ແອັບເປິ້ນ-ຟຸກ ເຂົ້າແຈ້ງຕຳຫຼວດ ຫຼັງຖືກອໍແກໄນເຊີລາວເຮັດງານແຕ່ງເກືອບຫຼົ້ມ

ສຳເລັດເສັດສິ້ນໄປແລ້ວສຳລັບງານວິວາ ບ່າວສາວເຂົ້າໃໝ່ປາມັນ “ຟຸກ ຈິຣະ ດ່ານບະວອນກຽດ” ແລະ “ແອັບເປິ້ນ ສີສະຫງຽນ ສີຫາລາດ” ແຕ່ຊໍ້າພັດມີເຫດການບໍ່ຄາດຝັນເກີດຂຶ້ນ ເມື່ອອໍແກໄນເຊີຈັດງານບໍ່ສາມາດກຽມສະຖານທີ່ໃນການຈັດງານແຕ່ງໃຫ້ທັງສອງໄດ້ ຈົນກາຍເປັນເລື່ອງລາວດຣາມາ ພໍໄດ້ພົບຟຸກ-ແອັບເປິ້ນ ໃນງານແຟຊັນໂຊ ເມດ ອອຟ ແຟບຣິກ ເປີດຕົວຄໍເລັກຊັນອໍທຳ-ວິນເທີ 2017 ທີ່ ຫ້າງສັບພະສິນຄ້າ ເຊນ ເລີຍຂໍຖາມເຖິງເລື່ອງນີ້.
ຟຸກ : ບັນຫາເກີດຂຶ້ນຈາກອໍແກໄນເຊີທີ່ເຮົາໃຊ້ທີ່ລາວ ບໍ່ເຮັດຕາມແບບ ແລ້ວເງິນທີ່ມັດຈຳໄປບໍ່ໄດ້ຖືກສົ່ງຄືນທັງໝົດ ປະມານ 8 ແສນກວ່າບາດ (ປະມານ 202 ລ້ານກີບ). ແລ້ວທີ່ມັດຈຳໄປແລ້ວກໍຍັງບໍ່ໄປຮອດທາງໂຮງແຮມ ນັກດົນຕີ ທຸກຢ່າງຍັງບໍ່ເຖິງເລີຍ. ເຮົາໄປຮູ້ໃນມື້ງານ. ຮູ້ກ່ອນ 4 ຊົ່ວໂມງ. ກໍບໍ່ຮູ້ຈະເຮັດແນວໃດ ຄຽດນຳ ໂມໂຫນຳ ແລ້ວກໍຫຼາຍສິ່ງຫຼາຍຢ່າງເຂົ້າມາ.
ແອັບເປິ້ນ : ແຕ່ງານມັນຕ້ອງຍ່າງໄປຂ້າງໜ້າ ເຮົາກໍຕົກໃຈ ຊັອກຫຼາຍວ່າ ຈະເຮັດແນວໃດຕໍ່. ບາງເທື່ອຊົ່ວໂມງນັ້ນມີເງິນກໍເຮັດບໍ່ໄດ້ ເພາະຄົົນທີ່ຈະມາເຮັດກໍຢ້ານວ່າເຂົາຈະເຮັດທັນບໍ ພາຍໃນ 3-4 ຊົ່ວໂມງ. ແຕ່ໂຊກດີທີ່ມີໝູ່ເພື່ອນຫຼາຍໆ ຄົົນທີ່ເຂົ້າມາຊ່ວຍກັນ. ຖາມວ່າຜິດຫວັງບໍ? ສຸດໆແລ້ວມື້ນັ້ນ. ເປີ້ນຕັ້ງໃຈຫຼາຍກັບງານຢູ່ລາວ ເພາະວ່າງານຢູ່ໄທມັນຈົບໄປໄດ້ດ້ວຍດີ ທັງງານເຊົ້າງານແລງ. ຫຼາຍໆຄົນອາດເຫັນວ່າ ທຸກຢ່າງເພີເຟັກອອກມາຕາມທີ່ເຮົາຝັນໝົດເລີຍ. ພໍໄປຈັດງານຢູ່ລາວເປີ້ນກໍຕັ້ງໃຈຢາກໃຫ້ທຸກຄົນເຫັນຄືກັບຫຼາຍໆຄົນ. ເປີ້ນເຊື່ອວ່າຄົນໄທຫຼາຍຄົນບໍ່ເຄີຍເຫັນງານແຕ່ງຢູ່ລາວ.
ເຂົາບອກເຫດຜົນ ຫຼື ບໍ່ ເປັນຫຍັງບໍ່ສາມາດເຮັດໄດ້ຕາມທີ່ຕົກລົງ?
ແອັບເປິ້ນ : ລາວບອກຂໍໂທດຢ່າງດຽວ ແລະ ກໍບອກວ່າລາວຜິດພາດທາງການສື່ສານກັບໂຮງແຮມ ເລີຍຮູ້ສຶກວ່າມັນພຽງແຕ່ຜິດພາດທາງການສື່ສານບໍ່ໄດ້ ເພາະເຮົາຕັ້ງໃຈໄວ້ວ່າ ເຮົາຢາກຈະໄດ້ທຸກໆຊີນເປັນແນວໃດ. ເຮົາລົມກັນມາປະມານ 6-7 ເດືອນໄດ້ ແລ້ວກໍມັດຈຳໄປຂ້ອນຂ້າງຫຼາຍແລ້ວ ແລະ ເຮົາຍັງຕ້ອງຈ່າຍໃນວັນງານອີກ.
ມີການແຈ້ງຄວາມບໍ?
ຟຸກ : ວັນງານກໍພົບລາວ ແລະ ໄດ້ລົມ. ເຂົາກໍຕື່ນເຕັ້ນ ແລະ ຕົກໃຈ. ງານມັນອອກມາບໍ່ໄດ້ແຕ່ກໍຍອມຮັບຜິດທຸກຢ່າງ ກໍບອກຈະຮັບຜິດຊອບ. ແຕ່ວ່າຄືນມື້ແຕ່ງງານຖັດມາອີກ ມື້ທີເປີ້ນກັບຂ້ອຍຕັດສິນໃຈຖ່າຍທອດສົດລົງເຟສບຸກ ເພາະຂ້ອຍຕິດຕໍ່ລາວບໍ່ໄດ້ໝົດຄືນ. ມັນເປັນຄວາມຮູ້ສຶກວ່າ ຄືກັບລາວຫາຍໄປ ເລີຍບໍ່ຮູ້ຈະເຮັດແນວໃດ ຢ້ານທັງບໍ່ໄດ້ເງິນ ຢ້ານທັງຫຼາຍສິ່ງຫຼາຍຢ່າງທີ່ເກີດຂື້ນ ຢາກໃຫ້ລາວຮັບຜິດຊອບຫຍັງແດ່ ກໍເລີຍໄລຟ໌ຂຶ້ນມາ. ຕອນນີ້ກໍຄົງຕິດຕໍ່ລົມກັນໄດ້ແລ້ວ.
ເຂົາຕິດຕໍ່ມາເພື່ອຄືນເງິນທັງໝົດ ?
ເປີ້ນ : ມັນຜ່ານມາປະມານອາທິດໜຶ່ງແລ້ວ. ລາວກໍເວົ້າທຸກມື້ວ່າ ຈະຄືນເງິນໃຫ້ເທົ່ານີ້ໆ ທັງສ່ວນຂອງເປີ້ນ ແລະ ສ່ວນຂອງໂຮງແຮມຫາກໍ່ໄດ້ເງິນໄປພຽງແຕ່ 32,000 ບາດ (ປະມານ 8 ລ້ານກີບ) ຈາກທັງໝົດ 500,000 ກວ່າບາດ (ປະມານ 126 ລ້ານກີບ). ແລ້ວເປີ້ນກໍຕ້ອງເອົາເງິນຕົວເອງຈ່າຍທັນທີໃນມື້ນັ້ນອິກ. ຕອນນີ້ກໍເສຍໄປເປັນລ້ານແລ້ວ ຕອນນີ້ເຮົາກໍຈັດການດຳເນີນຄະດີແລ້ວ. ຄືຜ່ານມາອາທິດໜຶ່ງ ລາວບອກວ່າ ລາວຈະຄືນເງິນ, ລາວຈະໃຊ້ ແຕ່ກໍເລື່ອນທຸກມື້ຈົນເປີ້ນເຮັດຫຍັງບໍ່ໄດ້.
ຕອນທຳອິດກໍຍັງບໍ່ດຳເນີນຄະດີເພາະເປັນໝູ່ກັນ. ຮູ້ຈັກກັນຢູ່ແລ້ວຕັ້ງແຕ່ນ້ອຍ. ແຕ່ຕອນນີ້ແຈ້ງຄວາມແລ້ວຮຽບຮ້ອຍຢູ່ລາວ ເພາະຕອນທຳອິດທີ່ເປີ້ນບໍ່ແຈ້ງຄວາມ ລາວກໍເລື່ອນທຸກມື້. ລາວກໍເວົ້າແຕ່ວ່າ ຂໍຄວາມເຫັນໃຈ ບອກວ່າຈະຮັບຜິດຊອບ ແຕ່ລາວບໍ່ມີເິນ. ກໍໂອເຄເປີ້ນກໍໃຫ້ເດດລາຍລາວ ໃຫ້ລາວຈ່າຍໂຮງແຮມກ່ອນ. ບໍ່ຕ້ອງຈ່າຍເປີ້ນກັບຟຸກກໍໄດ້ ລາວກໍເລື່ອນອີກຈົນສຸດທ້າຍຕ້ອງແຈ້ງຄວາມ. ຕອນນີ້ກໍໃຫ້ເຈົ້າໜ້າທີ່ເບິ່ງແຍງ.
ຟຸກ : ຕອນນີ້ລາວໂພສເຊັກມາແລ້ວ. ສາລະພາບວ່າ ລາວບໍ່ໄດ້ເວົ້າຈິງກັບເຮົາຕັ້ງແຕ່ຕົ້ນ. ມີການປະທັບຮອຍນິ້ວມື ແລະ ເຊັນຕໍ່ໜ້າເຈົ້າໜ້າທີ່ຮຽບຮ້ອຍໝົດແລ້ວ. ເຫຼືອແຕ່ວ່າມື້ທີ່ນັດມາຈ່າຍເງິນກໍໃຫ້ລາວໂພສເຊັກມາ. ຖ້າເງິນບໍ່ເຂົ້າກໍເຂົ້າຄຸກເລີຍ. ກໍຈະນັດກັບລາວພາຍໃນເດືອນນີ້ ຖ້າລາວໂພສເຊັກມາທຸກຢ່າງກໍຈົບ”.
ເປີ້ນ : ຖ້າສົມມຸດບໍ່ເປັນໄປຕາມຂໍ້ຕົກລົງລາວກໍຕິດຄຸກເລີຍ. ເຮົາມີສິດຄືກັບຈະຢຶດຊັບໄດ້ເພາະເຮົາບໍ່ຜິດເລີຍ. ແຕ່ວ່າສ່ວນນີ້ກໍຕ້ອງໃຫ້ເຈົ້າໜ້າທີ່ເປັນຄົນຈັດການທັງໝົດ. ເພາະຕອນທຳອິດເຮົາພະຍາຍາມຈັດການເອງ ຄືກັບທວງເອງ ໂພສເຟສບຸກນຳ, ໄລຟ໌ນຳ ໃຫ້ສັງຄົມກົດດັນລາວ ມັນກໍຊ່ວຍບໍ່ໄດ້ ເປີ້ນກໍບໍ່ລົມແລ້ວ.
ຕັ້ງແຕ່ທຳອິດເຮົາບໍ່ໄດ້ເຮັດສັນຍາໄວ້ກ່ອນແມ່ນບໍ?
ຟຸກ : ບໍ່ໄດ້ເຮັດ ມີພຽງໃບຮັບເງິນ. ທຸກຄັ້ງທີ່ຂ້ອຍຈ່າຍ ລາວກໍສົ່ງໃບຮັບເງິນມາດະຫຼອດ. ແລ້ວກໍບອກວ່າ ເຫຼືອເທົ່າໃດ ເຊິ່ງມັນເປັນຫຼັກຖານດຽວທີ່ເຮົາໄດ້ລົມກັນໃນ LINE ແຕ່ສັນຍາວ່າຕ້ອງເຮັດຕາມແບບກໍຄົງບໍ່ມີ.
ເປີ້ນ : ພໍໄປຖາມທຸກຄົນກໍບໍ່ມີໃຜໄດ້ເງິນເລີຍ. ເຮົາກໍຮູ້ສຶກບໍ່ດີຫຼາຍ. ຖາມວ່າເຮົາຈະຕັດໝູ່ກັບລາວເລີຍບໍ? ກໍຂໍຕອບວ່າ ຕັດເລີຍແທ້ໆ. ຫຼ້າສຸດລາວກໍຍັງຄືກັບຕໍ່ວ່າເປິ້ນຢູ່. ເຊິ່ງລາວເວົ້າວ່າຢາກເຮັດຫຍັງກໍເຮັດ.
ກ່ອນໜ້ານີ້ມີຄົນເຕືອນບໍ?
ຟຸກ : ກໍມີແດ່ ແຕ່ບໍ່ໄດ້ມີໃຜມາບອກຊັດເຈນ. ບອກແຕ່ວ່າຄົນນີ້ບໍ່ເຄີຍເຮັດງານແຕ່ງ. ແຕ່ເຮົາເຄີຍເຫັນວ່າລາວເຮັດວຽກໃຫຍ່ຢູ່ລາວ ຄອນເສີດໃຫຍ່, ສິລະປິນຢູ່ໄທໄປເບີໃຫຍ່ໆ ລາວກໍເປັນຄົນເຮັດ. ເຮົາຮູ້ສຶກໝັ່ນໃຈ. ຖາມວ່າພໍຈະມີຫວັງທີ່ຈະໄດ້ເງິນຄືນມາບໍ? ຂ້ອຍກໍບໍ່ແນ່ໃຈ ແຕ່ຄິດວ່າລາວໂພສເຊັກແລ້ວກໍບໍ່ໜ້າຈະມີຫຍັງ. ແຕ່ຖ້າເຊັກເດັ້ງກໍຄົງເປັນເລື່ອງໃຫຍ່.
ເປີ້ນ : ເງິນທີ່ເຮົາຮຽກຮ້ອງໄປບໍ່ແມ່ນຄ່າເສຍຫາຍ ເປັນພຽງແຕ່ເງິນທີ່ເປັນຂອງເຮົາຢູ່ແລ້ວ. ເຮົາບໍ່ໄດ້ຮຽກຮ້ອງຄ່າເສຍຫາຍເລີຍຈັກບາດ ຂໍແຕ່ລາວຄືນເງິນສ່ວນນີ້ມາ ທຸກຢ່າງກໍຈົບ. ແລ້ວກໍເປັນບົດຮຽນກັບລາວເທົ່ານີ້ກໍພໍແລ້ວ.