໍ ຈຶ່ງຕ້ອງແບ່ງເວລາໃຫ້ກັນຫລາຍຂຶ້ນ ແລະພະຍາຍາມເຮັດຄວາມເຂົ້າໃຈກັນຫລາຍຂຶ້ນຈຶ່ງຈະເຮັດໃຫ້ເກີດຄວາມສົມຫວັງໄດ້
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີເເດງ
ເລກນຳໂຊກ 5
ວັນຈັນ
ການງານ ການຕິດຕໍ່ເຈນຈາທາງດ້ານການງານນຳພາຄວາມສຳເລັດມາສູ່ຕົນເອງໃນຊ່ວງນີ້
ການເງິນ ໝຸນຫາໃຊ້ຈ່າຍເງິນໄດ້ຢ່າງຕໍ່ເນື່ອງ ແຕ່ກໍຕ້ອງລະວັງຄົົນທີ່ເຂົ້າມາເພື່ອຫວັງຢືມເງິນຂອງທ່ານແລ້ວຈະໄດ້ຄືນຊ້າ
ຄວາມຮັກ ເປັນຜູ້ທີ່ມີເສນ່ ຈຶ່ງມີຄົນຍາກເຂົ້າມາເຮັດຄວາມຮູ້ຈັກ ແຕ່ທ່ານຍັງບໍ່ເລືອກໃຜ ເພາະຕ້ອງການສ້າງຄວາມຫມັ້ນຄົງໃຫ້ຊີວິດຫລາຍກວ່າ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີຂຽວ
ເລກນຳໂຊກ 9
ວັນອັງຄານ
ການງານ ຊ່ວງນີ້ມີໂອກາດໄດ້ເລື່ອນຂັ້ນເລື່ອນຕຳແໜ່ງຫຼັງຈາກທີ່ຕ້ອງລຸ້ນມາດົນ ຫລືຈະມີການຍ້າຍວຽກງານໃນໄວໆ ນີ້ກໍເປັນໄປໄດ້
ການເງິນ ຊ່ວງນີ້ຈະມີຄວາມກັງວົນໃຈຢູ່ດ້ວຍ ແຕ່ຫຼັງຈາກນີ້ຈະສາມາດຫາເຂົ້າມາໄດ້ຢ່າງຕໍ່ເນື່ອງ ແລະກໍຕ້ອງຈ່າຍອອກໄປເລື່ອຍໆ ດ້ວຍເຊັ່ນກັນ
ຄວາມຮັກ ຍັງບໍ່ລົງຕົວທາງດ້ານຄວາມສຳພັນທາງດ້ານຄວາມຮັກເທົ່າໃດໃນຊ່ວງນີ້ ສະຖານນະການດ້ານຄວາມຮັກໃນຊ່ວງນີ້ຍັງຊົງຕົວ
ເຄື່ອງມຸງຄຸນ ເພັດສີບົວ
ສີມຸງຄຸນ ສີດໍາ
ເລກນຳໂຊກ 8
ວັນພຸດ
ການງານ ວາງແຜນທາງດ້ານການງານໃນຊ່ວງນີ້ຢ່າງເປັນຂັ້ນເປັນຕອນ ເປັນລະບົບລະບຽບ ເພາະຈະຊ່ວຍໃນການວິເຄາະ ແລະຕັດສິນໃນໄດ້ຢ່າງຖືກຕ້ອງ
ການເງິນ ຊ່ວງນີ້ຕ້ອງໃຊ້ຄວາມປະຫຢັດຮ່ວມດ້ວຍຈຶ່ງຈະດີ ເງິນທອງຈຶ່ງຈະພໍໃຊ້ຈ່າຍໃນສິ່ງທີ່ຈຳເປັນຈິງໆ ນັ້ນເອງ
ຄວາມຮັກ ມີໂອກາດພົບໃຜບາງຄົນ ເປັນຄົົນທີ່ຖືກໃຈ ເປັນຄົນຖືຮັກສາຄຳໜັ່ນສັນຍາ ມີວິໃສທັດທີ່ກວ້າງໄກ ແລະເປັນຄົນຜິວຂາວ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 4
ວັນພະຫັດ
ການງານ ເຮັດວຽກສິ່ງໃດໃນຊ່ວງນີ້ຕ້ອງເມື່ອຍຫລາຍເປັນພິເສດ ແຕ່ຜົນຕອບແທນ ຫລືສິ່ງທີ່ໄດ້ຮັບກໍຈະຄຸ້ມຄ່າກັບຄວາມພະຍາຍາມ
ການເງິນ ສາມາດໝຸນຫາໃຫ້ຜ່ານພົ້ນໄປໄດ້ສະເໝີ ມີໂອກາດທີ່ຈະໃຊ້ເງິນເພື່ອຊື້ຫາສິ່ງຂອງທີ່ຖືກໃຈເຂົ້າມາເພິ່ມເຕິມກໍເປັນໄປໄດ້
ຄວາມຮັກ ມີໂອກາດພົບຄົນໃຈຮ້ອນ ແຕ່ກໍຍັງບໍ່ຖືກໃຈທ່ານປານໃດ ຈຶ່ງຕ້ອງການໃຫ້ຄວາມສຳພັນເປັນແບບເພື່ອນກັນຫລາຍກວ່າ
ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 3
ວັນສຸກ
ການງານ ການເຮັດວຽກງານຈະດີຂຶ້ນເລື່ອຍໆ ອຸປະສັກມັກຈະເປັນເລື່ອງເດີມໆ ທີ່ພໍຈະແກ້ໄຂໄປໄດ້ ຊຶ່ງບໍ່ໄດ້ຊັບຊ້ອນຫຍັງ ແຕ່ຈະໜ້າເບື່ອໄປດ້ວຍນັ້ນເອງ
ການເງິນ ຍັງຢູ່ໃນເກນຊົງຕົວ ບໍ່ມີເຫດການໃດໆ ປ່ຽນແປງປານໃດ ດ້ານການເງິນຍັງພໍຫາໃຊ້ຫາຈ່າຍໄດ້ເລື່ອຍໆ
ຄວາມຮັກ ພິຈາລະນາໃນເລື່ອງຄວາມຮັກຕ່າງໆ ຊຶ່ງເບິ່ງຄືວ່າຈະດີ ແຕ່ກໍຍັງບໍ່ແມ່ນກັບສະຖານນະການໃນປະຈຸບັນ ເພາະດ້ານໜຶ່ງຮູ້ສຶກພຶງພໍໃຈ ອີກດ້ານໜຶ່ງກໍຍັງບໍ່ມີຄວາມສຸກຕາມສົມຄວນນັ້ນເອງ
ເຄື່ອງມຸງຄຸນ ມໍລະກົດ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 3
ວັນເສົາ
ການງານ ການງານມີຄວາມກ້າວໜ້າບໍ່ວ່າຈະເປັນງານທາງດ້ານອາສັງຫາລິມະຊັບ ຫລືການເຮັດວຽກງານຮ່ວມກັນກັບທີມງານ ທີ່ທ່ານມີຄວາມເປັນມືອາຊີບ ແລະມີຄວາມຊຳນາຍ ຈຶ່ງກໍ່ໃຫ້ເກີດຜົນກຳໄລທີ່ດີໄດ້ ແຕ່ກໍຕ້ອງເຮັດແບບຄ່ອຍເປັນຄ່ອຍໄປຈຶ່ງຈະດີ
ການເງິນ ມີຄວາມກັງວົນໃຈໃນການໃຊ້ຈ່າຍໃນຊ່ວງນີ້ ມີເລື່ອງທີ່ຕ້ອງຈ່າຍອອກໄປແບບບໍ່ຄາດຄິດ ເປັນເລື່ອງເລັ່ງດ່ວນທີ່ປະຕິເສດບໍ່ໄດ້
ຄວາມຮັກ ໄດ້ພົບຄົົນທີ່ບໍ່ເໝືອນໃຜ ສະຫລຽວສະຫລາດ ເປັນຄົນຖືຮັກສາຄຳໝັ່ນສັນຍາ ຈິງຈັງ ຂະຫຍັນ ເປັນຄົົນທີ່ທ່ານຈະສາມາດພູູມໃຈໃນຕົວທ່ານໄດ້ນັ້ນເອງ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີເທົາ
ເລກນຳໂຊກ 9