4 ວິທີງ່າຍໆໃນການເຄຼຍຂໍ້ມູນ Cache ໃຫ້ໂທລະສັບແອນດຣອຍເຮັດວຽກໄດ້ໄວຂຶ້ນ

ປັດຈຸບັນນີ້ຟາຍມີເດຍ ທີ່ສົ່ງເຂົ້າມາໃຫ້ເຄື່ອງມືຖືຂອງເຮົານັ້ນມີຂະໜາດໃຫຍ່ຂຶ້ນເລື້ອຍໆ ເຖິງແມ່ນວ່າໂທລະສັບຈະມີໜ່ວຍຄວາມຈຳພາຍໃນເຖິງ 64 GB ຫຼື 128 GB ແລ້ວ ພື້ນທີ່ເກັບຂໍ້ມູນກໍຍັງບໍ່ພໍ.
ດັ່ງນັ້ນ ເຮົາຈຶ່ງຕ້ອງມີການເຄຼຍທຳຄວາມສະອາດຂີ້ເຫຍື້ອໃຫ້ກັບເຄື່ອງ Android ຂອງເຮົາອີກດ້ວຍ ໂດຍສະເພາະການເຄຼຍຂໍ້ມູນ Cache. ເຮົາມີ 4 ວິທີງ່າຍໆ ທີ່ຈະເຮັດໃຫ້ທ່ານຈັດການກັບເລື່ອງນີ້ໄດ້ງ່າຍຂຶ້ນ.
1. ໃຊ້ Settings ໃນການເຄຼຍ ໂດຍເຮັດຕາມຂັ້ນຕອນດັ່ງນີ້:
- ໄປທີ່ Settings ແລະ ເລືອກທີ່ Storage ຫຼື Storage & memory ໃນຈຸດນີ້ເຮົາຈະເຫັນວ່າແອັບພຼິເຄຊັນ ແລ ະເຄື່ອງມືມີເດຍຕ່າງໆ ໃຊ້ເມັມໂມຣີ່ກາດໄປຫຼາຍສໍ່າໃດ.
- ເລືອກທີ່ Cached data ເຊິ່ງຈະສະແດງໃຫ້ເຫັນຈຳນວນຂໍ້ມູນ Cache ໃນເຄື່ອງຂອງເຮົາ.
- ຈະມີປັອບອັບຖາມຢືນຢັນການລຶບ ໃຫ້ເລືອກ OK ເພື່ອລຶບ.
2. ເຄຼຍຂໍ້ມູນ Cache ໃນແຕ່ລະແອັບພຼິເຄຊັນ ເປັນວິທີການລຶບເທື່ອລະແອັບ:
- ໄປທີ່ Settings ແລະເລືອກທີ່ App.
- ເລືອກແອັບພຼິເຄຊັ່ນທີ່ຕ້ອງການຈະເຄຼຍຂໍ້ມູນ Cache.
- ໃນ App Info ໃຫ້ເລືອກທີ່ Storage.
- ເລືອກ Clear Cache.
3. ໃຊ້ແອັບພຼິເຄຊັນຂອງບຸກຄົນທີສາມ ໂດຍຈະມີແອັບພວກ Android cleaner ຄອຍຖ້າເຮັດໜ້າທີ່ເຄຼຍຟາຍທີ່ບໍ່ຈຳເປັນອອກໃຫ້. ແອັບພວກນີ້ມີໃຫ້ເລືອກໃຊ້ຫຼວງຫຼາຍໃນ Play Store.
4. ເຄຼຍ Cache ຈາກ Recovery ວິທີນີ້ມີຄວາມຊັບຊ້ອນ ແລະ ຫາກເກີດຄວາມເສຍຫາຍຂຶ້ນມາກໍບໍ່ມີໃຜຮັບຜິດຊອບ. ເພາະເປັນວິທີທີ່ແຕກຕ່າງໄປຈາກວິທີການຂອງຜູ້ຜະລິດ ຫາກຈະໃຊ້ວິທີນີ້ ຜູ້ເຮັດຄວນມີປະສົບການ ແລະຄວນຫາຄວາມຮູ້ ແລະວິທີການເຮັດຢ່າງລະອຽດເທິງອິນເຕີເນັດ ເພາະອຸປະກອນແຕ່ລະຮຸ່ນ ແຕ່ລະຍີ່ຫໍ້ ກໍມີຄວາມແຕກຕ່າງກັນ.
ຂໍຂອບໃຈ
ຂໍ້ມູນ : fossbytes.com