ດວງລາຍວັນປະຈໍາວັນອັງຄານ ທີ 5 ທັນວາ 2017 ຕາມແຕ່ລະວັນເກີດ

ວັນອາທິດ
ການງານ ມີໂອກາດປ່ຽນແປງຍົກຍ້າຍໃນເລື່ອງການງານໃນຊ່ວງນີ້ ຫລືມີຄົນລໍຖ້າຊ່ວຍເຫລືອທາງດ້ານການງານ ແຕ່ທ່ານກໍຕ້ອງໃຊ້ຄວາມພະຍາຍາມທີ່ຫລາຍຂຶ້ນ ຈຶ່ງຈະເກີດຄວາມສຳເລັດໄດ້
ການເງິນ ຊ່ວງນີ້ມີແຕ່ເລື່ອງຈ່າຍ ມີຮັບເຂົ້າມາກໍຕ້ອງຈ່າຍອອກໄປຢ່າງວ່ອງໄວເຊັ່ນກັນ ເປັນການໝຸນເງິນໃຫ້ຜ່ານພົ້ນໄປໃຫ້ໄດ້
ຄວາມຮັກ ມີໂອກາດສົມຫວັງໃນເລື່ອງຄວາມຮັກ ຖ້າທ່ານຈະພົບໃຜທີ່ກ່ຽວກັບເລື່ອງການງານທີ່ຈະເຮັດໃຫ້ໄດ້ພົບກັບຄົນຜິວສອງສີໃນຊ່ວງນີ້ນັ້ນເອງ
ເຄື່ອງມຸງຄຸນ ທັບທິມ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 1
ວັນຈັນ
ການງານ ບາງເທື່ອກໍຕ້ອງກ້າໄດ້ກ້າເສຍຈຶ່ງຈະປະສົບຄວາມສຳເລັດໄດ້ ແຕ່ທ່ານບໍ່ຄວນໄປຂັດແຍ້ງກັບຜູ້ໃຫຍ່ຈຶ່ງຈະດີກວ່າ
ການເງິນ ເປັນລັກສະນະຂອງການໝຸນເງິນໃຫ້ຜ່ານພົ້ນໄປໃຫ້ໄດ້ໃນຊ່ວງນີ້ ຊຶ່ງຍັງເຮັດໄດ້ດີ ເພາະສາມາດຫາເຂົ້າມາໄດ້ຢ່າງຕໍ່ເນື່ອງ
ຄວາມຮັກ ຍັງພິຈາລະນາໃນເລື່ອງຄວາມຮັກ ຄິດທົບທວນເລື່ອງຕ່າງໆ ເລື່ອງຄວາມຮັກທີ່ທ່ານປາດຖະຫນາຢູ່ນັ້ນເອງ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີທອງ
ເລກນຳໂຊກ 6
ວັນອັງຄານ
ການງານ ຮູ້ສຶກເບື່ອໆ ກ່ຽວກັບເລື່ອງຂອງການງານ ຢາກປ່ຽນງານໃໝ່ໃນຊ່ວງນີ້ກໍເປັນໄປໄດ້
ການເງິນ ມີເລື່ອງທີ່ຕ້ອງຈ່າຍອອກໄປຕະຫລອດໃນຊ່ວງນີ້ ມີພາລະການໃຊ້ຈ່າຍເພີ່ມຫລາຍຂຶ້ນໃນໄລຍະນີ້
ຄວາມຮັກ ມີຄວາມສຸກພໍສົມຄວນຢ່າງທີ່ທ່ານປາດຖະຫນາໃນເລື່ອງຄວາມຮັກໃນຊ່ວງນີ້
ເຄື່ອງມຸງຄຸນ ທອງຄໍາ
ສີມຸງຄຸນ ສີຂາວ
ເລກນຳໂຊກ 0 7
ວັນພຸດ
ການງານ ມີເຫດຈະເຮັດໃຫ້ເມື່ອຍ ຫລືກັງວົນໃຈ ຕ້ອງລະວັງເອກະສານສັນຍາ ການລົງນາມທາງທຸລະກິດເກີດການເປັນໂມຄະ ຫລື ຊ້າ ຈຶ່ງຄວນຮູ້ເທົ່າທັນ ແລະແກ້ບັນຫາສະເພາະໜ້າໄປໃຫ້ໄດ້ກໍຈະປະສົບຄວາມສຳເລັດດີຂຶ້ນ
ການເງິນ ຊ່ວງນີ້ມີແຕ່ເລື່ອງຈ່າຍ ແຕ່ກໍຈະໄດ້ເຂົ້າມາເພິ່ມເຕິມ ເປັນລັກສະນະຂອງການໝຸນເງິນໃຫ້ຜ່ານພົ້ນໄປໃຫ້ໄດ້ໃນຊ່ວງນີ້ນັ້ນເອງ
ຄວາມຮັກ ຍັງເບິ່ງໆ ຢູ່ຫລາຍກວ່າ ແຕ່ທ່ານກໍຈະໂຊກດີ ເພາະເປັນຄົົນທີ່ມີສະເນ່ ຈຶ່ງມີຄົນຍາກຈະເຂົ້າມາເຮັດຄວາມຮູ້ຈັກເພີ່ມຂຶ້ນນັ້ນເອງ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີຄຮີມ
ເລກນຳໂຊກ 3 7
ວັນພະຫັດ
ການງານ ຈະມີຄວາມປ່ຽນແປງທາງດ້ານການງານ ແລະຄວາມພະຍາຍາມໃນການສ້າງຜົນງານເພື່ອໃຫ້ເກີດຄວາມສຳເລັດໄດ້ເພີ່ມຂຶ້ນຈາກຄວາມມຸ້ງມັ່ນຕັ້ງໃຈຂອງຕົນເອງ
ການເງິນ ຍັງຢູ່ໃນເກນຊົງຕົວ ບໍ່ມີເລື່ອງເດືອດຮ້ອນໃດໆ ແລະໃຊ້ຄວາມປະຫຢັດເອົາໄວ້ກ່ອນຈະດີທີ່ສຸດ
ຄວາມຮັກ ຍັງບໍ່ຕັດສິນໃຈທີ່ຈະເລືອກໃຜໃນຊ່ວງນີ້ ເພາະຍັງບໍ່ຄ່ອຍມີເວລາປານໃດ
ເຄື່ອງມຸງຄຸນ ມໍລະກົດ
ສີມຸງຄຸນ ສີແດງ
ເລກນຳໂຊກ 5
ວັນສຸກ
ການງານ ຈະເຮັດວຽກສິ່ງໃດໃນຊ່ວງນີ້ຈະປະສົບຄວາມສຳເລັດຢ່າງທີ່ຄາດຫວັງດີຂຶ້ນສະເໝີ
ການເງິນ ມີຂ່າວດີກ່ຽວກັບເລື່ອງການເງິນເຂົ້າມາເຮັດໃຫ້ທ່ານຮູ້ສຶກດີໃຈຂຶ້ນມາ
ຄວາມຮັກ ສຸກສົມຫວັງຢ່າງທີ່ຄາດຫວັງເອົາໄວ້ ແຕ່ທ່ານຈະພໍໃຈຫລືບໍ່ ຕ້ອງຕັດສິນໃຈເອງ ເພາະຍັງມີອີກຫຼາຍປັດໃຈທີ່ທ່ານຍັງຄິດທົບທວນຢູ່
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 4
ວັນເສົາ
ການງານ ສຸກສົມຫວັງຢ່າງທີ່ຄາດຫວັງເອົາໄວ້ ແຕ່ທ່ານຈະພໍໃຈຫລືບໍ່ ຕ້ອງຕັດສິນໃຈເອງ ເພາະຍັງມີອີກຫຼາຍປັດໃຈທີ່ທ່ານຍັງຄິດທົບທວນຢູ່ນັ້ນເອງ
ການເງິນ ໃນຊ່ວງນີ້ ຈະສັງເກດໄດ້ວ່າ ດວງດີຂຶ້ນຫລາຍກວ່າແຕ່ກ່ອນໃນເລື່ອງການເງິນ ແລະຈະມີໂຊກລາບເຂົ້າມາ
ຄວາມຮັກ ຈະໄດ້ພົບຄົົນທີ່ມີອາຍຸຕ່າງກັນ ລາວຈະນຳພາຄວາມປາດຖະຫນາດີມາສູ່ທ່ານໄດ້ເປັນຢ່າງດີໃນໄລຍະນີ້
ເຄື່ອງມຸງຄຸນ ເພັດສີແດງ
ສີມຸງຄຸນ ສີບົວ
ເລກນຳໂຊກ 6