ບອກລາຮູບແຕກ! ສົ່ງຮູບພາບຄວາມລະອຽດສູງແບບ 4K ໂດຍບໍ່ເສຍຄວາມລະອຽດຜ່ານເຟສບຸກເມດເຊັນເຈີໄດ້ແລ້ວ

Facebook ປະກາດ Messenger App ສະໜັບສະໜູນການແບ່ງປັນພາບຖ່າຍ 4K ຂະນະນີ້ເນັດໃຫ້ເຮົາສາມາດສົ່ງຮູບພາບຄວາມລະອຽດສູງ ຂະໜາດສູງສຸດ 4,096 x 4,096 ພິກເຊວຕໍ່ພາບໄດ້ແລ້ວ.
ທີ່ຜ່ານມາ Facebook Messenger ຂຶ້ນຊື່ເລື່ອງສົ່ງຮູບພາບແລ້ວຮູບແຕກ ຈົນຜູ້ໃຊ້ຈື່ກັນຂຶ້ນໃຈວ່າຖ້າຫາກຕ້ອງການສົ່ງຮູບໃຫ້ດີ ບໍ່ເສຍຄຸນນະພາບ ໃຫ້ສົ່ງຜ່ານອີເມວ ຫຼື ສົ່ງຮູບຜ່ານ LINE ແທນ (ແມ່ນແລ້ວ LINE ໃຊ້ສົ່ງຮູບດີຫຼາຍ. ສົ່ງຮູບພາບແບບ original ບໍ່ບີບຊ້ຳກໍໄດ້ ແຕ່ຢ່າລືມວ່າຮູບທີ່ສົ່ງໃນ LINE ຄາວໜຶ່ງມັນຈະຫາຍໄປເດີ້ ບໍ່ເໝາະສຳລັບສົ່ງແລ້ວມາຄົ້ນຊ້ຳໃນພາຍຫຼັງ) ກໍຫາກເຮົາມີໂທລະສັບມືຖືທີ່ສາມາດຖ່າຍພາບງາມໆລະດັບນີ້ໄດ້ກໍຈະສາມາດສົ່ງໂດຍຄົງຄວາມຄົມຊັດໄດ້ແລ້ວ.
ĥ
ເມື່ອເຮົາໄດ້ອັບເດດແອັບແລ້ວເຈົ້າຈະສົ່ງພາບຖ່າຍຄວາມລະອຽດສູງຂອງເຮົາໄປຍັງໝູ່ເພື່ອນຂອງເຮົາໂດຍອັດຕະໂນມັດເມື່ອເຮົາເລືອກຮູບຖ່າຍຈາກເຄື່ອງ.
ການອັບເດດນີ້ເລີ່ມຕົ້ນໃຊ້ໄດ້ເລີຍສຳລັບຜູ້ໃຊ້ iOS ແລະ Android ໃນສະຫະລັດອາເມລິກາ, ການາດາ, ສະຫະລາຊະອານາຈັກ, ອົດສະຕຣາລີ, ຝຣັ່ງ, ສິງກະໂປ, ຮົງກົງ, ຍີ່ປຸ່ນ ແລະ ເກົາຫຼີໃຕ້ ແລະ ວາງແຜນຈະອັບເດດໄປຍັງປະເທດອື່ນໆ ໃນອີກບໍ່ເທົ່າໃດອາທິດຂ້າງໜ້າ.