ປະເທດລາວ 4.0! ຊື້ຈີ່ກ້ວຍກໍສາມາດຈ່າຍເງິນຜ່ານແອັບ ແບບ "ໄຮ້ເງິນສົດ" ໄດ້ແລ້ວຕອນນີ້

ບັນດາຜູ້ຄ້າລາຍຍ່ອຍຢູ່ລາວສາມາດຮັບເງິນຄ່າສິນຄ້າ ຫຼື ບໍລິການຜ່ານທາງແອັບມີຖືໄດ້ແລ້ວ ແລະ ຝັ່ງຜູ້ຊື້ກໍສາມາດຊຳລະຄ່າສິນຄ້າຜ່ານແອັບໄດ້ເຊັ່ນກັນ ເວົ້າໄດ້ວ່າເປັນການປະຕິວັດວົງການດິຈິຕອນຂອງລາວ ໂດຍໃຊ້ການຊຳລະເງິນຜ່ານຄິວອາໂຄດ (QR Code) ດ້ວຍການໃຊ້ສະມາດໂຟນສະແກນ.
ຫຼ້າສຸດໄດ້ມີຂໍ້ມູນອອກມາຈາກທາງທະນາຄານການຄ້າຕ່າງປະເທດລາວ (ທຄຕລ) ໂດຍແຫຼ່ງຂ່າວລະບຸວ່າ ທາງທະນາຄານໄດ້ເປີດໃຫ້ບໍລິການ BCEL OnePay ເຊິ່ງເປັນຜະລິດຕະພັນໃໝ່ຂອງ ທຄຕລ ເຮັດໃຫ້ສາມາດຊຳລະຈ່າຍຄ່າສິນຄ້າຜ່ານ QR Code ເຊິ່ງຜະລິດຕະພັນນີ້ເມາະສຳລັບທຸລະກິດຫ້າງຮ້ານຂະໜາດນ້ອຍ ແລະ ກາງ. ຈ່າຍງ່າຍສະດວກສະບາຍບໍ່ຈຳເປັນຕ້ອງພົກພາເງິນສົດໃຫ້ຫຍຸ້ງຍາກ, ບໍ່ຕ້ອງຫາເງິນທອນໃຫ້ລໍາບາກ, ມີຄວາມປອດໄພໝັ້ນໃຈໄດ້ ພ້ອມຍັງຊ່ວຍຫຼຸດຜ່ອນຄວາມສ່ຽງຖືກເງິນປອມ ແລະ ຄຸນນະປະໂຫຍດອື່ນໆອີກຫຼວງຫຼາຍ. ຊື້ຈີ່ກ້ວຍຂ້າງທາງກໍສາມາດຊຳລະຜ່ານຊ່ອງທາງນີ້ໄດ້ຖ້າຫາກຮ້ານຄ້າຫາກເປີດຮັບວິທີການຈ່າຍເງິນຜ່ານຄິວອາໂຄດນີ້.
ແນວໂນ້ມທົ່ວໂລກຕອນນີ້ກຳລັງມຸ້ງສູ່ 'ສັງຄົມໄຮ້ເງິນສົດ' ເນື່ອງຈາກສະດວກ ແລະ ມີຫຼັກຖານການເຮັດທຸລະກຳ ໂດຍສະເພາະໄທປະເທດເພື່ອນບ້ານຂອງເຮົາທີ່ຮູບແບບການຈ່າຍເງິນດ້ວຍຄິວອາໂຄດກຳລັງໄດ້ຮັບຄວາມນິຍົມໃນບັນດາແມ່ຄ້າຊາວຂາຍຕາມທ້ອງຕະຫຼາດ. ສຳລັບໃນລາວ ລະບົບຄິວອາໂຄດຈະເປັນປະໂຫຍດຫຼາຍທີ່ສຸດເນື່ອງຈາກຜູ້ຂາຍເກືອບຈະບໍ່ຕ້ອງລົງທຶນເພີ່ມ ບໍ່ມີການຕິດຕັ້ງລະບົບຫຍັງໃຫ້ຫຍຸ້ງຍາກ.
ຜູ້ທີ່ສາມາດເປີດໃຊ້ການຮັບຈ່າຍເງິນຄ່າສິນຄ້າຜ່າານບໍລິການນີ້ແມ່ນຮ້ານຂະໜາດນ້ອຍ ແລະ ກາງເຊັ່ນ: ຮ້ານກາເຟ, ລໍ່ໝາກສົ້ມ, ຮ້ານຂາຍຂອງກີນສຸກແຄມທາງ, ຮ້ານຂາຍເສື້ອຜ້າຂະໜາດນ້ອຍ, ລົດຕຸກຕຸກ, ລົດຈັກຮັບຈ້າງ, ຮ້ານຕັດຜົມ, ຮ້ານເສີມສວຍ ໄປຈົນເຖິງແມ່ຄ້າອອນລາຍຕ່າງໆກໍສາມາດນຳໃຊ້ຊ່ອງທາງຮັບຊຳລະເງິນ OnePay ນີ້ໄດ້.
ສຳລັບແມ່ຄ້າ ແລະ ຮ້ານຄ້າທົ່ວໄປທີ່ຕ້ອງການເປີດໃຊ້ບໍລິການຮັບຊຳລະຄ່າສິນຄ້າ ແລະ ບໍລິການຜ່ານທາງ BCEL OnePay ສາມາດສະໝັກເປີດໃຊ້ໄດ້ທີ່ສຳນັກງານໃຫຍ່ ທີ່ນະຄອນຫຼວງວຽງຈັນ ໂດຍບໍ່ມີຄ່າທຳນຽມໃນຕອນນີ້, ບໍ່ຕ້ອງມີເອກະສານປະກອບ ເຊັ່ນໃບປະຕັງ ຫຼື ອື່ນໆໃຫ້ຫຍຸ້ງຍາກ ແລະ ທີ່ສຳຄັນແມ່ນບໍ່ມີການຫັກຄ່າທຳນຽມຮັບຊຳລະແຕ່ຢ່າງໃດ.
ຂໍຂອບໃຈ
ພາບ : Pms Phetsavanh , ສາວລາວ ອອນລາຍ